ເລື່ອງ​ພຣະ​ຄຳ​ພີ
ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ແຍກ​ເຮົາ​ອອກ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ໄດ້—ຄຳ​ສັນ​ຍາ​ສຳ​ລັບ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ໃນ​ຊີ​ວິດ


ໂຣມ 8:18–39

ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ແຍກ​ເຮົາ​ອອກ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ໄດ້

ຄຳ​ສັນ​ຍາ​ສຳ​ລັບ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ​ໃນ​ຊີ​ວິດ

ໂປ​ໂລ​ກຳ​ລັງ​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ​ເຖິງ​ຊາວ​ໂຣມ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກຳ​ລັງ​ຖືກ​ປະ​ຕິ​ບັດ​ຢ່າງ​ບໍ່​ດີ.

ນະ​ຄອນ​ໂຣມ​ໄດ້​ເປັນ​ເມືອງ​ທີ່​ກວ້າງ​ໃຫຍ່​ທີ່​ມີ​ຜູ້​ຄົນ​ເປັນ​ຈຳ​ນວນ​ຢ່າງ​ຫລວງ​ຫລາຍ. ຜູ້​ຄົນ​ບາງ​ຈຳ​ນວນ​ເປັນ​ຜູ້​ຕິດ​ຕາມ​​ພຣະ​ເຢ​ຊູ​ຄຣິດ, ແຕ່​ສ່ວນ​ຫລາຍ​ກໍ​ບໍ່​ແມ່ນ. ຫລາຍ​ຄົນ​ໃນ​ນະ​ຄອນ​ໂຣມ​ໄດ້​ເຊື່ອ​ໃນ​ສິ່ງ​ທີ່​ແຕກ​ຕ່າງ​ຫລາຍ​ຈາກ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ. ຜູ້​ຄົນ​ບາງ​ຈຳ​ນວນ​ຢູ່​ໃນ​ນະ​ຄອນ​ໂຣມ​ໄດ້​ປະ​ຕິ​ບັດ​ບໍ່​ດີ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກຳ​ລັງ​ອະ​ທິ​ຖານ ແລະ ໄດ້​ຮັບ​ການ​ດົນ​ໃຈ.

ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ​ຫາ​ໄພ່​ພົນ​ໃນ​ນະ​ຄອນ​ໂຣມ. ເພິ່ນ​ຕ້ອງ​ການ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ໄວ້​ເຖິງ​ແມ່ນ​ວ່າ​ຊີ​ວິດ​ບາງ​ຄັ້ງ​ກໍ​ມີ​ຄວາມ​ຍາກ​ລຳ​ບາກ, ພຣະ​ເຈົ້າ​ມີ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ຈະ​ມອບ​ໃຫ້​ກັບ​ພວກ​ເຂົາ. ຖ້າ​ວ່າ​ເຮົາ​ຮັກ​ພຣະ​ເຈົ້າ, ພຣະ​ອົງ​ຈະ​ສາ​ມາດ​ຊ່ວຍ​ເຮັດ​ໃຫ້​ສິ່ງ​ທີ່​ຫຍຸ້ງ​ຍາກ​ໃນ​ຊີ​ວິດ​ຂອງ​ເຮົາ​ນຳ​ໄປ​ສູ່​ສິ່ງ​ທີ່​ດີ​ໄດ້.

ໂຣມ 8:18, 28

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກຳ​ລັງ​ຊ່ວຍ​ເຫລືອ​ຄົນ​ຜູ້​ໜຶ່ງ​ທີ່​ເຄີຍ​ເຮັດ​ບໍ່​ດີ​ໃຫ້​ກັບ​ລາວ.

ໂປ​ໂລ​ໄດ້​ຂຽນ​ໄວ້​ວ່າ​ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ແຍກ​ເຮົາ​ອອກ​ຈາກ​ຄວາມ​ຮັກ​ຂອງ​ພຣະ​ຄຣິດ​ໄດ້. ບໍ່​ວ່າ​ເລື່ອງ​ທ້າ​ທາຍ​ຂອງ​ເຮົາ​ຈະ​ຍາກ​ລຳ​ບາກ​ປານ​ໃດ​ກໍ​ຕາມ, ພຣະ​ອົງ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ຜ່າ​ພວກ​ມັນ​ໄປ​ໄດ້.

ໂຣມ 8:31, 35–39