ມັດທາຍ 10; ລູກາ 5:1–11; 6:12–16
ພຣະເຢຊູເລືອກເອົາອັກຄະສາວົກຂອງພຣະອົງ
ຄຳເຊື້ອເຊີນໃຫ້ເປັນ “ຜູ້ຫາຄົນ”
ມື້ໜຶ່ງ, ປະຊາຊົນໄດ້ມາທີ່ແຄມທະເລຄາລີເລເພື່ອຈະຟັງພຣະເຢຊູສິດສອນ. ພຣະເຢຊູໄດ້ສິດສອນເຂົາເຈົ້າຈາກເຮືອລຳໜຶ່ງ ຂະນະທີ່ເຂົາເຈົ້າໄດ້ຟັງພຣະອົງຢູ່ທີ່ແຄມຝັ່ງ. ເຮືອລຳນັ້ນເປັນຂອງຄົນຫາປາຊື່ຊີໂມນ.
ລູກາ 5:1–3
ເມື່ອພຣະເຢຊູໄດ້ສິດສອນຈົບແລ້ວ, ພຣະອົງໄດ້ຂໍໃຫ້ຊີໂມນຖອຍເຮືອອອກໄປສູ່ບ່ອນນ້ຳເລິກໃນທະເລ. ພຣະອົງໄດ້ບອກໃຫ້ຊີໂມນຢ່ອນມອງຂອງເພິ່ນລົງໄປຈັບປາ. ຊີໂມນໄດ້ເວົ້າວ່າ ເພິ່ນໄດ້ຫາປາຕະຫລອດທັງຄືນ ແລະ ບໍ່ໄດ້ປາຈັກໂຕ. ແຕ່ວ່າເພາະພຣະເຢຊູໄດ້ຮ້ອງຂໍເພິ່ນ, ເພິ່ນຈະລອງເຮັດອີກຄັ້ງ.
ລູກາ 5:4–5
ຊີໂມນຈັບປາໄດ້ຢ່າງຫລວງຫລາຍຈົນວ່າມອງຂອງເພິ່ນຂາດ! ເພິ່ນໄດ້ເອີ້ນໝູ່ເພື່ອນຂອງເພິ່ນຢູ່ທີ່ເຮືອລຳອື່ນໃຫ້ມາຊ່ວຍເພິ່ນ. ບໍ່ດົນ ເຮືອກໍເຕັມໄປດ້ວຍປາ, ມັນກໍເລີ່ມຈະຫລົ້ມ. ຊີໂມນ ແລະ ໝູ່ເພື່ອນຂອງເພິ່ນກໍງຶດງໍ້ປະຫລາດໃຈ!
ລູກາ 5:6–7, 9
ຊີໂມນໄດ້ນັ່ງຄຸເຂົ່າຢູ່ຕໍ່ພຣະພັກຂອງພຣະເຢຊູ. ເພິ່ນໄດ້ກ່າວວ່າ, “ພຣະອົງເຈົ້າເອີຍ, ຂ້ານ້ອຍເປັນຄົນບາບ.” ເພິ່ນກໍໄດ້ຮູ້ວ່າ ພຣະເຢຊູຖືກສົ່ງມາຈາກພຣະເຈົ້າ. ພຣະເຢຊູໄດ້ບອກເພິ່ນວ່າ ຢ່າສູ່ຢ້ານ.
ລູກາ 5:8
ພຣະເຢຊູໄດ້ເຊື້ອເຊີນ ຊີໂມນ, ນ້ອງຊາຍຂອງເພິ່ນຊື່ອັນເດອາ, ແລະ ໝູ່ເພື່ອນຂອງລາວ ຢາໂກໂບ, ແລະ ໂຢຮັນໃຫ້ຕິດຕາມພຣະອົງ. ແທນທີ່ຈະຫາປາ, ພວກເພິ່ນຈະຊ່ວຍຜູ້ຄົນໃຫ້ມາຫາພຣະເຢຊູ.
ມາຣະໂກ 1:16–17; ລູກາ 5:10–11
ຊີໂມນ, ຢາໂກໂບ, ແລະ ໂຢຮັນໄດ້ປະເຮືອຫາປາຂອງພວກເພິ່ນ ແລະ ໄດ້ກາຍມາເປັນອັກຄະສາວົກຂອງພຣະເຢຊູ. ຕໍ່ມາ, ພຣະເຢຊູໄດ້ຕັ້ງຊື່ໃຫ້ຊີໂມນວ່າ ເປໂຕ. ອັກຄະສາວົກເປັນພະຍານພິເສດເຖິງພຣະເຢຊູຄຣິດ. ພຣະເຢຊູໄດ້ເອີ້ນຜູ້ຊາຍ 12 ຄົນໃຫ້ເປັນອັກຄະສາວົກຂອງພຣະອົງ. ພຣະອົງໄດ້ອະທິຖານເພື່ອຈະຮູ້ວ່າພຣະອົງຄວນເອີ້ນຜູ້ໃດ. ພຣະອົງໄດ້ມອບສິດອຳນາດຂອງຖານະປະໂລຫິດໃຫ້ແກ່ອັກຄະສາວົກຂອງພຣະອົງເພື່ອນຳພາສາດສະໜາຈັກ.
ມັດທາຍ 10; ລູກາ 6:12–16; 9:1–2
ຍ້ອນວ່າອັກຄະສາວົກໄດ້ມີອຳນາດຂອງພຣະເຈົ້າ, ພວກເພິ່ນຈຶ່ງສາມາດປິ່ນປົວຜູ້ຄົນທີ່ເຈັບໄຂ້ໄດ້ປ່ວຍນຳອີກ, ນຳຜູ້ຄົນຄືນມາມີຊີວິດຫລັງຈາກທີ່ເຂົາເຈົ້າໄດ້ຕາຍໄປ, ແລະ ເຮັດການມະຫັດສະຈັນອື່ນໆ.
ມັດທາຍ 10:8
ພຣະເຢຊູໄດ້ສົ່ງອັກຄະສາວົກຂອງພຣະອົງອອກໄປຫາຫລາຍໆເມືອງເພື່ອສິດສອນພຣະກິດຕິຄຸນຂອງພຣະອົງໃຫ້ແກ່ຜູ້ຄົນທັງຫລາຍ. ພຣະອົງໄດ້ກ່າວວ່າ ພຣະວິນຍານບໍລິສຸດຈະຊ່ວຍໃຫ້ພວກເພິ່ນຮູ້ວ່າຈະເວົ້າຫຍັງ. ພຣະເຢຊູໄດ້ກ່າວວ່າ ບາງຄົນຈະບໍ່ມັກສິ່ງທີ່ພວກເພິ່ນໄດ້ສິດສອນ, ແຕ່ຂະນະທີ່ພວກເພິ່ນຮັບໃຊ້ຢ່າງຊື່ສັດ, ພຣະເຈົ້າຈະສະຖິດຢູ່ນຳພວກເພິ່ນ.
ມັດທາຍ 10:5–7, 19–22