ກິດຈະການ 1–4
ອັກຄະສາວົກຂອງພຣະເຢຊູນຳພາສາດສະໜາຈັກຂອງພຣະອົງ
ການສິດສອນ, ການໃຫ້ບັບຕິສະມາ, ການປິ່ນປົວ, ແລະ ການແບ່ງປັນທຸກສິ່ງ
ຫລັງຈາກພຣະເຢຊູໄດ້ສະເດັດກັບຄືນໄປຫາພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງພຣະອົງແລ້ວ, ອັກຄະສາວົກກໍໄດ້ເປັນຜູ້ນຳຂອງສາດສະໜາຈັກ. ພວກເພິ່ນໄດ້ສິດສອນພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ, ໄດ້ເຊື້ອເຊີນຜູ້ຄົນໃຫ້ເຂົ້າຮ່ວມສາດສະໜາຈັກຂອງພຣະອົງ, ແລະ ໄດ້ເຮັດການອັດສະຈັນຢ່າງຫລວງຫລາຍດ້ວຍອຳນາດຂອງພຣະເຈົ້າ. ພຣະເຢຊູໄດ້ສັນຍາທີ່ຈະຊ່ວຍພວກເພິ່ນໂດຍການສົ່ງພຣະວິນຍານບໍລິສຸດມາ.
ກິດຈະການ 1:8–13; 2:41–47
ຍ້ອນວ່າຢູດາໄດ້ເສຍຊີວິດແລ້ວ, ກໍມີອັກຄະສາວົກພຽງແຕ່ສິບເອັດຄົນ. ອັກຄະສາວົກໄດ້ອະທິຖານເພື່ອຈະຮູ້ວ່າພຣະເຈົ້າຈະເອົາໃຜມາແທນຢູດາ ແລະ ເປັນພະຍານພິເສດເຖິງພຣະເຢຊູຄຣິດ. ພຣະເຈົ້າໄດ້ເລືອກເອົາຊາຍຄົນໜຶ່ງຊື່ວ່າ ມັດເທຍ. ເພິ່ນໄດ້ກາຍມາເປັນຄົນໜຶ່ງໃນບັນດາອັກຄະສາວົກສິບສອງ.
ກິດຈະການ 16:25–26
ໃນວັນພັກພິເສດຂອງຊາວຢິວ, ພວກສາວົກໄດ້ຢູ່ນຳກັນໃນນະຄອນເຢຣູຊາເລັມ. ໃນທັນໃດນັ້ນ, ກໍຮູ້ສຶກຄືວ່າລົມຈາກທ້ອງຟ້າເຂົ້າມາດັງກ້ອງສະໜັ່ນທົ່ວເຮືອນ. ພວກເພິ່ນໄດ້ເຫັນແສງສະຫວ່າງທີ່ເໝືອນແປວໄຟທີ່ກະຈາຍອອກໄປຢູ່ເທິງພວກເພິ່ນ, ແລະ ພວກເພິ່ນທຸກຄົນກໍເຕັມໄປດ້ວຍພຣະວິນຍານບໍລິສຸດ. ຍ້ອນພຣະວິນຍານບໍລິສຸດ, ພວກເພິ່ນຈຶ່ງສາມາດເວົ້າພາສາອື່ນໆໄດ້.
ກິດຈະການ 2:1–4
ເມື່ອຜູ້ຄົນໃນນະຄອນເຢຣູຊາເລັມໄດ້ຍິນກ່ຽວກັບເລື່ອງນີ້, ຝູງຊົນຢ່າງຫລວງຫລາຍກໍໄດ້ມາເຕົ້າໂຮມກັນ. ເຖິງແມ່ນວ່າຜູ້ຄົນຢູ່ໃນຝູງຊົນນັ້ນໄດ້ມາຈາກຫລາຍໆປະເທດ ແລະ ເວົ້າພາສາທີ່ແຕກຕ່າງກັນ, ແຕ່ເຂົາເຈົ້າກໍໄດ້ຍິນສິ່ງທີ່ອັກຄະສາວົກໄດ້ກ່າວໃນພາສາຂອງເຂົາເຈົ້າເອງ. ຜູ້ຄົນກໍງຶດປະຫລາດໃຈ!
ກິດຈະການ 2:5–13
ເປໂຕໄດ້ຢືນຂຶ້ນ ແລະ ກ່າວຕໍ່ຝູງຊົນ. ເພິ່ນໄດ້ບອກເຂົາເຈົ້າກ່ຽວກັບພຣະເຢຊູຄຣິດ. ເພິ່ນໄດ້ສະແດງປະຈັກພະຍານຂອງເພິ່ນວ່າ ພຣະເຢຊູຄືພຣະຜູ້ຊ່ວຍໃຫ້ລອດ ແລະ ໄດ້ຟື້ນຄືນພຣະຊົນແລ້ວ.
ກິດຈະການ 2:14–36
ເມື່ອຜູ້ຄົນໄດ້ຍິນສິ່ງນີ້, ເຂົາເຈົ້າກໍຮູ້ສຶກວ່າເຂົາເຈົ້າຈຳເປັນຕ້ອງປ່ຽນແປງ. ເຂົາເຈົ້າໄດ້ຖາມອັກຄະສາວົກວ່າ ເຂົາເຈົ້າຄວນເຮັດຢ່າງໃດ.
ກິດຈະການ 2:37
ເປໂຕໄດ້ກ່າວວ່າ, “ແຕ່ລະຄົນໃນພວກທ່ານ ຕ້ອງຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ ເພື່ອວ່າບາບກຳຂອງພວກທ່ານຈະໄດ້ຮັບການອະໄພ ແລະພວກທ່ານກໍຈະໄດ້ຮັບຂອງປະທານ[ແຫ່ງ]ພຣະວິນຍານບໍລິສຸດ.” ຜູ້ຄົນຈຳນວນປະມານ 3,000 ຄົນໄດ້ຮັບບັບຕິສະມາ ແລະ ໄດ້ເຂົ້າຮ່ວມສາດສະໜາຈັກໃນມື້ນັ້ນ.
ກິດຈະການ 2:38–43
ຕໍ່ມາ, ເປໂຕ ແລະ ໂຢຮັນໄດ້ໄປທີ່ພຣະວິຫານ. ພວກເພິ່ນໄດ້ເຫັນຜູ້ຊາຍທີ່ຍ່າງບໍ່ໄດ້. ລາວໄດ້ນັ່ງຢູ່ທີ່ນັ້ນທຸກໆມື້, ຂໍເງິນນຳຜູ້ຄົນ.
ກິດຈະການ 3:1–2
ຜູ້ຊາຍຄົນນັ້ນໄດ້ຂໍເງິນນຳເປໂຕ ແລະ ໂຢຮັນ. ພວກເພິ່ນໄດ້ຢຸດ ແລະ ໄດ້ຫລຽວເບິ່ງລາວ. ເປໂຕໄດ້ກ່າວວ່າ, “ຈົ່ງເບິ່ງພວກເຮົາ.”
ກິດຈະການ 3:3–4
ເປໂຕໄດ້ກ່າວວ່າພວກເພິ່ນບໍ່ມີເງິນ ຫລື ຄຳ. ແຕ່ພວກເພິ່ນມີບາງສິ່ງທີ່ດີກວ່ານັ້ນ. “ໃນພຣະນາມແຫ່ງພຣະເຢຊູຄຣິດເຈົ້າໄທນາຊາເຣັດ,” ເພິ່ນໄດ້ກ່າວ, “ຈົ່ງຍ່າງໄປ.” ເປໂຕໄດ້ຊ່ວຍລາວໃຫ້ລຸກຂຶ້ນ. ເປັນເທື່ອທຳອິດໃນຊີວິດຂອງລາວ, ຜູ້ຊາຍຄົນນັ້ນກໍຍ່າງໄດ້! ລາວດີໃຈຫລາຍ ລາວຈຶ່ງທັງເຕັ້ນ ແລະ ຍ່າງເຂົ້າໄປໃນພຣະວິຫານກັບເປໂຕ ແລະ ໂຢຮັນ.
ກິດຈະການ 3:6–8
ຜູ້ຄົນກໍງຶດປະຫລາດໃຈ. ເປໂຕໄດ້ບອກເຂົາເຈົ້າວ່າມັນບໍ່ແມ່ນອຳນາດຂອງເພິ່ນ ຫລື ອຳນາດຂອງໂຢຮັນທີ່ໄດ້ປິ່ນປົວຜູ້ຊາຍຄົນນັ້ນໃຫ້ຫາຍດີ. ລາວໄດ້ຫາຍດີໂດຍອຳນາດຂອງພຣະເຢຊູຄຣິດ ແລະ ສັດທາໃນພຣະອົງ. ເປໂຕໄດ້ບອກເຂົາເຈົ້າໃຫ້ກັບໃຈ ແລະ ເຊື່ອໃນພຣະເຢຊູ.
ກິດຈະການ 3:9–26
ຜູ້ນຳຊາວຢິວບາງຄົນກໍບໍ່ມັກສິ່ງທີ່ເປໂຕ ແລະ ໂຢຮັນກຳລັງສິດສອນ. ເຂົາເຈົ້າເວົ້າວ່າບໍ່ມີໃຜໄດ້ຮັບອະນຸຍາດໃຫ້ສິດສອນກ່ຽວກັບພຣະເຢຊູ.
ກິດຈະການ 4:1–18
ເປໂຕ ແລະ ໂຢຮັນໄດ້ກ່າວວ່າ ພວກເພິ່ນຈະເຊື່ອຟັງພຣະເຈົ້າ, ແລະ ພຣະເຈົ້າຢາກໃຫ້ພວກເພິ່ນບອກຜູ້ຄົນສິ່ງທີ່ພວກເພິ່ນຮູ້ຈັກກ່ຽວກັບພຣະເຢຊູຄຣິດ.
ກິດຈະການ 4:19–20
ອັກຄະສາວົກໄດ້ສິດສອນພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດຕໍ່ໄປດ້ວຍອຳນາດທີ່ຍິ່ງໃຫຍ່. ຫລາຍໆຄົນໄດ້ເຂົ້າຮ່ວມສາດສະໜາຈັກ. ເຂົາເຈົ້າກໍເຕັມໄປດ້ວຍພຣະວິນຍານ. ເຂົາເຈົ້າຮັກຊຶ່ງກັນແລະກັນ ແລະ ໄດ້ແບ່ງປັນທຸກສິ່ງ. ເຂົາເຈົ້າໄດ້ຂາຍສິ່ງທີ່ເຂົາເຈົ້າມີ ແລະ ໄດ້ມອບເງິນໃຫ້ແກ່ອັກຄະສາວົກເພື່ອມອບໃຫ້ຄົນຍາກຈົນ.
ກິດຈະການ 4:31–37