ໂຢຮັນ 8:1–11
ຜູ້ຄົນຢາກລົງໂທດຍິງທີ່ເຮັດບາບ
“ຈົ່ງໄປສາ ຕໍ່ໄປຢ່າເຮັດບາບອີກ”
ເຊົ້າມື້ໜຶ່ງ, ພຣະເຢຊູຄຣິດໄດ້ໄປທີ່ພຣະວິຫານໃນນະຄອນເຢຣູຊາເລັມ. ຫລາຍຄົນໄດ້ມາເຕົ້າໂຮມກັນອ້ອມຮອບພຣະອົງເພື່ອຟັງພຣະອົງສິດສອນ.
ໂຢຮັນ 8:1–2
ດັ່ງທີ່ພຣະເຢຊູໄດ້ສິດສອນ, ຜູ້ນຳຊາວຢິວບາງຄົນໄດ້ນຳເອົາຜູ້ຍິງຄົນໜຶ່ງມາຫາພຣະເຢຊູ. ນາງຖືກຈັບໄດ້ວ່າຝ່າຝືນພຣະບັນຍັດຂໍ້ໜຶ່ງຂອງພຣະເຈົ້າ. ອີງຕາມກົດແລ້ວ, ຜູ້ຍິງຄົນນັ້ນຄວນທີ່ຈະຖືກແກວ່ງກ້ອນຫີນໃສ່ໃຫ້ຕາຍ.
ໂຢຮັນ 8:3–5
ພວກຜູ້ຊາຍໄດ້ຖາມພຣະເຢຊູວ່າ ແມ່ນຫຍັງຄວນເກີດຂຶ້ນກັບນາງ. ພວກເຂົາກຳລັງພະຍາຍາມທີ່ຈະລວງຫລອກພຣະເຢຊູ. ພວກເຂົາຮູ້ວ່າ ພຣະອົງຈະບໍ່ຢາກໃຫ້ຜູ້ຍິງຄົນນັ້ນເຈັບ. ແຕ່ຖ້າຫາກພຣະເຢຊູກ່າວວ່າ ຜູ້ຍິງຄົນນັ້ນບໍ່ຄວນຖືກລົງໂທດແລ້ວ, ພວກເຂົາກໍຈະສາມາດເວົ້າໄດ້ວ່າ ພຣະອົງບໍ່ເຊື່ອຟັງກົດ.
ໂຢຮັນ 8:6
ແຕ່ພຣະເຢຊູບໍ່ໄດ້ຕອບພວກເຂົາ. ພຣະອົງກົ້ມລົງພື້ນ ແລະ ຂຽນລົງທີ່ພື້ນດິນ. ພວກຜູ້ຊາຍໄດ້ຖາມພຣະເຢຊູອີກຄັ້ງວ່າ ພວກເຂົາຄວນເຮັດແນວໃດ.
ໂຢຮັນ 8:6–7
ໃນທີ່ສຸດ, ພຣະເຢຊູກໍຢືນຂຶ້ນ ແລະ ເບິ່ງອ້ອມໆໄປທີ່ພວກຜູ້ຊາຍນັ້ນ. ພຣະອົງໄດ້ກ່າວວ່າ ຖ້າຫາກຜູ້ໃດໃນພວກເຂົາບໍ່ເຄີຍເຮັດບາບ, ໃຫ້ຜູ້ນັ້ນເປັນຜູ້ທຳອິດທີ່ແກວ່ງກ້ອນຫີນໃສ່ນາງ.
ໂຢຮັນ 8:7
ແລ້ວພຣະເຢຊູກໍກົ້ມລົງອີກຄັ້ງ ແລະ ສືບຕໍ່ຂຽນລົງໃນພື້ນດິນ. ພວກຜູ້ຊາຍທຸກຄົນຮູ້ວ່າ ພວກເຂົາກໍເຄີຍເຮັດບາບເຊັ່ນກັນ. ພວກເຂົາໄດ້ຍ່າງອອກໄປເທື່ອລະຄົນ.
ໂຢຮັນ 8:8–9
ພຣະເຢຊູໄດ້ຫລຽວໄປອ້ອມໆ ແລະ ເຫັນແຕ່ຜູ້ຍິງຄົນນັ້ນຢືນຢູ່ທີ່ນັ້ນ. ພຣະອົງໄດ້ຖາມນາງວ່າ ທຸກຄົນທີ່ຢາກລົງໂທດນາງນັ້ນໄປໃສໝົດ. ນາງໄດ້ບອກພຣະອົງວ່າ ພວກເຂົາໄປໝົດແລ້ວ. ພຣະເຢຊູໄດ້ກ່າວຕໍ່ຜູ້ຍິງຄົນນັ້ນວ່າ, “ຈົ່ງໄປສາ ຕໍ່ໄປຢ່າເຮັດບາບອີກ.” ຕັ້ງແຕ່ນັ້ນມາ, ຜູ້ຍິງຄົນນັ້ນກໍໄດ້ເຊື່ອໃນພຣະເຢຊູ.
ໂຢຮັນ 8:9–11; ການແປຂອງໂຈເຊັບ ສະມິດ, ໂຢຮັນ 8:11; ໃນ ໂຢຮັນ 8:11, ໝາຍເຫດຢູ່ທາງລຸ່ມໜ້າປຶ້ມ ຄ.