ເລື່ອງ​ພຣະ​ຄຳ​ພີ
ຊັກ​ຂ່າຍ​ຜູ້​ເກັບ​ພາ​ສີ—ປີນ​ຕົ້ນ​ໄມ້​ເພື່ອ​ເບິ່ງ​ພຣະ​ເຢ​ຊູ


ລູ​ກາ 19:1–10

ຊັກ​ຂ່າຍ​ຜູ້​ເກັບ​ພາ​ສີ

ປີນ​ຕົ້ນ​ໄມ້​ເພື່ອ​ເບິ່ງ​ພຣະ​ເຢ​ຊູ

ຊັກ​ຂ່າຍ​ກຳ​ລັງ​ເກັບ​ພາ​ສີ.

ພຣະ​ເຢ​ຊູ​ໄດ້​ໄປ​ຢ້ຽມ​ຢາມ​ເມືອງ​ເຢ​ຣີ​ໂກ. ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຊັກ​ຂ່າຍ​ອາ​ໄສ​ຢູ່​ທີ່​ນັ້ນ. ຊັກ​ຂ່າຍ​ເປັນ​ຄົນ​ເກັບ​ພາ​ສີ​ທີ່​ຮັ່ງ​ມີ. ຄົນ​ສ່ວນ​ໃຫຍ່​ບໍ່​ມັກ​ຄົນ​ເກັບ​ພາ​ສີ. ພວກ​ເຂົາ​ຄິດ​ວ່າ​ຄົນ​ເກັບ​ພາ​ສີ​ເອົາ​ເງິນ​ຈາກ​ປະ​ຊາ​ຊົນ​ຫລາຍ​ເກີນ​ໄປ.

ລູ​ກາ 19:1–2

ຊັກ​ຂ່າຍ​ພະ​ຍາ​ຍາມ​ທີ່​ຈະ​ເບິ່ງ​ພຣະ​ເຢ​ຊູ​ໃນ​ຝູງ​ຊົນ.

ຊັກ​ຂ່າຍ​ໄດ້​ຍິນ​ວ່າ​ພຣະ​ເຢ​ຊູ​ຢູ່​ໃນ​ເມືອງ. ລາວ​ຢາກ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ພຣະ​ອົງ. ລາວ​ພະ​ຍາ​ຍາມ​ໄປ​ເບິ່ງ​ພຣະ​ເຢ​ຊູ, ແຕ່​ລາວ​ບໍ່​ສາ​ມາດ​ເຮັດ​ໄດ້ ເພາະ​ວ່າ​ມີ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຢູ່​ອ້ອມ​ຮອບ​ພຣະ​ອົງ, ແລະ ຊັກ​ຂ່າຍ​ກໍ​ເຕ້ຍ​ເກີນ​ໄປ​ທີ່​ຈະ​ເບິ່ງ​ຜ່ານ​ກາຍ​ພວກ​ເຂົາ. ລາວ​ຈະ​ເຫັນ​ພຣະ​ເຢ​ຊູ​ໄດ້​ແນວ​ໃດ?

ລູ​ກາ 19:3–4

ຊັກ​ຂ່າຍ​ປີນ​ຕົ້ນ​ໄມ້​ເພື່ອ​ລາວ​ຈະ​ໄດ້​ເຫັນ​ພຣະ​ເຢ​ຊູ.

ຊັກ​ຂ່າຍ​ແລ່ນ​ໄປ​ທາງ​ໜ້າ ແລະ ປີນ​ຕົ້ນ​ໄມ້​ເພື່ອ​ລາວ​ຈະ​ໄດ້​ເຫັນ​ພຣະ​ເຢ​ຊູ. ເມື່ອ​ພຣະ​ເຢ​ຊູ​ຜ່ານ​ມາ, ພຣະ​ອົງ​ໄດ້​ເງີຍ​ພຣະ​ພັກ​ຂຶ້ນ ແລະ ເຫັນ​ຊັກ​ຂ່າຍ​ຢູ່​ເທິງ​ຕົ້ນ​ໄມ້. ພຣະ​ເຢ​ຊູ​ຮ້ອງ​ຊື່​ຂອງ​ລາວ ແລະ ກ່າວ​ວ່າ “ຮີບ​ລົງ​ມາ.” ພຣະ​ເຢ​ຊູ​ຢາກ​ໄປ​ຢ້ຽມ​ຢາມ​ລາວ​ທີ່​ເຮືອນ​ຂອງ​ລາວ. ຊັກ​ຂ່າຍ​ຟ້າວ​ລົງ​ມາ​ຈາກ​ຕົ້ນ​ໄມ້. ລາວ​ດີ​ໃຈ​ຫລາຍ​ທີ່​ພຣະ​ເຢ​ຊູ​ມາ​ເຮືອນ​ຂອງ​ລາວ.

ລູ​ກາ 19:4–6

ພຣະ​ເຢ​ຊູ​ໄປ​ຢ້ຽມ​ຢາມ​ຊັກ​ຂ່າຍ​ທີ່​ເຮືອນ​ຂອງ​ລາວ.

ຜູ້​ຄົນ​ໃນ​ເມືອງ​ເຢ​ຣີ​ໂກ​ສົງ​ໄສ​ວ່າ​ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ໄປ​ເຮືອນ​ຂອງ​ຊັກ​ຂ່າຍ. ພວກ​ເຂົາ​ຄິດ​ວ່າ​ຊັກ​ຂ່າຍ​ເປັນ​ຄົນ​ບາບ​ເພາະ​ວ່າ​ລາວ​ເປັນ​ຄົນ​ເກັບ​ພາ​ສີ.

ລູ​ກາ 19:7

ພຣະ​ເຢ​ຊູ​ເວົ້າ​ລົມ​ກັບ​ຊັກ​ຂ່າຍ ແລະ ຄອບ​ຄົວ​ຂອງ​ລາວ.

ຊັກ​ຂ່າຍ​ໄດ້​ບອກ​ພຣະ​ເຢ​ຊູ​ວ່າ “ຂ້າ​ນ້ອຍ​ຂໍ​ມອບ​ເຂົ້າ​ຂອງ​ທີ່​ມີ​ຢູ່​ໃຫ້​ແກ່​ຄົນ​ຍາກ​ຈົນ​ເຄິ່ງ​ໜຶ່ງ.” ລາວ​ເວົ້າ​ວ່າ​ຖ້າ​ລາວ​ໄດ້​ສໍ້​ໂກງ​ຜູ້​ໃດ​ຜູ້​ໜຶ່ງ, ລາວ​ກໍ​ຂໍ​ສົ່ງ​ຄືນ​ໃຫ້​ຫລາຍ​ກວ່າ​ນັ້ນ. ພຣະ​ເຢ​ຊູ​ບອກ​ຊັກ​ຂ່າຍ​ວ່າ, “ໃນ​ວັນ​ນີ້ ຄວາມ​ພົ້ນ​ມາ​ເຖິງ​ເຮືອນ​ຫລັງ​ນີ້​ແລ້ວ.” ພຣະ​ເຢ​ຊູ​ກ່າວ​ວ່າ​ພຣະ​ອົງ​ໄດ້​ມາ​ເພື່ອ​ຊອກ​ຫາ ແລະ ຊ່ວຍ​ຄົນ​ທີ່​ຫລົງ​ທາງ.

ລູ​ກາ 19:6, 8–10