ເລື່ອງ​ພຣະ​ຄຳ​ພີ
ຊາ​ຕານ​ລໍ້​ລວງ​ພຣະ​ເຢ​ຊູ—ຕົວ​ຢ່າງ​ຂອງ​ການ​ເອົາ​ຊະ​ນະ​ການ​ລໍ້​ລວງ


ມັດ​ທາຍ 4:1–10

ຊາ​ຕານ​ລໍ້​ລວງ​ພຣະ​ເຢ​ຊູ

ຕົວ​ຢ່າງ​ຂອງ​ການ​ເອົາ​ຊະ​ນະ​ການ​ລໍ້​ລວງ

ພຣະ​ເຢ​ຊູ​ກຳ​ລັງ​ຍ່າງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ໄດ້​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເພື່ອ​ໄປ​ຢູ່​ກັບ​ພຣະ​ເຈົ້າ. ພຣະ​ອົງ​ບໍ່​ໄດ້​ຮັບ​ປະ​ທານ​ອາ​ຫານ​ເປັນ​ເວ​ລາ​ສີ່​ສິບ​ວັນ. ພຣະ​ອົງ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ໄດ້​ອະ​ທິ​ຖານ​ເພື່ອ​ກຽມ​ພ້ອມ​ສຳ​ລັບ​ພາ​ລະ​ກິດ​ຂອງ​ພຣະ​ອົງ.

ມັດ​ທາຍ 4:1–2; ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ໃນ​ໝາຍ​ເຫດ 1 ແລະ 2

ຊາ​ຕານ​ກຳ​ລັງ​ລໍ້​ລວງ​ພຣະ​ເຢ​ຊູ ໃຫ້​ສັ່ງ​ກ້ອນ​ຫີນ​ປ່ຽນ​ເປັນ​ເຂົ້າ​ຈີ່.

ພຣະ​ເຢ​ຊູ​ກໍ​ຫິວ​ເຂົ້າ. ຊາ​ຕານ​ກໍ​ໄດ້​ເຂົ້າ​ມາ ແລະ ລໍ້​ລວງ​ພຣະ​ອົງ. ມັນ​ໄດ້​ເວົ້າ​ວ່າ ຖ້າ​ພຣະ​ເຢ​ຊູ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ພຣະ​ອົງ​ຈະ​ສາ​ມາດ​ປ່ຽນ​ກ້ອນ​ຫີນ​ໃຫ້​ເປັນ​ເຂົ້າ​ຈີ່​ໄດ້. ພຣະ​ອົງ​ບໍ່​ເຮັດ​ສິ່ງ​ນັ້ນ. ພຣະ​ອົງ​ໄດ້​ອ້າງ​ຂໍ້​ພຣະ​ຄຳ​ພີ​ເພື່ອ​ກ່າວ​ວ່າ ພຣະ​ອົງ​ລ້ຽງ​ພຣະ​ຊົນ​ຊີບ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ບໍ່​ແມ່ນ​ພຽງ​ແຕ່​ດ້ວຍ​ເຂົ້າ​ຈີ່​ເທົ່າ​ນັ້ນ.

ມັດ​ທາຍ 4:2–4

ຊາ​ຕານ​ກຳ​ລັງ​ລໍ້​ລວງ​ພຣະ​ເຢ​ຊູ​ໃຫ້​ໂດດ​ລົງ​ຈາກ​ກຳ​ແພງ​ຂອງ​ພຣະ​ວິ​ຫານ.

ແລ້ວ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ນຳ​ພຣະ​ເຢ​ຊູ​ໄປ​ທີ່​ກຳ​ແພງ​ຂອງ​ພຣະ​ວິ​ຫານ. ຊາ​ຕານ​ໄດ້​ລໍ້​ລວງ​ພຣະ​ເຢ​ຊູ​ໃຫ້​ໂດດ​ລົງ. ມັນ​ໄດ້​ເວົ້າ​ວ່າ ຖ້າ​ພຣະ​ເຢ​ຊູ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ເຫລົ່າ​ທູດ​ຈະ​ບໍ່​ປ່ອຍ​ໃຫ້​ພຣະ​ອົງ​ໄດ້​ຮັບ​ບາດ​ເຈັບ. ພຣະ​ເຢ​ຊູ​ບໍ່​ໄດ້​ໂດດ​ລົງ. ພຣະ​ອົງ​ໄດ້​ບອກ​ຊາ​ຕານ​ວ່າ ພຣະ​ຄຳ​ພີ​ກ່າວ​ໄວ້​ວ່າ ເຮົາ​ບໍ່​ຄວນ​ທົດ​ລອງ​ພຣະ​ເຈົ້າ.

ມັດ​ທາຍ 4:5–7; ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ໃນ​ໝາຍ​ເຫດ 5 ແລະ 6

ຊາ​ຕານ​ກຳ​ລັງ​ລໍ້​ລວງ​ພຣະ​ເຢ​ຊູ​ໃຫ້​ກົ້ມ​ຂາບ​ນະ​ມັດ​ສະ​ການ​ມັນ.

ຕໍ່​ໄປ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ນຳ​ພຣະ​ເຢ​ຊູ​ຂຶ້ນ​ໄປ​ເທິງ​ຍອດ​ພູ​ແຫ່ງ​ໜຶ່ງ. ຈາກ​ທີ່​ນັ້ນ, ພຣະ​ເຢ​ຊູ​ໄດ້​ເຫັນ​ອາ​ນາ​ຈັກ​ແຫ່ງ​ໂລກ​ທັງ​ໝົດ. ຊາ​ຕານ​ໄດ້​ມາ ແລະ ໄດ້​ກ່າວ​ວ່າ ມັນ​ຈະ​ມອບ​ອາ​ນາ​ຈັກ​ທັງ​ໝົດ​ເຫລົ່າ​ນີ້​ໃຫ້​ພຣະ​ເຢ​ຊູ ຖ້າ​ຫາກ​ພຣະ​ອົງ​ຈະ​ກົ້ມ​ຂາບ​ນະ​ມັດ​ສະ​ການ​ມັນ.

ມັດ​ທາຍ 4:8–10; ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ 8

ພຣະ​ເຢ​ຊູ​ກຳ​ລັງ​ບອກ​ໃຫ້​ຊາ​ຕານ​ໜີ​ໄປ.

ພຣະ​ເຢ​ຊູ​ໄດ້​ບອກ​ຊາ​ຕານ​ວ່າ ພຣະ​ຄຳ​ພີ​ກ່າວ​ໄວ້​ວ່າ ເຮົາ​ຄວນ​ນະ​ມັດ​ສະ​ການ​ພຽງ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ. ພຣະ​ເຢ​ຊູ​ໄດ້​ບອກ​ໃຫ້​ຊາ​ຕານ​ໜີ​ໄປ. ພຣະ​ເຢ​ຊູ​ໄດ້​ໄປ​ທີ່​ຄາ​ລີ​ເລ​ເພື່ອ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ເຕັມ​ໄປ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ລູ​ກາ 4:13–14