ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ເຮັດ​ໃຫ້​ຄວາມ​ອ່ອນ​ແອ​ກັບ​ມາ​ເຂັ້ມ​ແຂງ—ບົດ​ຮຽນ​ຂອງ​ໂປ​ໂລ​ຈາກ “ສ້ຽນ​ໜາມ”


2 ໂກ​ຣິນ​ໂທ 12:7–10

ພຣະ​ເຢ​ຊູ​ເຮັດ​ໃຫ້​ຄວາມ​ອ່ອນ​ແອ​ກັບ​ມາ​ເຂັ້ມ​ແຂງ

ບົດ​ຮຽນ​ຂອງ​ໂປ​ໂລ​ຈາກ “ສ້ຽນ​ໜາມ”

ອັກ​ຄະ​ສາ​ວົກ​ໂປ​ໂລ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ເປັນ​ຜູ້ຮັບໃຊ້​ທີ່​ຍິ່ງ​ໃຫຍ່​ຂອງ​ພຣະ​ເຢ​ຊູ​ຄຣິດ. ເພິ່ນ​ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ຢ່າງ ແລະ ໄດ້​ສິດ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແຕ່​ວ່າ​ໂປ​ໂລ​ກໍ​ຍັງ​ມີ​ຄວາມ​ທ້າ​ທາຍ​ຫລາຍ​ຢ່າງ​ນຳ​ອີກ.

2 ໂກ​ຣິນ​ໂທ 12:7

ໂປ​ໂລ​ກຳ​ລັງ​ຂຽນ​ຈົດ​ໝາຍ​ຫາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ເມືອງ​ໂກ​ຣິນ​ໂທ.

ໃນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ​ທີ່​ຂຽນ​ຫາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ໂປ​ໂລ​ໄດ້​ປຽບ​ທຽບ​ຄວາມ​ທ້າ​ທາຍ​ຂອງ​ເພິ່ນ​ໃສ່​ກັບ​ການ​ມີ​ສ້ຽນ​ໜາມ​ປັກ​ລົງ​ໃນ​ຜິວ​ໜັງ​ຂອງ​ເພິ່ນ. ມັນ​ໄດ້​ເຮັດ​ໃຫ້​ໂປ​ໂລ​ຮູ້​ສຶກ​ອ່ອນ​ແອ​ຫລາຍ.

2 ໂກ​ຣິນ​ໂທ 12:7

ໂປ​ໂລ​ກຳ​ລັງ​ອະ​ທິ​ຖານ.

ເປັນ​ເວ​ລາ​ສາມ​ຄັ້ງ, ທີ່​ໂປ​ໂລ​ໄດ້​ອະ​ທິ​ຖານ ແລະ ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ເອົາ​ຄວາມ​ທ້າ​ທາຍ​ຂອງ​ເພິ່ນ​ອອກ​ໄປ. ແຕ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ນຳ​ເອົາ​ມັນ​ອອກ​ໄປ.

2 ໂກ​ຣິນ​ໂທ 12:8–9

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ຈັບ​ມື​ຂອງ​ໂປ​ໂລ ແລະ ຍົກ​ເພິ່ນ​ຂຶ້ນ.

ໃນ​ທາງ​ກັບ​ກັນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ກັບ​ໂປ​ໂລ​ວ່າ​ພຣະ​ອົງ​ມີ​ອຳ​ນາດ​ພຽງ​ພໍ​ທີ່​ຈະ​ເຮັດ​ໃຫ້​ໂປ​ໂລ​ແຂງ​ແຮງ. ໂປ​ໂລ​ໄດ້​ຮຽນ​ຮູ້​ວ່າ​ບາງ​ຄັ້ງ​ຄວາມ​ທ້າ​ທາຍ​ສາ​ມາດ​ເປັນ​ສິ່ງ​ທີ່​ດີ​ໄດ້​ຖ້າ​ວ່າ​ເຮົາ​ເພິ່ງ​ພາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ. ເມື່ອ​ເຮົາ​ຮູ້​ສຶກ​ອ່ອນ​ແອ, ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ເຮັດ​ໃຫ້​ເຮົາ​ເຂັ້ມ​ແຂງ, ເຖິງ​ແມ່ນ​ວ່າ​ຄວາມ​ທ້າ​ທາຍ​ຂອງ​ເຮົາ​ນັ້ນ​ຈະ​ບໍ່​ໄດ້​ຖືກ​ນຳ​ອອກ​ໄປ​ກໍ​ຕາມ.

2 ໂກ​ຣິນ​ໂທ 12:9–10