ເລື່ອງ​ພຣະ​ຄຳ​ພີ
ການ​ເພິ່ງ​ອາ​ໄສ​ພຣະ​ເຢ​ຊູ​ຄຣິດ​ເພື່ອ​ຄວາມ​ລອດ—ຖືກ​ຊ່ວຍ​ໃຫ້​ລອດ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ


ໂຣມ 3:21–28; 5:1–11; 6:3–6

ການ​ເພິ່ງ​ອາ​ໄສ​ພຣະ​ເຢ​ຊູ​ຄຣິດ​ເພື່ອ​ຄວາມ​ລອດ

ຖືກ​ຊ່ວຍ​ໃຫ້​ລອດ​ໂດຍ​ພຣະ​ຄຸນ​ຂອງ​ພຣະ​ອົງ

ຜູ້​ຄົນ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ.

ຜູ້​ຄົນ​ທີ່​ມາ​ຈາກ​ຫລາຍ​ບ່ອນ​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຖືກ​ເອີ້ນ​ວ່າ​ໄພ່​ພົນ.

ໂຣມ 1:7

ຊາຍ​ສອງ​ຄົນ​ກຳ​ລັງ​ເວົ້າ​ລົມ​ກ່ຽວ​ກັບ​ກົດ​ຂອງ​ໂມ​ເຊ.

ໄພ່​ພົນ​ບາງ​ຈຳ​ນວນ​ກໍ​ເປັນ​ຊາວ​ຢິວ​ທີ່​ຍັງ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ໂມ​ເຊ. ບາງ​ຄົນ​ກໍ​ບໍ່​ແມ່ນ. ເຂົາ​ເຈົ້າ​ບໍ່​ເຫັນ​ດ້ວຍ​ກ່ຽວ​ກັບ​ວ່າ​ເຂົາ​ເຈົ້າ​ຈຳ​ເປັນ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ໂມ​ເຊ​ຫລື​ບໍ່.

ໂຣມ 2:14–15, 23–29

ໂປ​ໂລ​ກຳ​ລັງ​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ.

ໂປ​ໂລ​ໄດ້​ຮູ້​ຈັກ​ແລ້ວ​ວ່າ​ໄພ່​ພົນ​ມີ​ຄຳ​ຖາມ​ເຫລົ່າ​ນີ້. ເພິ່ນ​ໄດ້​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ​ຫາ​ໄພ່​ພົນ​ໃນ​ນະ​ຄອນ​ໂຣມ. ເພິ່ນ​ໄດ້​ບອກ​ເຂົາ​ເຈົ້າ​ວ່າ​ບໍ່​ມີ​ໃຜ​ຈະ​ສາ​ມາດ​ໄດ້​ຮັບ​ຄວາມ​ລອດ​ໄດ້​ພຽງ​ແຕ່​ໂດຍ​ການ​ພະ​ຍາ​ຍາມ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ໂມ​ເຊ. ເຮົາ​ທຸກ​ຄົນ​ມີ​ຄວາມ​ບາບ, ເພິ່ນ​ໄດ້​ອະ​ທິ​ບາຍ. ເພື່ອ​ທີ່​ຈະ​ລອດ, ທຸກ​ຄົນ​ຈຳ​ຕ້ອງ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ເຮັດ​ຕາມ​ພຣະ​ອົງ.

ໂຣມ 3:20–23

ຊາຍ​ສອງ​ຄົນ​ກຳ​ລັງ​ອ່ານ​ຈົດ​ໝາຍ​ຂອງ​ໂປ​ໂລ.

ໂປ​ໂລ​ໄດ້​ສິດ​ສອນ​ວ່າ ພຣະ​ເຈົ້າ​ໄດ້​ສົ່ງ​ພຣະ​ເຢ​ຊູ​ຄຣິດ​ມາ​ເພື່ອ​ຮັບ​ເອົາ​ຄວາມ​ຜິດ​ບາບ​ຂອງ​ເຮົາ​ໄວ້​ກັບ​ພຣະ​ອົງ. ຍ້ອນ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ທຸກ​ຄົນ​ຈຶ່ງ​ສາ​ມາດ​ກັບ​ໃຈ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເຮົາ.

ໂຣມ 3:24–31

ຊາຍ​ສອງ​ຄົນ​ກຳ​ລັງ​ຮັບ​ສິນ​ລະ​ລຶກ​ນຳ​ກັນ.

ໂປ​ໂລ​ໄດ້​ສິດ​ສອນ​ວ່າ​ພຣະ​ເຢ​ຊູ​ຄຣິດມອບ​ຂອງ​ປະ​ທານ​ແຫ່ງ​ການ​ໃຫ້​ອະ​ໄພ ​ແລະ ໃຫ້ຄວາມ​ເຂັ້ມ​ແຂງ​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ເຮັດ​ສິ່ງ​ທີ່​ດີ. ຂອງ​ປະ​ທານ​ແຫ່ງ​ຄວາມ​ຮັກ​ນີ້​ເອີ້ນ​ວ່າ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ແລະ ມັນ​ເຕີມ​ເຕັມ​ເຮົາ​ດ້ວຍ​ຄວາມ​ຫວັງ ແລະ ຄວາມ​ຊື່ນ​ຊົມ. ໂປ​ໂລ ໄດ້​ກ່າວ​ວ່າ​ເມື່ອ​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ເໝືອນ​ດັ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ຮັບ, ມັນ​ກໍ​ຄື​ກັນ​ກັບ​ການ​ເລີ່ມ​ຕົ້ນ​ຊີ​ວິດ​ໃໝ່​ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ.

ໂຣມ 5:1–11; 6:3–6