ມັດທາຍ 5–7
ພຣະເຢຊູສິດສອນບົດເທດສະໜາຢູ່ເທິງໂນນພູ
ການຊ່ວຍໃຫ້ເຮົາກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນຂອງເຮົາຫລາຍຂຶ້ນ
ພຣະເຢຊູ ແລະ ສານຸສິດຂອງພຣະອົງໄດ້ຂຶ້ນໄປເທິງພູໃກ້ແຄມທະເລຄາລີເລ. ຢູ່ທີ່ນັ້ນພຣະເຢຊູໄດ້ສິດສອນວິທີທີ່ເຮົາສາມາດມີຄວາມສຸກ ແລະ ກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນຂອງເຮົາຫລາຍຂຶ້ນ.
ມັດທາຍ 5:1–2
ພຣະເຢຊູໄດ້ສິດສອນວ່າຜູ້ຄົນໄດ້ຮັບພອນ ແລະ ມີຄວາມສຸກເມື່ອເຂົາເຈົ້າຖ່ອມຕົວ, ມີໃຈບໍລິສຸດ, ແລະ ພະຍາຍາມເຮັດສິ່ງທີ່ຖືກຕ້ອງ. ຜູ້ຄົນທີ່ໃຫ້ອະໄພຄົນອື່ນສາມາດໄດ້ຮັບການໃຫ້ອະໄພ. ຜູ້ຄົນທີ່ສ້າງຄວາມສະຫງົບສຸກຈະຖືກເອີ້ນວ່າລູກຂອງພຣະເຈົ້າ.
ມັດທາຍ 5:3–9
ພຣະເຢຊູໄດ້ກ່າວວ່າ ສານຸສິດຂອງພຣະອົງເປັນແສງສະຫວ່າງໃຫ້ແກ່ໂລກ—ຄືກັນກັບເມືອງທີ່ຕັ້ງຢູ່ເທິງໂນນພູທີ່ທຸກຄົນສາມາດເຫັນໄດ້. ເຮົາບໍ່ຄວນເຊື່ອງແສງສະຫວ່າງຂອງເຮົາ.
ມັດທາຍ 5:14
ເມື່ອເຮົາຕິດຕາມພຣະເຢຊູ, ເຮົາກໍເປັນເໝືອນໂຄມໄຟທີ່ໃຫ້ແສງສະຫວ່າງແກ່ທຸກຄົນທີ່ຢູ່ໃນຫ້ອງ. ວຽກງານດີຂອງເຮົາສາມາດຊ່ວຍຜູ້ຄົນໃຫ້ເຊື່ອໃນພຣະບິດາເທິງສະຫວັນ.
ມັດທາຍ 5:15–16
ພຣະເຢຊູໄດ້ກ່າວວ່າ ເຮົາຄວນຮັກທຸກຄົນ—ແມ່ນແຕ່ຄົນທີ່ບໍ່ຮັກເຮົາ. ເຮົາຄວນອະທິຖານເພື່ອເຂົາເຈົ້າ. ພຣະເຢຊູໄດ້ສິດສອນວ່າ ເຮົາຄວນພະຍາຍາມເປັນເໝືອນພຣະບິດາເທິງສະຫວັນຂອງເຮົາ. ພຣະອົງໄດ້ສິດສອນວ່າ ເມື່ອເຮົາຊ່ວຍເຫລືອຜູ້ຄົນ, ເຮົາບໍ່ຈຳເປັນຕ້ອງບອກທຸກຄົນສິ່ງທີ່ເຮົາໄດ້ເຮັດ. ພຣະເຈົ້າເຫັນສິ່ງດີໆທີ່ເຮົາເຮັດ, ແລະ ພຣະອົງຈະອວຍພອນເຮົາ.
ມັດທາຍ 5:38–48; ມັດທາຍ 6:1–4
ເມື່ອເຮົາອະທິຖານ, ເຮົາບໍ່ຄວນກັງວົນກ່ຽວກັບສິ່ງທີ່ຄົນອື່ນຄິດກ່ຽວກັບເຮົາ. ເຮົາບໍ່ຄວນເວົ້າຄຳເກົ່າທຸກໆເທື່ອຖ້າຫາກເຮົາບໍ່ມີເຈດຕະນາແທ້ໆ. ເຮົາຄວນເວົ້າຈາກໃຈຂອງເຮົາ. ພຣະບິດາເທິງສະຫວັນໄດ້ຍິນຄຳອະທິຖານຂອງເຮົາ ແລະ ຮູ້ສິ່ງທີ່ເຮົາຕ້ອງການ. ແມ່ນແຕ່ເມື່ອບໍ່ມີໃຜສາມາດໄດ້ຍິນເຮົາ, ພຣະອົງຈະໄດ້ຍິນ.
ມັດທາຍ 6:5–8
ພຣະເຢຊູໄດ້ສິດສອນວ່າ ເຮົາບໍ່ຄວນຄິດວ່າເຮົາເປັນຄົນດີກວ່າຄົນອື່ນ. ເຮົາຄວນຈື່ຈຳໄວ້ວ່າ ເຮົາທຸກຄົນມີຄວາມທ້າທາຍ. ແທນທີ່ຈະຕັດສິນຄົນອື່ນ, ເຮົາຄວນຄິດກ່ຽວກັບວ່າ ເຮົາຈະສາມາດເຮັດໃຫ້ດີກວ່າໄດ້ແນວໃດ. ເຮົາຄວນປະຕິບັດຕໍ່ຜູ້ຄົນຕາມວິທີທີ່ເຮົາຢາກຖືກປະຕິບັດຕໍ່.
ມັດທາຍ 7:1–5, 12
ແລ້ວພຣະເຢຊູໄດ້ເລົ່າເລືອງລາວກ່ຽວກັບຄົນໂງ່ທີ່ໄດ້ປຸກເຮືອນຂອງລາວຢູ່ເທິງຫາດຊາຍ ແລະ ຄົນສະຫລາດທີ່ໄດ້ປຸກເຮືອນຂອງລາວຢູ່ເທິງດານຫີນ. ເມື່ອພະຍຸຝົນທັ່ງເທລົງມາ, ເຮືອນທີ່ຢູ່ເທິງຫາດຊາຍຈະເພພັງລົງ, ແລະ ເຮືອນທີ່ຢູ່ເທິງດານຫີນກໍຍັງຕັ້ງຢູ່ບໍ່ເພພັງ. ພຣະເຢຊູໄດ້ກ່າວວ່າ ຖ້າຫາກເຮົາໄດ້ຍິນຄຳສອນຂອງພຣະອົງ ແລະ ເຮັດຕາມນັ້ນ, ເຮົາກໍເປັນເໝືອນດັ່ງຄົນສະຫລາດຄົນນັ້ນ.
ມັດທາຍ 7:24–28