ມັດທາຍ 12:1–12; ລູກາ 13:10–17
ພຣະເຢຊູປິ່ນປົວຜູ້ຍິງຄົນໜຶ່ງໃນວັນຊະບາໂຕ
ການເຮັດຄວາມດີໃນວັນສັກສິດຂອງພຣະອົງ
ພຣະເຢຊູ ແລະ ສານຸສິດຂອງພຣະອົງກຳລັງຍ່າງຜ່ານທົ່ງເຂົ້າສາລີໃນວັນຊະບາໂຕ. ພວກເພິ່ນຫິວເຂົ້າ, ສະນັ້ນພວກເພິ່ນຈຶ່ງໄດ້ເດັດເອົາຮວງເຂົ້າ ແລະ ກິນມັນ. ຜູ້ນຳຊາວຢິວບາງຄົນທີ່ເອີ້ນວ່າຟາຣີຊາຍກໍໄດ້ເຫັນພວກເພິ່ນ. ພວກຟາຣີຊາຍໄດ້ຕັ້ງກົດຫລາຍຢ່າງກ່ຽວກັບວັນຊະບາໂຕ. ການເດັດເອົາຮວງເຂົ້າແມ່ນຜິດກົດຂອງເຂົາເຈົ້າ.
ມັດທາຍ 12:1–2
ພວກຟາຣີຊາຍໄດ້ຖາມພຣະເຢຊູວ່າ ເປັນຫຍັງສານຸສິດຂອງພຣະອົງຈຶ່ງບໍ່ໃຫ້ກຽດວັນຊະບາໂຕ. ພຣະເຢຊູໄດ້ຕອບວ່າ ພວກເພິ່ນບໍ່ໄດ້ເຮັດຫຍັງຜິດ. ພຣະເຈົ້າປະທານວັນຊະບາໂຕໃຫ້ເຮົາເພື່ອອວຍພອນໃຫ້ແກ່ເຮົາ, ບໍ່ແມ່ນເຮັດໃຫ້ຊີວິດຂອງເຮົາຍາກຂຶ້ນ.
ມັດທາຍ 12:2–8; ມາຣະໂກ 2:27
ຕໍ່ມາ, ພຣະເຢຊູກຳລັງສິດສອນຢູ່ໃນທຳມະສາລາໃນວັນຊະບາໂຕ. ພຣະເຢຊູໄດ້ສັງເກດເຫັນຜູ້ຍິງຄົນໜຶ່ງຢູ່ທີ່ນັ້ນ. ນາງຢືນຊື່ບໍ່ໄດ້. ນາງໄດ້ມີບັນຫານີ້ເປັນເວລາ 18 ປີ.
ລູກາ 13:10–12
ພຣະເຢຊູໄດ້ຂໍໃຫ້ຜູ້ຍິງຄົນນັ້ນມາຫາພຣະອົງ. ພຣະອົງໄດ້ວາງພຣະຫັດຂອງພຣະອົງໃສ່ນາງເພື່ອອວຍພອນນາງ.
ລູກາ 13:12–13
ໃນທັນໃດນັ້ນ, ຜູ້ຍິງຄົນນັ້ນກໍຢືນຊື່ໄດ້. ຜູ້ນຳຂອງທຳມະສາລາກໍໃຈຮ້າຍ ເພາະວ່າພຣະເຢຊູປິ່ນປົວໃນວັນຊະບາໂຕ.
ລູກາ 13:13–14
ພຣະເຢຊູໄດ້ກ່າວວ່າ ການຊ່ວຍຜູ້ຍິງຄົນນີ້ເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດ. ມັນເປັນສິ່ງທີ່ຖືກຕ້ອງທີ່ຈະເຮັດຄວາມດີໃນວັນຊະບາໂຕ. ຜູ້ນຳກໍອັບອາຍ, ແລະ ຜູ້ຄົນທີ່ຢູ່ໃນທຳມະສາລາກໍປິຕິຍິນດີເພາະຜູ້ຍິງຄົນນັ້ນໄດ້ຫາຍດີ.
ລູກາ 13:15–17; ເບິ່ງ ລູກາ 6:9 ນຳອີກ.