ຄຳນຳ
ກ່ຽວກັບພຣະຄຳພີໃໝ່
ເລື່ອງລາວຂອງພຣະເຢຊູຄຣິດ ແລະ ຜູ້ຕິດຕາມຂອງພຣະອົງ
ພຣະຄຣິສຕະທຳຄຳພີມີສອງພາກ: ພຣະຄຳພີເດີມ ແລະ ພຣະຄຳພີໃໝ່. ພຣະຄຳພີເດີມມີການຂຽນຂອງສາດສະດາຈາກສະໄໝດົນນານມາແລ້ວ. ສາດສະດາບາງທ່ານເຫລົ່ານີ້ໄດ້ຂຽນວ່າ ພຣະເຈົ້າໄດ້ສັນຍາວ່າຈະສົ່ງພຣະຜູ້ຊ່ວຍໃຫ້ລອດມາ. ພຣະອົງຈະເປັນພຣະບຸດຂອງພຣະເຈົ້າ ແລະ ຊ່ວຍກູ້ເຮົາຈາກບາບ ແລະ ຄວາມຕາຍ ເພື່ອວ່າເຮົາຈະສາມາດດຳລົງຊີວິດຢູ່ກັບພຣະເຈົ້າອີກຄັ້ງ.
ເອຊາຢາ 53:3–5; ຢາໂຄບ 7:11; ໂມເຊ 4
ພຣະຄຳພີໃໝ່ບອກເລົ່າກ່ຽວກັບວ່າຄຳສັນຍານີ້ໄດ້ບັນລຸຜົນແນວໃດ. ມັນບອກເລົ່າກ່ຽວກັບການກຳເນີດຂອງພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ.
ລູກາ 2:4–7
ພຣະຄຳພີໃໝ່ຍັງບອກເລົ່າກ່ຽວກັບພຣະຊົນຊີບຂອງພຣະເຢຊູນຳອີກ. ພຣະອົງໄດ້ດຳລົງພຣະຊົນຊີບໃນບັນດາຊາວຢີວ ແລະ ໄດ້ສິດສອນເຮົາເຖິງວິທີທີ່ຈະດຳລົງຊີວິດ ເພື່ອວ່າເຮົາຈະສາມາດກັບຄືນໄປຫາພຣະບິດາເທິງສະຫວັນໄດ້ໃນມື້ໃດມື້ໜຶ່ງ.
ມັດທາຍ 5:1–2
ພຣະເຢຊູໄດ້ອວຍພອນ ແລະ ຮັບໃຊ້ຜູ້ຄົນ. ພຣະອົງໄດ້ກະທຳການມະຫັດສະຈັນຫລາຍຢ່າງໃຫ້ແກ່ເຂົາເຈົ້າ, ດັ່ງການປິ່ນປົວຜູ້ຄົນທີ່ເຈັບປ່ວຍ ແລະ ນຳຜູ້ຄົນທີ່ຕາຍແລ້ວກັບມາມີຊີວິດ.
ມັດທາຍ 4:23
ພຣະເຢຊູໄດ້ເລືອກເອົາຜູ້ຕິດຕາມຂອງພຣະອົງສິບສອງຄົນໃຫ້ເປັນອັກຄະສາວົກ. ພຣະອົງໄດ້ມອບສິດອຳນາດໃຫ້ພວກເພິ່ນ ເພື່ອນຳພາສາດສະໜາຈັກຂອງພຣະອົງ.
ລູກາ 9:1–2
ເພາະພຣະອົງຮັກເຮົາ, ພຣະເຢຊູຈຶ່ງໄດ້ຮັບເອົາຄວາມເຈັບປວດ, ຄວາມໂສກເສົ້າ, ແລະ ບາບຂອງເຮົາໄປ. ພຣະອົງໄດ້ສິ້ນພຣະຊົນເພື່ອເຮົາ. ແລ້ວ, ສາມມື້ຕໍ່ມາ, ພຣະອົງໄດ້ເອົາຊະນະຄວາມຕາຍ ແລະ ໄດ້ຟື້ນຄືນພຣະຊົນ! ພຣະເຢຊູຄຣິດຊົງພຣະຊົນຢູ່ ແລະ ເປັນເພາະພຣະອົງ, ເຮົາສາມາດກັບໃຈຈາກບາບຂອງເຮົາ ແລະ ມີຊີວິດຢູ່ອີກຄັ້ງຫລັງຈາກເຮົາຕາຍ.
ຜູ້ຄົນທີ່ໄດ້ຮູ້ຈັກ ແລະ ຮັກພຣະເຢຊູ ໄດ້ຂຽນກ່ຽວກັບເລື່ອງນີ້ທັງໝົດ. ອັກຄະສາວົກຂອງພຣະອົງໄດ້ຂຽນຈົດໝາຍ ເພື່ອຊ່ວຍສະມາຊິກຂອງສາດສະໜາຈັກສ້າງສັດທາຂອງເຂົາເຈົ້າໃນພຣະເຢຊູຄຣິດ. ສິ່ງທີ່ພວກເພິ່ນໄດ້ຂຽນກໍໄດ້ຖືກເກັບກຳໄວ້ເປັນເວລາຫລາຍໆປີມາແລ້ວ. ບັດນີ້ ທ່ານສາມາດອ່ານມັນຢູ່ໃນ ພຣະຄຳພີໃໝ່ ແລະ ຮຽນຮູ້ວິທີທີ່ຈະຕິດຕາມພຣະເຢຊູຄຣິດ.
ລູກາ 1:1–4