ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ອີກ​ຄັ້ງ—ພາບ​ນິ​ມິດ​ຂອງ​ໂຢ​ຮັນ​ກ່ຽວ​ກັບ​ຄວາມ​ຫວັງ​ໃນ​ພຣະ​ເຢ​ຊູ​ຄຣິດ.


ການ​ເປີດ​ເຜີຍ

ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ​ອີກ​ຄັ້ງ

ພາບ​ນິ​ມິດ​ຂອງ​ໂຢ​ຮັນ​ກ່ຽວ​ກັບ​ຄວາມ​ຫວັງ​ໃນ​ພຣະ​ເຢ​ຊູ​ຄຣິດ

ໂຢ​ຮັນ​ຢືນ​ຢູ່​ໃກ້​ພຣະ​ເຢ​ຊູ​ຄຣິດ.

ອັກ​ຄະ​ສາ​ວົກ​ໂຢ​ຮັນ​ໄດ້​ເຫັນ​ພາບ​ນິ​ມິດ​ພິ​ເສດ​ຢ່າງ​ໜຶ່ງ. ເພິ່ນ​ໄດ້​ເຫັນ​ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ສະ​ແດງ​ໃຫ້​ໂຢ​ຮັນ​ເຫັນ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ກ່ຽວ​ກັບ​ອະ​ດີດ ແລະ ອະ​ນາ​ຄົດ. ພຣະ​ອົງ​ໄດ້​ບອກ​ໃຫ້​ໂຢ​ຮັນ​ຂຽນ​ສິ່ງ​ທີ່​ເພິ່ນ​ເຫັນ. ພຣະ​ເຢ​ຊູ​ໄດ້​ຮັບ​ຮູ້​ວ່າ​ໄພ່​ພົນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ສຸດ​ໃນ​ການ​ຕິດ​ຕາມ​ພຣະ​ອົງ. ພຣະ​ເຢ​ຊູຢາກໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຫວັງ​ວ່າ​ພຣະ​ອົງ​ນັ້ນ​ມີ​ອຳ​ນາດ​ເໜືອ​ກວ່າ​ຄວາມ​ຊົ່ວ​ໃນ​ໂລກ​ນີ້.

ພຣະ​ນິ​ມິດ 1:1–2, 9–11, 13–15, 19; 2–3

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໂດຍ​ມີ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ເທິງ​ບ່າ​ໄຫລ່​ຂອງ​ພຣະ​ເຢ​ຊູ​ຄຣິດ.

ໃນ​ພາບ​ນິ​ມິດ​ຂອງ​ເພິ່ນ, ໂຢ​ຮັນ​ໄດ້​ເຫັນປຶ້ມ​ທີ່​ບໍ່​ມີ​ໃຜ​ສາ​ມາດ​ເປີດ​ໄດ້. ແລ້ວ​ໂຢ​ຮັນ​ໄດ້​ເຫັນ​ລູກ​ແກະ​ໂຕ​ໜຶ່ງ​ທີ່​ເປັນ​ຕົວ​ແທນ​ຂອງ​ພຣະ​ເຢ​ຊູ​ຄຣິດ; ພຣະ​ອົງ​ສາ​ມາດ​ເປີດປຶ້ມນັ້ນ​ໄດ້. ໂຢ​ຮັນໄດ້​ຮຽນ​ຮູ້​ວ່າ​ກ່ອນ​ໂລກ​ໄດ້​ຖືກ​ສ້າງ​ຂຶ້ນ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເລືອກ​ເອົາ​ພຣະ​ເຢ​ຊູ​ໃຫ້​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ນີ້​ແມ່ນ​ພາກ​ສ່ວນ​ທີ່​ສຳ​​ຄັນ​ທີ່​ສຸດ​ໃນ​ແຜນ​ຂອງ​ພຣະ​ເຈົ້າ, ແລະ ມີ​ພຽງ​ແຕ່​ພຣະ​ເຢ​ຊູ​ເທົ່າ​ນັ້ນ​ທີ່​ສາ​ມາດ​ເຮັດ​ໄດ້.

ພຣະ​ນິ​ມິດ 5

ຊາ​ຕານ ແລະ ລູກໆ​ທາງ​ວິນ​ຍານ​ກຸ່ມ​ໜຶ່ງ​ກຳ​ລັງ​ໜີ​ຈາກ​ສະ​ຫວັນ.

ໂຢ​ຮັນ​ຍັງ​ໄດ້​ເຫັນ​ມັງ​ກອນ​ໂຕ​ໜຶ່ງ​ທີ່​ເປັນ​ຕົວ​ແທນ​ຂອງ​ຊາ​ຕານ. ຊາ​ຕານ​ບໍ່​ມັກ​ແຜນ​ຂອງ​ພຣະ​ເຈົ້າ. ມັນ​ໄດ້​ເລີ່ມ​ຕົ້ນ​ເຮັດ​ສົງ​ຄາມ​ໃນ​ສະ​ຫວັນ. ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສ່ວນ​ຫລາຍ​ແມ່ນ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໄດ້​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ. ແຕ່​ບາງ​ຄົນ​ກໍ​ໄດ້​ເລືອກ​ທີ່​ຈະ​ຕິດ​ຕາມ​ຊາ​ຕານ. ຍ້ອນ​ການ​ເລືອກ​ຂອງ​ເຂົາ​ເຈົ້າ, ເຂົາ​ເຈົ້າ​ຈະ​ຕ້ອງ​ໜີ​ອອກ​ຈາກ​ສະ​ຫວັນ​ໄປ.

ພຣະ​ນິ​ມິດ 12:3–11

ຮູບ​ພາບ​ລວມ​ກັນ​ສະ​ແດງ​ໃຫ້​ເຫັນ​ທະ​ຫານ​ເດີນ​ຂະ​ບວນ, ຜູ້​ຄົນ​ທີ່​ຂັດ​ສົນ, ແລະ ຄວາມ​ອຶດ​ຢາກ.

ໂຢ​ຮັນ​ໄດ້​ເຫັນ​ຊາ​ຕານ ແລະ ຜູ້​ຕິດ​ຕາມ​ຂອງ​ມັນ​ຍັງ​ສືບ​ຕໍ່​ຕໍ່​ສູ້​ກັບ​ພຣະ​ເຢ​ຊູ ແລະ ຜູ້​ຕິດ​ຕາມ​ຂອງ​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ພວກ​ມັນ​ໄດ້​ພະ​ຍາ​ຍາມ​ຫລອກ​ລວງ​ຜູ້​ຄົນ​ບໍ່​ໃຫ້​ເຊື່ອ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໄດ້​ເກີດ​ມີ​ສົງ​ຄາມ, ການ​ທຳ​ລາຍ​ລ້າງ, ແລະ ຄວາມ​ເຈັບ​ປ່ວຍ​ຢ່າງ​ຫລວງ​ຫລາຍ.

ພຣະ​ນິ​ມິດ 6; 8–9; 12:17; 13:11–18; 17–18

ທູດ​ໂມ​ໂຣ​ໄນ​ກຳ​ລັງ​ນຳ​ພາ​ໂຈ​ເຊັບ​ສະ​ມິດ​ໄປ​ຫາ​ແຜ່ນ​ຈາ​ລຶກ​ຄຳ.

ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ສົ່ງ​ທູດ​ມາ​ຈາກ​ສະ​ຫວັນ​ພ້ອມ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເພື່ອ​ວ່າ​ພຣະ​ກິດ​ຕິ​ຄຸນ​ນັ້ນ​ຈະ​ຖືກ​ແບ່ງ​ປັນ​ກັບ​ທຸກ​ຄົນ​ທີ່​ຢູ່​ເທິງ​ໂລກ​ນີ້.

ພຣະ​ນິ​ມິດ 14:6–7

ຄອບ​ຄົວ​ຮັບ​ສ່ວນ​ສິນ​ລະ​ລຶກ.

ຜູ້​ຄົນ​ຈຳ​ນວນ​ໜຶ່ງ​ເຊື່ອ​ໃນ​ພຣະ​ເຢ​ຊູ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ຄື​ກັນ​ກັບ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ໃນ​ສະ​ຫວັນ. ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຂອງ​ເຂົາ​ເຈົ້າ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ຊະ​ນະ​ສົງ​ຄາມ​ຕໍ່​ຕ້ານ​ກັບ​ຊາ​ຕານ.

ພຣະ​ນິ​ມິດ 12:11; 19:8–10

ພຣະ​ເຢ​ຊູ​ກຳ​ລັງ​ສະ​ເດັດ​ລົງ​ມາ​ຈາກ​ສະ​ຫວັນ, ໂດຍ​ມີ​ເຫລົ່າ​ທູດ​ຢູ່​ດ້ານ​ຫລັງ​ຂອງ​ພຣະ​ອົງ.

ໂຢ​ຮັນ​ໄດ້​ເຫັນ​ວ່າ​ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ລົງ​ມາ​ເທິງ​ໂລກ​ນີ້​ອີກ​ຄັ້ງ. ພຣະ​ອົງ​ຈະເປັນ​ຈອມ​ກະ​ສັດ​ຂອງ​ທັງ​ແຜ່ນ​ດິນ​ໂລກ. ຊາ​ຕານ​ຈະ​ບໍ່​ມີ​ອຳ​ນາດ​ອີກ​ຕໍ່​ໄປ. ເພາະ​ຍ້ອນ​ພຣະ​ເຢ​ຊູ, ຈະ​ບໍ່​ມີ​ຄວາມ​ໂສກ​ເສົ້າ ຫລື ຄວາມ​ເຈັບ​ປວດ​ອີກ​ຕໍ່​ໄປ. ທຸກ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ເຢ​ຊູ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ​ຈະ​ມີ​ຊີ​ວິດ​ຢູ່​ກັບ​ພຣະ​ອົງ ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕະ​ຫລອດ​ໄປ.

ພຣະ​ນິ​ມິດ 19:11–16; 20:1–2; 21:1–7