ມາຣະໂກ 12:41–44
ແມ່ໝ້າຍ ແລະ ຫລຽນທອງແດງສອງຫລຽນ
ພຣະເຢຊູສິດສອນກ່ຽວກັບການເສຍສະລະ
ພຣະເຢຊູໄດ້ໄປພຣະວິຫານໃນນະຄອນເຢຣູຊາເລັມ. ຂະນະທີ່ພຣະອົງຢູ່ທີ່ນັ້ນ, ພຣະອົງໄດ້ເບິ່ງຜູ້ຄົນໃຫ້ເງິນເພື່ອວຽກງານຂອງພຣະວິຫານ. ຄົນຮັ່ງມີຫລາຍຄົນໄດ້ເອົາເງິນໃຫ້ເປັນຈຳນວນຫລາຍ.
ມາຣະໂກ 12:41
ແລ້ວແມ່ໝ້າຍທີ່ຍາກຈົນຄົນໜຶ່ງກໍໄດ້ໃຫ້ຫລຽນທອງແດງສອງຫລຽນທີ່ມີຄ່າໜ້ອຍທີ່ສຸດ. ມັນເປັນເງິນບໍ່ຫລາຍ, ແຕ່ມັນເປັນເງິນທັງໝົດທີ່ນາງມີ.
ມາຣະໂກ 12:42, 44
ພຣະເຢຊູໄດ້ເຫັນແມ່ໝ້າຍຄົນນັ້ນ ແລະ ໄດ້ບອກໃຫ້ສານຸສິດຂອງພຣະອົງມາເບິ່ງສິ່ງທີ່ນາງໄດ້ເຮັດ.
ມາຣະໂກ 12:43
ພຣະເຢຊູໄດ້ກ່າວວ່າ ແມ່ໝ້າຍຄົນນັ້ນໄດ້ໃຫ້ຫລາຍກວ່າຄົນອື່ນໃດ. ຄົນຮັ່ງມີໄດ້ໃຫ້ເງິນເປັນຈຳນວນຫລວງຫລາຍ, ແຕ່ມັນເປັນພຽງແຕ່ສ່ວນນ້ອຍໆຂອງສິ່ງທີ່ພວກເຂົາມີ. ແມ່ໝ້າຍໄດ້ໃຫ້ເງິນພຽງແຕ່ໜ້ອຍດຽວເທົ່ານັ້ນ, ແຕ່ນາງໄດ້ໃຫ້ທຸກຢ່າງທີ່ນາງມີ.
ມາຣະໂກ 12:43–44