ກິດຈະການ 6–7
ຊະເຕຟາໂນເປັນພະຍານເຖິງພຣະເຢຊູຄຣິດ
ຜູ້ຮັບໃຊ້ທີ່ກ້າຫານສະລະຊີວິດຂອງເພິ່ນເພື່ອປະຈັກພະຍານຂອງເພິ່ນ
ສາດສະໜາຈັກກຳລັງເຕີບໂຕຂຶ້ນຢ່າງໄວ. ມັນກໍເປັນເລື່ອງຍາກຫລາຍຂຶ້ນສຳລັບອັກຄະສາວົກທີ່ຈະຕ້ອງດູແລສະມາຊິກທຸກຄົນ.
ກິດຈະການ 6:1–2
ກຸ່ມອັກຄະສາວົກໄດ້ຕັດສິນໃຈຈະເອີ້ນເອົາຜູ້ຊາຍເຈັດຄົນຜູ້ທີ່ສາມາດຊ່ວຍໄດ້. ພວກເພິ່ນໄດ້ຂໍໃຫ້ສະມາຊິກຊອກຫາຜູ້ຊາຍທີ່ສະຫລາດ ແລະ ເຕັມໄປດ້ວຍພຣະວິນຍານບໍລິສຸດ.
ກິດຈະການ 6:3
ໜຶ່ງໃນຜູ້ຄົນທີ່ພວກເພິ່ນໄດ້ເລືອກກໍແມ່ນຊະເຕຟາໂນ. ພວກອັກຄະສາວົກໄດ້ໃຫ້ພອນແກ່ເພິ່ນ. ຊະເຕຟາໂນໄດ້ມີສັດທາຫລາຍ ແລະ ໄດ້ເຮັດການອັດສະຈັນຫລາຍຢ່າງໃນບັນດາຜູ້ຄົນ.
ກິດຈະການ 6:5–8
ຊະເຕຟາໂນໄດ້ສິດສອນກ່ຽວກັບພຣະເຢຊູຄຣິດດ້ວຍສະຕິປັນຍາ ແລະ ພຣະວິນຍານ. ແຕ່ພວກຜູ້ນຳຂອງທຳມະສາລາບໍ່ມັກສິ່ງທີ່ເພິ່ນກຳລັງສິດສອນ. ເຂົາເຈົ້າໄດ້ເວົ້າວ່າເພິ່ນກຳລັງກ່າວຕໍ່ຕ້ານໂມເຊ ແລະ ຕໍ່ຕ້ານພຣະເຈົ້າ. ເຂົາເຈົ້າໄດ້ນຳຊະເຕຟາໂນມາຢູ່ຕໍ່ໜ້າມະຫາປະໂລຫິດ ແລະ ຜູ້ນຳຄົນອື່ນໆ.
ກິດຈະການ 6:9–15; 7:1
ໃບໜ້າຂອງຊະເຕຟາໂນເບິ່ງຄືໃບໜ້າຂອງທູດສະຫວັນ. ເພິ່ນໄດ້ເຕືອນພວກຜູ້ນຳວ່າ ພຣະເຈົ້າໄດ້ສົ່ງໂມເຊມາເພື່ອຊ່ວຍຊາວອິດສະຣາເອນໃຫ້ລອດ,ແຕ່ເຂົາເຈົ້າບໍ່ໄດ້ຕິດຕາມໂມເຊສະເໝີໄປ. ຊະເຕຟາໂນໄດ້ກ່າວວ່າໂມເຊແມ່ນຄືກັນກັບພຣະເຢຊູຄຣິດ. ພຣະເຈົ້າໄດ້ສົ່ງພຣະເຢຊູມາເພື່ອຊ່ວຍຜູ້ຄົນຂອງພຣະອົງໃຫ້ລອດ, ແຕ່ພວກຜູ້ນຳບໍ່ໄດ້ຕິດຕາມພຣະອົງ. ພວກຜູ້ນຳໃຈຮ້າຍໃຫ້ຊະເຕຟາໂນ.
ກິດຈະການ 7:20–43, 51–54
ເຕັມໄປດ້ວຍພຣະວິນຍານບໍລິສຸດ, ຊະເຕຟາໂນໄດ້ຫລຽວເຂົ້າໄປໃນສະຫວັນ. ເພິ່ນໄດ້ເຫັນພຣະເຢຊູຄຣິດຢືນຢູ່ຄຽງຂ້າງພຣະບິດາເທິງສະຫວັນ.
ກິດຈະການ 7:55–56
ເມື່ອຊະເຕຟາໂນໄດ້ບອກພວກຜູ້ນຳສິ່ງທີ່ເພິ່ນໄດ້ເຫັນ, ເຂົາເຈົ້າແຮ່ງໃຈຮ້າຍຫລາຍຂຶ້ນ. ເຂົາເຈົ້າໄດ້ຮ້ອງຂຶ້ນດ້ວຍຄວາມໂມໂຫ ແລະ ໄດ້ຈັບຊະເຕຟາໂນ. ແລ້ວເຂົາເຈົ້າໄດ້ລາກເພິ່ນອອກໄປຈາກເມືອງ.
ກິດຈະການ 7:57
ເຂົາເຈົ້າໄດ້ວາງເສື້ອກັນໜາວຂອງເຂົາເຈົ້າໄວ້ທີ່ຕີນຂອງຊາຍຄົນໜຶ່ງທີ່ມີຊື່ວ່າ ໂຊໂລ. ແລ້ວເຂົາເຈົ້າໄດ້ແກວ່ງກ້ອນຫີນໃສ່ຊະເຕຟາໂນເພື່ອຂ້າເພິ່ນ. ໂຊໂລກໍໄດ້ເຫັນດ້ວຍກັບສິ່ງທີ່ເຂົາເຈົ້າກຳລັງເຮັດຢູ່. ຊະເຕຟາໂນໄດ້ອະທິຖານ. ເພິ່ນໄດ້ທູນຂໍໃຫ້ພຣະຜູ້ເປັນເຈົ້າໃຫ້ອະໄພຜູ້ຄົນທີ່ກຳລັງເຮັດໃຫ້ເພິ່ນບາດເຈັບ. ເພິ່ນໄດ້ທູນຂໍໃຫ້ພຣະຜູ້ເປັນເຈົ້າຮັບເອົາວິນຍານຂອງເພິ່ນເຂົ້າສູ່ສະຫວັນນຳອີກ.
ກິດຈະການ 7:59–60; 8:1