ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ໃນ​ເຄັດ​ເຊ​ມາ​ເນ—ທົນ​ທຸກ​ທໍ​ລະ​ມານ​ແທນ​ບາບ​ຂອງ​ຊາວ​ໂລກ


ມັດ​ທາຍ 26:36–46; ລູ​ກາ 22:39–46

ພຣະ​ເຢ​ຊູ​ໃນ​ເຄັດ​ເຊ​ມາ​ເນ

ທົນ​ທຸກ​ທໍ​ລະ​ມານ​ແທນ​ບາບ​ຂອງ​ຊາວ​ໂລກ

ພຣະ​ເຢ​ຊູ​ຂໍ​ໃຫ້​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ຕາມ​ພຣະ​ອົງ​ເຂົ້າ​ໄປ​ໃນ​ເຄັດ​ເຊ​ມາ​ເນ.

ພຣະ​ເຢ​ຊູ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ໄປ​ທີ່​ສວນ​ແຫ່ງ​ໜຶ່ງ ຊື່​ວ່າ ເຄັດ​ເຊ​ມາ​ເນ. ພຣະ​ເຢ​ຊູ​ໄດ້​ຂໍ​ໃຫ້​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ຕາມ​ພຣະ​ອົງ​ໄປ ແລະ ໄດ້​ບອກ​ໃຫ້​ຄົນ​ອື່ນ​ລໍ​ຖ້າ.

ມັດ​ທາຍ 26:36–37; ໂຢ​ຮັນ 18:1

ພຣະ​ເຢ​ຊູ​ຂໍ​ໃຫ້​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ເຝົ້າ​ຄອຍ​ຢູ່​ກັບ​ພຣະ​ອົງ​ໃນ​ຂະ​ນະ​ທີ່​ພຣະ​ອົງ​ອະ​ທິ​ຖານ.

ພຣະ​ເຢ​ຊູ​ໄດ້​ບອກ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ວ່າ​ພຣະ​ອົງ​ກຳ​ລັງ​ຮູ້​ສຶກ​ໂສກ​ເສົ້າ​ຫລາຍ. ພຣະ​ອົງ​ໄດ້​ຂໍ​ໃຫ້​ພວກ​ເພິ່ນ​ເຝົ້າ​ຄອຍ​ຢູ່​ກັບ​ພຣະ​ອົງ​ໃນ​ຂະ​ນະ​ທີ່​ພຣະ​ອົງ​ໄດ້​ອະ​ທິ​ຖານ.

ມັດ​ທາຍ 26:38

ພຣະ​ເຢ​ຊູ​ເຂົ້າ​ໄປ​ໄກ​ໃນ​ສວນ.

ແລ້ວ​ພຣະ​ເຢ​ຊູ​ໄດ້​ຍ່າງ​ເລີຍ​ໄປ​ໄກ​ໜ້ອຍ​ໜຶ່ງ​ໃນ​ສວນ. ພຣະ​ອົງ​ໄດ້​ເລີ່ມ​ທົນ​ທຸກ​ທໍ​ລະ​ມານ​ແທນ​ບາບ​ຂອງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກັບ​ໃຈ ແລະ ຮັບ​ການ​ໃຫ້​ອະ​ໄພ​ໄດ້. ພຣະ​ເຢ​ຊູ​ຍັງ​ໄດ້​ຮູ້​ສຶກ​ຄວາມ​ເຈັບ​ປວດ, ຄວາມ​ເຈັບ​ປ່ວຍ, ແລະ ຄວາມ​ໂສກ​ເສົ້າ​ທຸກ​ຢ່າງ ເພື່ອ​ວ່າ​ພຣະ​ອົງ​ຈະ​ຮູ້​ວິ​ທີ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ. ພຣະ​ອົງ​ໄດ້​ເຮັດ​ເຊັ່ນ​ນີ້​ເພາະ​ວ່າ ພຣະ​ອົງ​ຮັກ​ເຮົາ. ທັງ​ໝົດ​ເປັນ​ພາກ​ສ່ວນ​ຂອງ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

ມັດ​ທາຍ 26:39; ລູ​ກາ 22:41; ໂຣມ 3:23; ແອວ​ມາ 7:11–13; 3 ນີ​ໄຟ 27:19

ພຣະ​ເຢ​ຊູ​ທົນ​ທຸກ​ທໍ​ລະ​ມານ​ຢູ່​ໃນ​ສວນ​ເຄັດ​ເຊ​ມາ​ເນ.

ຄວາມ​ທົນ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ເຢ​ຊູ​ແມ່ນ​ເຈັບ​ປວດ​ແຮງ​ຈົນ​ພຣະ​ອົງ​ໄດ້​ທູນ​ຂໍ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຖ້າ​ຫາກ​ພຣະ​ອົງ​ສາ​ມາດ​ເລື່ອນ​ໃຫ້​ຄວາມ​ທຸກ​ທໍ​ລະ​ມານ​ນັ້ນ​ພົ້ນ​ໄປ. ແຕ່​ພຣະ​ອົງ​ກໍ​ເຕັມ​ພຣະ​ໄທ​ທີ່​ຈະ​ກະ​ທຳ​ສິ່ງ​ທີ່​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ປະ​ສົງ​ໃຫ້​ພຣະ​ອົງ​ກະ​ທຳ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ຂໍ​ຢ່າ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ລູກ, ແຕ່​ຂໍ​ໃຫ້​ເປັນ​ໄປ​ຕາມ​ຄວາມ​ປະ​ສົງ​ຂອງ​ພຣະ​ບິ​ດາ​ເຈົ້າ​ເທີ້ນ.”

ລູ​ກາ 22:42

ພຣະ​ເຢ​ຊູ​ຂໍ​ໃຫ້​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ​ເຝົ້າ​ຄອຍ​ຢູ່ ແລະ ອະ​ທິ​ຖານ.

ພຣະ​ເຢ​ຊູ​ໄດ້​ໄປ​ຫາ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ ແລະ ໄດ້​ເຫັນ​ວ່າ​ພວກ​ເພິ່ນ​ກຳ​ລັງ​ນອນ​ຫລັບ​ຢູ່. ພຣະ​ອົງ​ໄດ້​ປຸກ​ພວກ​ເພິ່ນ ແລະ ໄດ້​ຂໍ​ໃຫ້​ພວກ​ເພິ່ນ​ເຝົ້າ​ຄອຍ​ຢູ່ ແລະ ອະ​ທິ​ຖານ. ແຕ່​ພຣະ​ອົງ​ກໍ​ຮູ້​ວ່າ​ເຖິງ​ແມ່ນ​ວ່າ​ພວກ​ເພິ່ນ​ຢາກ​ຈະ​ເຝົ້າ​ຄອຍ​ຢູ່, ແຕ່​ພວກ​ເພິ່ນ​ກໍ​ອິດ​ເມື່ອຍ​ຫລາຍ.

ມັດ​ທາຍ 26:40–41

ທູດ​ອົງ​ໜຶ່ງ​ມາ​ປະ​ກົດ​ເພື່ອ​ຊູ​ກຳ​ລັງ​ພຣະ​ເຢ​ຊູ​ຂຶ້ນ.

ພຣະ​ເຢ​ຊູ​ໄດ້​ອະ​ທິ​ຖານ​ອີກ​ຄັ້ງ. ທູດ​ອົງ​ໜຶ່ງ​ໄດ້​ມາ​ປະ​ກົດ​ເພື່ອ​ຊູ​ກຳ​ລັງ​ພຣະ​ອົງ​ຂຶ້ນ. ພຣະ​ອົງ​ໄດ້​ຮູ້​ສຶກ​ເຈັບ​ປວດ​ແຮງ, ແລະ ພຣະ​ອົງ​ກໍ​ໄດ້​ອະ​ທິ​ຖານ​ຫລາຍ​ຂຶ້ນ. ເຫື່ອ​ຂອງ​ພຣະ​ອົງ​ເປັນ​ເໝືອນ​ເລືອດ​ໄຫລ​ຢາດ​ລົງ​ດິນ.

ມັດ​ທາຍ 26:42; ລູ​ກາ 22:43–44; ໂມ​ໄຊ​ຢາ 3:7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:16–19

ພຣະ​ເຢ​ຊູ​ປຸກ ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ.

ອີກ​ສອງ​ເທື່ອ, ພຣະ​ເຢ​ຊູ​ໄດ້​ໄປ​ຫາ​ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ ແລະ ໄດ້​ພົບ​ເຫັນ​ພວກ​ເພິ່ນ​ນອນ​ຫລັບ​ຢູ່. ໃນ​ທີ່​ສຸດ, ພຣະ​ອົງ​ໄດ້​ປຸກ​ພວກ​ເພິ່ນ, ເພາະ​ເວ​ລາ​ມາ​ເຖິງ​ແລ້ວ​ທີ່​ພຣະ​ອົງ​ຈະ​ຖືກ​ຈັບ​ໄປ.

ມັດ​ທາຍ 26:43–46