ລູກາ 10:38–42
ນາງມາທາ ແລະ ນາງມາຣີ
ການເລືອກສິ່ງທີ່ສຳຄັນທີ່ສຸດ
ນາງມາທາໄດ້ອາໄສຢູ່ໃນໝູ່ບ້ານໜຶ່ງເອີ້ນວ່າ ເບັດທານີ. ເມື່ອພຣະເຢຊູ ແລະ ສານຸສິດຂອງພຣະອົງໄດ້ມາຍັງເບັດທານີ, ນາງມາທາໄດ້ຕ້ອນຮັບພວກເພິ່ນເຂົ້າໃນບ້ານຂອງນາງ.
ລູກາ 10:38
ຂະນະທີ່ພຣະເຢຊູສິດສອນ, ນາງມາທາກໍຫຍຸ້ງຫລາຍກັບການຮັບໃຊ້ແຂກຂອງນາງ. ນ້ອງສາວຂອງນາງ, ນາງມາຣີ, ໄດ້ນັ່ງໃກ້ພຣະເຢຊູ ແລະ ຟັງພຣະຄຳຂອງພຣະອົງ.
ລູກາ 10:39–40
ນາງມາທາບໍ່ພໍໃຈທີ່ລາວເຮັດວຽກທຸກຢ່າງຄົນດຽວ. ລາວຄິດວ່າ ນາງມາຣີຄວນຊ່ວຍລາວ ແທນທີ່ຈະຟັງພຣະເຢຊູ. ນາງມາທາໄດ້ຂໍໃຫ້ພຣະເຢຊູບອກໃຫ້ນາງມາຣີມາຊ່ວຍນາງ.
ລູກາ 10:40
ພຣະເຢຊູສາມາດເຫັນໄດ້ວ່າ ນາງມາທາກຳລັງເຮັດວຽກໜັກຫລາຍສໍ່າໃດ. ພຣະອົງໄດ້ບອກນາງວ່າ ພຣະອົງໄດ້ສັງເກດເຫັນວ່າ ນາງກັງວົນກ່ຽວກັບຫລາຍໆຢ່າງ.
ລູກາ 10:41
ພຣະເຢຊູໄດ້ອະທິບາຍວ່າ ບາງຢ່າງກໍສຳຄັນກວ່າສິ່ງອື່ນໆ. ນາງມາຣີ, ພຣະອົງກ່າວ, ໄດ້ເລືອກຖືກແລ້ວທີ່ຈະຟັງພຣະຄຳຂອງພຣະອົງ. ສິ່ງທີ່ນາງກຳລັງຮຽນຮູ້ຈາກພຣະເຢຊູຈະບໍ່ມີວັນຖືກເອົາໄປຈາກນາງ.
ລູກາ 10:42