ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ເຮົາ—ການ​ເສຍ​ສະ​ລະ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ​ຈາກ​ບາບ ແລະ ຄວາມ​ຕາຍ


ມັດ​ທາຍ 27; ລູ​ກາ 23; ໂຢ​ຮັນ 19

ພຣະ​ເຢ​ຊູ​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ​ເຮົາ

ການ​ເສຍ​ສະ​ລະ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ລອດ​ຈາກ​ບາບ ແລະ ຄວາມ​ຕາຍ

ພວກ​ທະ​ຫານ​ໄດ້​ເອົາ​ມົງ​ກຸດ​ທີ່​ເຮັດ​ດ້ວຍ​ເຄືອ​ໜາມ ສຸບ​ໃສ່​ຫົວ​ຂອງ​ພຣະ​ເຢ​ຊູ.

ຫລັງ​ຈາກ​ປີ​ລາດ​ໄດ້​ຕັດ​ສິນ​ວ່າ ພຣະ​ເຢ​ຊູ​ຄວນ​ຖືກ​ຄຶງ, ເພິ່ນ​ໄດ້​ບອກ​ທະ​ຫານ​ຂອງ​ເພິ່ນ​ວ່າ​ໃຫ້​ເອົາ​ພຣະ​ເຢ​ຊູ​ອອກ​ໄປ. ພວກ​ເຂົາ​ໄດ້​ຂ້ຽນ​ຕີ​ພຣະ​ອົງ, ໄດ້​ຖົ່ມ​ນ້ຳ​ລາຍ​ໃສ່​ພຣະ​ອົງ, ໄດ້​ເອົາ​ມົງ​ກຸດ​ທີ່​ເຮັດ​ດ້ວຍ​ເຄືອ​ໜາມ​ສຸບ​ໃສ່​ຫົວ​ຂອງ​ພຣະ​ອົງ, ແລະ ໄດ້​ເຍາະ​ເຍີ້ຍ​ພຣະ​ອົງ.

ມາ​ຣະ​ໂກ 15:15–20

ພຣະ​ເຢ​ຊູ​ແບກ​ໄມ້​ກາງ​ແຂນ​ໜັກ.

ພວກ​ທະ​ຫານ​ໄດ້​ບັງ​ຄັບ​ໃຫ້​ພຣະ​ເຢ​ຊູ​ແບກ​ໄມ້​ກາງ​ແຂນ​ໜັກ. ພວກ​ເຂົາ​ໄດ້​ພາ​ພຣະ​ອົງ​ໄປ​ບ່ອນ​ໜຶ່ງ​ຢູ່​ນອກ​ເຢ​ຣູ​ຊາ​ເລັມ​ທີ່​ເອີ້ນ​ວ່າ, ໂຄ​ລະ​ໂຄ​ທາ.

ໂຢ​ຮັນ 19:17

ພວກ​ທະ​ຫານ​ຕອກ​ຕະ​ປູ​ພຣະ​ເຢ​ຊູ​ໃສ່​ກັບ​ໄມ້​ກາງ​ແຂນ.

ພວກ​ທະ​ຫານ​ໄດ້​ຕອກ​ຕະ​ປູ​ພຣະ​ຫັດ ແລະ ພຣະ​ບາດ​ຂອງ​ພຣະ​ເຢ​ຊູ​ໃສ່​ກັບ​ໄມ້​ກາງ​ແຂນ. ພຣະ​ເຢ​ຊູ​ໄດ້​ຂໍ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພຣະ​ອົງ​ອະ​ໄພ​ໃຫ້​ແກ່​ພວກ​ທະ​ຫານ, ເພາະ​ພວກ​ເຂົາ​ບໍ່​ຮູ້​ວ່າ​ພວກ​ເຂົາ​ກຳ​ລັງ​ຄຶງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

ລູ​ກາ 23:33–34; ເບິ່ງ ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ ໃນ​ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ 34 ນຳ​ອີກ

ຝູງ​ຊົນ​ມອງ​ເບິ່ງ​ພຣະ​ເຢ​ຊູ ແລະ ຜູ້​ຮ້າຍ​ສອງ​ຄົນ​ທີ່​ກຳ​ລັງ​ຖືກ​ຄຶງ.

ຜູ້​ຮ້າຍ​ສອງ​ຄົນ​ກໍ​ຖືກ​ຄຶງ​ກັບ​ພຣະ​ເຢ​ຊູ​ໃນ​ມື້​ນັ້ນ. ຄົນ​ໜຶ່ງ​ໄດ້​ເວົ້າ​ກັບ​ພຣະ​ອົງ​ວ່າ, “ເຈົ້າ​ເປັນ​ພຣະ​ຄຣິດ​ບໍ່​ແມ່ນ​ບໍ, ຈົ່ງ​ຊ່ວຍ​ຕົນ​ເອງ​ກັບ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ເສຍ.”

ລູ​ກາ 23:39

ພຣະ​ເຢ​ຊູ​ກ່າວ​ກັບ​ຜູ້​ຮ້າຍ​ຄົນ​ໜຶ່ງ.

ຜູ້​ຮ້າຍ​ອີກ​ຄົນ​ໄດ້​ເວົ້າ​ວ່າ​ພວກ​ເຂົາ​ສົມ​ຄວນ​ກັບ​ໂທດ​ຂອງ​ຕົນ, ແຕ່​ພຣະ​ເຢ​ຊູ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ລາວ​ໄດ້​ທູນ​ຂໍ​ໃຫ້​ພຣະ​ເຢ​ຊູຈື່​ຈຳ​ລາວ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ພຣະ​ເຢ​ຊູ​ໄດ້​ບອກ​ລາວ​ວ່າ ບໍ່​ດົນ​ພວກ​ເຂົາ​ກັບ​ພຣະ​ອົງ​ຈະ​ໄດ້​ຢູ່​ນຳ​ກັນ​ໃນ​ໂລກ​ວິນ​ຍານ.

ລູ​ກາ 23:40–43

ພຣະ​ເຢ​ຊູ​ບອກ​ໂຢ​ຮັນ​ໃຫ້​ດູ​ແລ​ມານ​ດາ​ຂອງ​ພຣະ​ອົງ.

ແມ່​ຍິງ​ຫລາຍ​ຄົນ​ທີ່​ໄດ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ທີ່​ໄມ້​ກາງ​ແຂນ​ເພື່ອ​ຢູ່​ກັບ​ພຣະ​ອົງ. ຄົນ​ໜຶ່ງ​ໃນ​ບັນ​ດາ​ແມ່​ຍິງ​ກໍ​ແມ່ນ​ມານ​ດາ​ຂອງ​ພຣະ​ເຢ​ຊູ, ນາງ​ມາ​ຣີ. ພຣະ​ເຢ​ຊູ​ໄດ້​ເຫັນ​ນາງ ແລະ ໄດ້​ບອກ​ໂຢ​ຮັນ, ຄົນ​ໜຶ່ງ​ໃນ​ບັນ​ດາ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ, ໃຫ້​ດູ​ແລ​ນາງ.

ໂຢ​ຮັນ 19:25–27; ເບິ່ງ ລູ​ກາ 8:1–3; ມາ​ຣະ​ໂກ 15:40–41 ນຳ​ອີກ.

ຄວາມ​ມືດ​ປົກ​ຄຸມ​ແຜ່ນ​ດິນ.

ເປັນ​ເວ​ລາ​ສາມ​ຊົ່ວ​ໂມງ, ຄວາມ​ມືດ​ໄດ້​ປົກ​ຄຸມ​ແຜ່ນ​ດິນ. ພຣະ​ເຢ​ຊູ​ໄດ້​ຮູ້​ສຶກ​ໂດດ​ດ່ຽວ​ຫລາຍ. ພຣະ​ອົງ​ໄດ້​ຮູ້​ສຶກ​ຄື​ກັບ​ວ່າ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ພຣະ​ອົງ​ໄດ້​ປະ​ຖິ້ມ​ພຣະ​ອົງ.

ມັດ​ທາຍ 27:45–46

ພຣະ​ເຢ​ຊູ​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ.

ໃນ​ທີ່​ສຸດ, ພຣະ​ເຢ​ຊູ​ກໍ​ໄດ້​ຮູ້​ວ່າ​ພຣະ​ອົງ​ໄດ້​ສຳ​ເລັດ​ການ​ທົນ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ພຣະ​ບິ​ດາ​ເຈົ້າ​ເອີຍ, ສຳ​ເລັດ​ແລ້ວ, ເປັນ​ໄປ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ” ແລ້ວ. ແລ້ວ​ພຣະ​ເຢ​ຊູ​ກໍ​ໄດ້​ກົ້ມ​ພຣະ​ສຽນ​ລົງ ແລະ ໄດ້​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ. ເພື່ອ​ຈະ​ເຫັນ​ໄດ້​ວ່າ​ພຣະ​ອົງ​ໄດ້​ສິ້ນ​ພຣະ​ຊົນ​ແລ້ວ​ແທ້ໆ, ທະ​ຫານ​ຄົນ​ໜຶ່ງ​ໄດ້​ໃຊ້​ຫອກ​ແທງ​ຂ້າງ​ຂອງ​ພຣະ​ອົງ.

ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 27:54 (ໃນ ມັດ​ທາຍ 27:50, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ); ໂຢ​ຮັນ 19:28–30, 34

ຜ້າ​ກັ້ງ​ໃນ​ພຣະ​ວິ​ຫານ ກໍ​ໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ.

ເມື່ອ​ພຣະ​ເຢ​ຊູ​ໄດ້​ສິ້ນ​ພຣະ​ຊົນ, ແຜ່ນ​ດິນ​ໄດ້​ສັ່ນ​ສະ​ເທືອນ. ໂງ່ນ​ຫີນ​ກໍ​ແຕກ​ອອກ​ເປັນ​ປ່ຽງໆ. ຜ້າ​ກັ້ງ​ໃນ​ພຣະ​ວິ​ຫານ, ຜ້າ​ກັ້ງ​ທີ່​ປົກ​ຄຸມ​ສະ​ຖານ​ທີ່​ສັກ​ສິດ​ທີ່​ສຸດ​ໃນ​ພຣະ​ວິ​ຫານ, ກໍ​ໄດ້​ຈີກ​ອອກ​ເປັນ​ສອງ​ຕ່ອນ.

ມັດ​ທາຍ 27:51

ພວກ​ທະ​ຫານ​ທີ່​ເຝົ້າ​ພຣະ​ເຢ​ຊູ​ຢູ່​ກໍ​ຢ້ານ​ກົວ.

ພວກ​ທະ​ຫານ​ໄດ້​ຢ້ານ​ກົວ. “ເພິ່ນ​ແມ່ນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ແທ້​ຈິງ,” ພວກ​ເຂົາ​ໄດ້​ກ່າວ.

ມັດ​ທາຍ 27:54

ມານ​ດາ​ຂອງ​ພຣະ​ເຢ​ຊູ ແລະ ສາ​ວົກ​ຂອງ​ພຣະ​ອົງ​ວາງ​ພຣະ​ສົບ​ຂອງ​ພຣະ​ອົງ​ໄວ້​ໃນ​ອຸບ​ມຸງ.

ສາ​ວົກ​ຂອງ​ພຣະ​ເຢ​ຊູ​ໄດ້​ຫໍ່​ພຣະ​ສົບ​ຂອງ​ພຣະ​ອົງ​ດ້ວຍ​ຜ້າ​ປ່ານ ແລະ ໄດ້​ວາງ​ພຣະ​ອົງ​ໄວ້​ໃນ​ອຸບ​ມຸງ​ໃນ​ສວນ. ຕໍ່​ມາ, ພວກ​ເພິ່ນ​ໄດ້​ກຶ່ງ​ຫີນ​ຂະ​ໜາດ​ໃຫຍ່​ກ້ອນ​ໜຶ່ງ​ອັດ​ປາກ​ອຸບ​ມຸງ​ໄວ້.

ມັດ​ທາຍ 27:57–61; ໂຢ​ຮັນ 19:38–41