ມັດທາຍ 21:1–16
ພຣະເຢຊູຂີ່ລໍເຂົ້ານະຄອນເຢຣູຊາເລັມ
ຜູ້ຄົນຕ້ອນຮັບພຣະຜູ້ຊ່ວຍໃຫ້ລອດຂອງພວກເຂົາ
ໃກ້ເຖິງເວລາປັດສະຄາ, ເທດສະການທີ່ສຳຄັນສຳລັບຊາວຢິວແລ້ວ. ຫລາຍຄົນໄດ້ໄປທີ່ນະຄອນເຢຣູຊາເລັມສຳລັບປັດສະຄາ. ພຣະເຢຊູ ແລະ ສານຸສິດຂອງພຣະອົງກໍໄປເຊັ່ນກັນ. ເມື່ອຜູ້ຄົນໄດ້ຍິນວ່າ ພຣະເຢຊູຈະມາ, ພວກເຂົາກໍອອກໄປພົບພຣະອົງ.
ມັດທາຍ 21:1; ໂຢຮັນ 12:12–13
ເມື່ອພຣະເຢຊູ ແລະ ສານຸສິດຂອງພຣະອົງໄດ້ມາຮອດໃກ້ນະຄອນເຢຣູຊາເລັມ, ພຣະອົງໄດ້ຂໍໃຫ້ພວກເຂົານຳເອົາລໍມາໃຫ້ພຣະອົງ. ຫລາຍປີກ່ອນ, ສາດສະດາຄົນໜຶ່ງໄດ້ກ່າວວ່າ ພຣະຜູ້ຊ່ວຍໃຫ້ລອດຈະສະເດັດມາຢ່າງຕໍ່າຕ້ອຍ, ໂດຍຂີ່ລໍນ້ອຍ.
ມັດທາຍ 21:1–7; ເບິ່ງ ເຊກາຣີຢາ 9:9 ນຳອີກ
ພຣະເຢຊູໄດ້ເຂົ້າໄປໃນເມືອງໂດຍຂີ່ລໍ. ຜູ້ຄົນດີໃຈຫລາຍທີ່ໄດ້ເຫັນພຣະອົງ. ພວກເຂົາໄດ້ຕ້ອນຮັບພຣະອົງດັ່ງກະສັດ. ພວກເຂົາໄດ້ເອົາກິ່ງໃບຕານ ແລະ ເສື້ອຜ້າວາງໄວ້ພື້ນເພື່ອໃຫ້ລໍຍ່າງ. ພວກເຂົາໄດ້ຂອບຄຸນພຣະເຈົ້າ ແລະ ຮ້ອງຂຶ້ນວ່າ, “ໂຮຊັນນາ ຂໍພຣະເຈົ້າອວຍພອນທ່ານທີ່ມາໃນນາມຂອງອົງພຣະຜູ້ເປັນເຈົ້າ ຄືກະສັດຂອງຊາດອິດສະຣາເອນ.”
ມັດທາຍ 21:8–9; ລູກາ 19:36–38; ໂຢຮັນ 12:13
ຫລາຍຄົນໃນນະຄອນເຢຣູຊາເລັມສົງໄສວ່າ ແມ່ນຫຍັງກຳລັງເກີດຂຶ້ນ. “ຄົນນີ້ແມ່ນຜູ້ໃດ?” ພວກເຂົາຖາມ. ຄົນອື່ນຕອບວ່າ ຄົນນີ້ແມ່ນພຣະເຢຊູໄທນາຊາເຣັດ.
ມັດທາຍ 21:10–11
ຕໍ່ມາ, ພຣະເຢຊູໄດ້ໄປພຣະວິຫານ. ມີບາງຄົນກຳລັງແລກປ່ຽນເງິນ ແລະ ຂາຍສັດເພື່ອນຳໄປເປັນເຄື່ອງບູຊາ. ພຣະເຢຊູຮູ້ວ່າ ພວກເຂົາບໍ່ສຸດຈະລິດ.
ມັດທາຍ 21:12
ພຣະເຢຊູບໍ່ມັກທີ່ພວກເຂົາກຳລັງຫາເງິນຈາກຜູ້ຄົນທີ່ຢາກນະມັດສະການໃນພຣະວິຫານ. ພຣະອົງເຮັດໃຫ້ພວກເຂົາອອກໄປຈາກພຣະວິຫານ ແລະ ໄດ້ຂວໍ້າໂຕະຂອງພວກເຂົາ. ພຣະອົງໄດ້ກ່າວວ່າ, “ພຣະວິຫານຂອງເຮົາຈະເປັນທີ່ເອີ້ນວ່າ ສະຖານທີ່ແຫ່ງການໄຫວ້ວອນ ແຕ່ຝ່າຍພວກເຈົ້າໄດ້ເຮັດໃຫ້ເປັນຖ້ຳຂອງໂຈນ.”
ມັດທາຍ 21:12–13; ເບິ່ງ ເອຊາຢາ 56:7; ເຢເຣມີຢາ 7:11 ນຳອີກ
ຄົນທີ່ຕາບອດ ຫລື ບໍ່ສາມາດຍ່າງໄດ້ ໄດ້ມາຫາພຣະເຢຊູໃນພຣະວິຫານ, ແລະ ພຣະອົງໄດ້ປິ່ນປົວພວກເຂົາ. ພວກເດັກນ້ອຍໄດ້ຮ້ອງອອກມາວ່າ “ໂຮຊັນນາ,” ໂດຍສັນລະເສີນພຣະເຢຊູ ແລະ ເວົ້າວ່າ ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດ.
ມັດທາຍ 21:14–15
ພວກປະໂລຫິດ ແລະ ພວກທຳມະຈານບາງຄົນເກີດບໍ່ພໍໃຈ ເມື່ອພວກເຂົາເຫັນສິ່ງທີ່ພຣະເຢຊູໄດ້ເຮັດ ແລະ ໄດ້ຍິນສິ່ງທີ່ພວກເດັກນ້ອຍກຳລັງເວົ້າ. ພຣະເຢຊູໄດ້ຢໍ້າເຕືອນພວກເຂົາກ່ຽວກັບຂໍ້ພຣະຄຳພີທີ່ກ່າວວ່າ ພຣະເຈົ້າເຫັນວ່າ ຄຳສັນລະເສີນຈາກປາກເດັກນ້ອຍນັ້ນ ສົມບູນແບບ.
ມັດທາຍ 21:15–16; ເບິ່ງ ເພງສັນລະເສີນ 8:2 ນຳອີກ