ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ຖືກ​ຈັບ— ການ​ຕັດ​ສິນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ


ມາ​ຣະ​ໂກ 14–15; ລູ​ກາ 22–23; ໂຢ​ຮັນ 18–19

ພຣະ​ເຢ​ຊູ​ຖືກ​ຈັບ

ການ​ຕັດ​ສິນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ

ຢູ​ດາ ແລະ ທະ​ຫານ​ຍາມ​ບາງ​ຄົນ​ມາ​ຮອດ​ເຄັດ​ເຊ​ມາ​ເນ.

ຫລັງ​ຈາກ​ພຣະ​ເຢ​ຊູ​ອະ​ທິ​ຖານ ແລະ ທົນ​ທຸກ​ທໍ​ລະ​ມານ​ໃນ​ເຄັດ​ເຊ​ມາ​ເນ​ແລ້ວ, ຢູ​ດາ​ກໍ​ມາ​ຮອດ​ພ້ອມ​ກັບ​ທະ­ຫານ​ຍາມ​ຊາວ​ຢິວ​ກຸ່ມ​ໃຫຍ່. ຢູ​ດາ​ເປັນ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ. ລາວ​ຮູ້​ວ່າ​ພຣະ​ເຢ​ຊູ​ມັກ​ໄປ​ທີ່​ສວນ​ນີ້​ເລື້ອຍໆ. ຜູ້​ນຳ​ຊາວ​ຢິວ​ໄດ້​ຈ່າຍ​ເງິນ​ໃຫ້​ຢູ​ດາ​ເພື່ອ​ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ພຣະ​ເຢ​ຊູ ເພື່ອ​ພວກ​ເຂົາ​ຈະ​ສາ​ມາດ​ເອົາ​ພຣະ​ອົງ​ໄປ.

ໂຢ​ຮັນ 18:2–3

ເປ​ໂຕ​ໂຈມ​ຕີ​ຄົນ​ຮັບ​ໃຊ້​ຂອງ​ມະ​ຫາ​ປະ​ໂລ​ຫິດ.

ໃນ​ຂະ​ນະ​ທີ່​ທະ​ຫານ​ຍາມ​ພະ​ຍາ​ຍາມ​ເອົາ​ພຣະ​ເຢ​ຊູ​ໄປ, ເປ​ໂຕ​ໄດ້​ດຶງ​ດາບ​ອອກ​ມາ. ເພິ່ນ​ໄດ້​ຕັດ​ຫູ​ຂອງ​ຄົນ​ຮັບ​ໃຊ້​ຂອງ​ມະ​ຫາ​ປະ​ໂລ​ຫິດ.

ໂຢ​ຮັນ 18:10

ພຣະ​ເຢ​ຊູ​ບອກ​ເປ​ໂຕ​ໃຫ້​ເອົາ​ດາບ​ຂອງ​ລາວ​ເກັບ​ໄວ້.

ພຣະ​ເຢ​ຊູ​ໄດ້​ບອກ​ເປ​ໂຕ​ໃຫ້​ເອົາ​ດາບ​ຂອງ​ລາວ​ເກັບ​ໄວ້. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ​ພຣະ​ອົງ​ຕ້ອງ​ເຮັດ​ຕາມ​ທີ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ຕ້ອງ​ການ.

ໂຢ​ຮັນ 18:11

ພຣະ​ເຢ​ຊູ​ປິ່ນ​ປົວ​ຫູ​ຂອງ​ຜູ້​ຮັບ​ໃຊ້.

ພຣະ​ເຢ​ຊູ​ໄດ້​ແຕະ​ຕ້ອງ​ຫູ​ຂອງ​ຜູ້​ຮັບ​ໃຊ້ ແລະ ປິ່ນ​ປົວ​ມັນ.

ລູ​ກາ 22:51

ພຣະ​ເຢ​ຊູ​ຖືກ​ພາ​ໄປ​ເຮືອນ​ຂອງ​ມະ​ຫາ​ປະ​ໂລ​ຫິດ.

ພວກ​ທະ​ຫານ​ໄດ້​ພາ​ພຣະ​ເຢ​ຊູ​ໄປ​ເຮືອນ​ຂອງ​ມະ​ຫາ​ປະ​ໂລ​ຫິດ. ຜູ້​ນຳ​ຊາວ​ຢິວ​ຄົນ​ອື່ນໆ​ກໍ​ຢູ່​ທີ່​ນັ້ນ​ຄື​ກັນ. ພວກ​ເຂົາ​ຕ້ອງ​ການ​ຊອກ​ຫາ​ເຫດ​ຜົນ​ທີ່​ຈະ​ປະ​ຫານ​ພຣະ​ເຢ​ຊູ. ພວກ​ເຂົາ​ນຳ​ຄົນ​ເຂົ້າ​ມາ​ເພື່ອ​ເວົ້າ​ຕົວະ​ກ່ຽວ​ກັບ​ພຣະ​ອົງ.

ມາ​ຣະ​ໂກ 14:53–61

ມະ​ຫາ​ປະ​ໂລ​ຫິດ​ໄດ້​ຖາມ​ພຣະ​ເຢ​ຊູ​ວ່າ ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຫລື​ບໍ່.

ໃນ​ທີ່​ສຸດ, ມະ​ຫາ​ປະ​ໂລ​ຫິດ​ໄດ້​ຖາມ​ພຣະ​ເຢ​ຊູ​ວ່າ ພຣະ​ອົງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຫລື​ບໍ່. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ເຮົາ​ເປັນ.”

ມາ​ຣະ​ໂກ 14:61–62

ມະ​ຫາ​ປະ​ໂລ​ຫິດ ແລະ ຜູ້​ນຳ​ຄົນ​ອື່ນໆ​ໃຈ​ຮ້າຍ​ໃຫ້​ພຣະ​ເຢ​ຊູ.

ສິ່ງ​ນີ້​ເຮັດ​ໃຫ້​ມະ​ຫາ​ປະ​ໂລ​ຫິດ ແລະ ຜູ້​ນຳ​ຄົນ​ອື່ນໆ​ໃຈ​ຮ້າຍ. ພວກ​ເຂົາ​ໄດ້​ຕີ​ພຣະ​ເຢ​ຊູ, ຖົ່ມ​ນໍ້າ​ລາຍ​ໃສ່​ພຣະ​ອົງ, ແລະ ເຍາະ​ເຍີ້ຍ​ພຣະ​ອົງ. ພວກ​ເຂົາ​ຕົກ​ລົງ​ກັນ​ວ່າ ພຣະ​ອົງ​ຄວນ​ຈະ​ຖືກ​ປະ​ຫານ.

ມາ​ຣະ​ໂກ 14:63–65

ເປ​ໂຕ​ບອກ​ຜູ້​ຄົນ​ວ່າ​ເພິ່ນ​ບໍ່​ຮູ້​ຈັກ​ພຣະ​ເຢ​ຊູ.

ຂະ​ນະ​ທີ່​ພຣະ​ເຢ​ຊູ​ຢູ່​ໃນ​ເຮືອນ​ຂອງ​ມະ​ຫາ​ປະ​ໂລ​ຫິດ, ເປ​ໂຕ​ໄດ້​ລໍ​ຖ້າ​ຢູ່​ຂ້າງ​ນອກ. ເພິ່ນ​ນັ່ງ​ຢູ່​ຂ້າງ​ກອງ​ໄຟ​ເພື່ອ​ຄວາມ​ອົບ​ອຸ່ນ. ສາມ​ຄັ້ງ, ຜູ້​ຄົນ​ເວົ້າ​ວ່າ​ພວກ​ເຂົາ​ຈື່​ເປ​ໂຕ​ວ່າ​ເປັນ​ສາ​ວົກ​ຄົນ​ໜຶ່ງ​ຂອງ​ພຣະ​ເຢ​ຊູ. ແຕ່​ໃນ​ແຕ່​ລະ​ຄັ້ງ, ເປ​ໂຕ​ກ່າວ​ວ່າ​ເພິ່ນ​ບໍ່​ຮູ້​ຈັກ​ພຣະ​ເຢ​ຊູ.

ມາ​ຣະ​ໂກ 14:54, 66–71

ເປ​ໂຕ​ຍ່າງ​ໜີ​ໄປ​ດ້ວຍ​ນໍ້າ​ຕາ.

ແລ້ວ​ໄກ່​ກໍ​ຂັນ, ແລະ ເປ​ໂຕ​ກໍ​ຈື່​ໄດ້​ວ່າ​ພຣະ​ເຢ​ຊູ​ໄດ້​ກ່າວ​ຫຍັງ​ໄວ້: ວ່າ​ເປ​ໂຕ​ຈະ​ປະ​ຕິ​ເສດ​ພຣະ​ອົງ​ສາມ​ເທື່ອ. ເປ​ໂຕ​ຍ່າງ​ໜີ​ໄປ​ດ້ວຍ​ນໍ້າ​ຕາ

ມາ​ຣະ​ໂກ 14:72

ຜູ້​ນຳ​ຊາວ​ຢິວ​ພາ​ພຣະ​ເຢ​ຊູ​ໄປ​ຫາ​ປີ​ລາດ.

ຜູ້​ນຳ​ຊາວ​ຢິວ​ພາ​ພຣະ​ເຢ​ຊູ​ໄປ​ຫາ​ປີ​ລາດ, ຜູ້​ປົກ​ຄອງ​ຊາວ​ໂຣມ. ຝູງ​ຊົນ​ກໍ​ມາ​ນຳ​ເຊັ່ນ​ກັນ. ພວກ​ຜູ້​ນຳ​ຕ້ອງ​ການ​ໃຫ້​ປີ​ລາດ​ປະ​ຫານ​ພຣະ​ເຢ​ຊູ. ພວກ​ເຂົາ​ບອກ​ປີ​ລາດ​ວ່າ ພຣະ​ເຢ​ຊູ​ເອີ້ນ​ຕົວ​ເອງ​ວ່າ​ເປັນ​ກະ​ສັດ​ຂອງ​ຊາວ​ຢິວ.

ມາ​ຣະ​ໂກ 15:1–3; ລູ​ກາ 23:2; ໂຢ​ຮັນ 18:28–31

ພຣະ​ເຢ​ຊູ​ເວົ້າ​ກັບ​ປີ​ລາດ.

ປີ​ລາດ​ໄດ້​ຖາມ​ພຣະ​ເຢ​ຊູ​ວ່າ ພຣະ​ອົງ​ເປັນ​ກະ​ສັດ​ຂອງ​ຊາວ​ຢິວ​ຫລື​ບໍ່? ພຣະ​ເຢ​ຊູ​ກ່າວ​ວ່າ: “ອາ​ນາ​ຈັກ​ຂອງ​ເຮົາ​ບໍ່​ເປັນ​ຂອງ​ໂລກ​ນີ້. ພຣະ​ອົງ​ໄດ້​ອະ​ທິ​ບາຍ​ວ່າ ພຣະ​ອົງ​ໄດ້​ມາ​ສູ່​ໂລກ​ເພື່ອ​ສິດ​ສອນ​ຄວາມ​ຈິງ​ໃຫ້​ຜູ້​ຄົນ.

ໂຢ​ຮັນ 18:33–37

ພຣະ​ເຢ​ຊູ ແລະ ປີ​ລາດ​ຢືນ​ຢູ່​ຕໍ່​ໜ້າ​ຝູງ​ຊົນ.

ປີ​ລາດ​ກ່າວ​ວ່າ​ເພິ່ນ​ບໍ່​ເຊື່ອ​ວ່າ​ພຣະ​ເຢ​ຊູ​ໄດ້​ເຮັດ​ຫຍັງ​ຜິດ. ແຕ່​ຫລາຍ​ຄົນ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ມັນ.” ປີ​ລາດ​ໄດ້​ຕັດ​ສິນ​ໃຈ​ເຮັດ​ໃນ​ສິ່ງ​ທີ່​ພວກ​ເຂົາ​ຕ້ອງ​ການ ແລະ ໃຫ້​ສັງ​ຫານ​ພຣະ​ເຢ​ຊູ.

ມາ​ຣະ​ໂກ 15:12–14; ລູ​ກາ 23:14–24