ເລື່ອງ​ພຣະ​ຄຳ​ພີ
ຍຸດ​ທະ​ພັນ​ຄົບ​ຊຸດ​ຂອງ​ພຣະ​ເຈົ້າ—ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ວິນ​ຍານ


ເອ​ເຟ​ໂຊ 6:11–17

ຍຸດ​ທະ​ພັນ​ຄົບ​ຊຸດ​ຂອງ​ພຣະ​ເຈົ້າ

ການ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ວິນ​ຍານ

ໂປ​ໂລ​ກຳ​ລັງ​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ​ຫາ​ໄພ່​ພົນ​ໃນ​ເມືອງ​ເອ​ເຟ​ໂຊ​ກ່ຽວ​ກັບ​ການ​ຕໍ່​ສູ້​ທາງ​ວິນ​ຍານ​ຂອງ​ເຮົາ​ຕໍ່​ຕ້ານ​ກັບ​ຄວາມ​ຊົ່ວ​ຮ້າຍ.

ໂປ​ໂລ​ໄດ້​ສິດ​ສອນ​ໄພ່​ພົນ​ໃນ​ເມືອງ​ເອ​ເຟ​ໂຊ​ວ່າ​ເຮົາ​ທຸກ​ຄົນ​ຢູ່​ໃນ​ການ​ຕໍ່​ສູ້​ທາງ​ວິນ​ຍານ​ຕໍ່​ຕ້ານ​ກັບ​ຄວາມ​ຊົ່ວ​ຮ້າຍ. ເຊັ່ນ​ດຽວ​ກັນ​ກັບ​ທະ​ຫານ​ທີ່​ສວມ​ໃສ່​ຊຸດ​ເກາະ​ເພື່ອ​ປ້ອງ​ກັນ​ຮ່າງ​ກາຍ​ຂອງ​ເຂົາ​ເຈົ້າ​ໃຫ້​ປອດ​ໄພ, ເຮົາ​ກໍ​ສາ​ມາດ​ສວມ​ໃສ່​ຍຸດ​ທະ​ພັນ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ເພື່ອ​ປ້ອງ​ກັນ​ວິນ​ຍານ​ຂອງ​ເຮົາ​ໃຫ້​ປອດ​ໄພ.

ເອ​ເຟ​ໂຊ 6:11–13

ເດັກ​ຍິງ​ກຳ​ລັງ​ໃສ່​ສາຍ​ແອວ​ເກາະ​ເຫລັກ.

ໂປ​ໂລ​ໄດ້​ປຽບ​ທຽບ​ຊຸດ​ເກາະ​ປ້ອງ​ກັນ​ຂອງ​ທະ​ຫານ​ໃສ່​ກັບ​ສິ່ງ​ທີ່​ປົກ​ປ້ອງ​ເຮົາ​ທາງ​ວິນ​ຍານ. ຕົວ​ຢ່າງ​ເຊັ່ນ, ເພິ່ນ​ໄດ້​ເວົ້າ​ວ່າ​ຄວາມ​ຈິງ​ນັ້ນ​ກໍ​ຄື​ກັນ​ກັບ​ສາຍ​ຮັດ​ຮອບ​ແອວ ຫລື ສາຍ​ແອວ​ທີ່​ຮັດ​ອ້ອມ​ແອວ​ຂອງ​ເຮົາ.

ເອ​ເຟ​ໂຊ 6:14

ເດັກ​ຊາຍ​ຄົນ​ໜຶ່ງ​ກຳ​ລັງ​ສວມ​ໃສ່​ເສື້ອ​ເກາະ​ເຫລັກ.

ຕໍ່​ມາ, ໂປ​ໂລ​ໄດ້​ເວົ້າ​ວ່າ​ຄວາມ​ຊອບ​ທຳ​ກໍ​ເປັນ​ເໝືອນ​ດັ່ງ​ເສື້ອ​ເກາະ​ເຫລັກ​ທີ່​ປົກ​ປ້ອງ​ຫົວ​ໃຈ​ຂອງ​ເຮົາ.

ເອ​ເຟ​ໂຊ 6:14

ເກີບ ແລະ ໂສ້ງ​ຊຸດ​ເກາະ​ເຫລັກ.

ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ສະ​ຫງົບ​ສຸກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກໍ່​ຄື​ກັນ​ກັບ​ເກີບ​ທີ່​ເຮົາ​ສວມ​ໃສ່​ເພື່ອ​ປົກ​ປ້ອງ​ຕີນ​ຂອງ​ເຮົາ.

ເອ​ເຟ​ໂຊ 6:15

ເດັກ​ຍິງ​ກຳ​ລັງ​ຖື​ໂລ້​ປ້ອງ​ກັນ​ອັນ​ໜຶ່ງ.

ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ກໍ​ຄື​ກັນ​ກັບ​ໂລ້​ປ້ອງ​ກັນ​ທີ່​ປົກ​ປ້ອງ​ເຮົາ​ຈາກ​ຊາ​ຕານ, ເຊັ່ນ​ດຽວ​ກັນ​ກັບ​ໂລ້​ປ້ອງ​ກັນ​ທີ່​ປົກ​ປ້ອງ​ທະ​ຫານ​ຈາກ​ລູກ​ທະ​ນູ​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ.

ເອ​ເຟ​ໂຊ 6:16

ເດັກ​ຊາຍ​ຄົນ​ໜຶ່ງ​ກຳ​ລັງ​ໃສ່​ໝວກ​ເກາະ​ເຫລັກ.

ໂປ​ໂລ​ໄດ້​ກ່າວ​ວ່າ​ຄວາມ​ລອດ​ກໍ​ເໝືອນ​ກັນ​ກັບ​ໝວກ​ເກາະ​ເຫລັກ​ທີ່​ຮັກ​ສາ​ຫົວ ແລະ ຄວາມ​ນຶກ​ຄິດ​ຂອງ​ເຮົາ​ໃຫ້​ປອດ​ໄພ.

ເອ​ເຟ​ໂຊ 6:17

ດາບ​ສອງ​ອັນ.

ສຸດ​ທ້າຍ, ໂປ​ໂລ​ໄດ້​ເວົ້າ​ວ່າ​ພຣະ​ວິນ​ຍານ ແລະ ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ກໍ​ຄື​ກັນ​ກັບ​ດາບ.

ເອ​ເຟ​ໂຊ 6:17

ເດັກ​ຍິງ ແລະ ເດັກ​ຊາຍ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ເຕັມ​ຮູບ​ແບບ​ໂດຍ​ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ.

ເມື່ອ​ເຮົາ​ສວມ​ໃສ່​ທຸກ​ຊິ້ນ​ສ່ວນ​ຂອງ​ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ຢືນ​ຢັດ​ໄດ້​ຢ່າງ​ກ້າ​ຫານ​ຕ້ານ​ທານ​ກັບ​ຄຳ​ຕົວະ​ຍົວະ ແລະ ການ​ລໍ້​ລວງ​ຂອງ​ມານ​ຮ້າຍ​ໄດ້. ພຣະ​ເຈົ້າ​ໄດ້​ມອບ​ຍຸດ​ທະ​ພັນ​ນີ້​ໃຫ້​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮັກ​ສາ​ວິນ​ຍານ​ຂອງ​ເຮົາ​ໃຫ້​ປອດ​ໄພ ແລະ ເຂັ້ມ​ແຂງ.

ເອ​ເຟ​ໂຊ 6:11–13