ລູກາ 1:5–25, 57–80
ການເກີດຂອງໂຢຮັນບັບຕິສະໂຕ
ພຣະເຈົ້າຮັກສາຄຳສັນຍາກັບນາງເອລີຊາເບັດ ແລະ ເຊກາຣີຢາ
ເຊກາຣີຢາ ແລະ ນາງເອລີຊາເບັດເປັນຄົນຊື່ສັດ ແລະ ຮັກພຣະເຈົ້າ. ພວກເພິ່ນໄດ້ອະທິຖານຂໍໃຫ້ມີລູກ. ບັດນີ້ພວກເພິ່ນກໍເຖົ້າແກ່ຫລາຍແລ້ວ, ແລະ ພວກເພິ່ນຍັງບໍ່ມີລູກເລີຍ.
ລູກາ 1:5–7
ເຊກາຣີຢາເປັນປະໂລຫິດຜູ້ທີ່ໄດ້ຮັບໃຊ້ຢູ່ໃນພຣະວິຫານຢູ່ທີ່ເຢຣູຊາເລັມ. ມື້ໜຶ່ງ, ເພິ່ນຖືກເລືອກໃຫ້ເຜົາເຄື່ອງຫອມຖວາຍໃນຫ້ອງສັກສິດໃນພຣະວິຫານ.
ລູກາ 1:8–10
ທັນໃດນັ້ນ, ທູດສະຫວັນອົງໜຶ່ງໄດ້ມາປະກົດ. ເຊກາຣີຢາກໍຢ້ານກົວ. ທູດສະຫວັນໄດ້ກ່າວວ່າ, “ເຊກາຣີຢາເອີຍ ຢ່າຢ້ານເລີຍ: ພຣະເຈົ້າໄດ້ຍິນຄຳອະທິຖານຂອງເຈົ້າແລ້ວ.” ພຣະອົງໄດ້ເວົ້າວ່າ ເຊກາຣີຢາ ແລະ ນາງເອລີຊາເບັດຈະໄດ້ລູກຊາຍ. ພວກເພິ່ນຄວນໃສ່ຊື່ໃຫ້ລາວວ່າ ໂຢຮັນ. ທູດສະຫວັນອົງນັ້ນໄດ້ກ່າວວ່າ ໂຢຮັນມີວຽກງານສຳຄັນທີ່ຕ້ອງເຮັດ. ເພິ່ນຈະຊ່ວຍຜູ້ຄົນໃຫ້ກຽມພ້ອມເພື່ອຕ້ອນຮັບພຣະຜູ້ຊ່ວຍໃຫ້ລອດ ເມື່ອພຣະອົງສະເດັດມາ.
ລູກາ 1:12–17
ເຊກາຣີຢາບໍ່ເຊື່ອສິ່ງທີ່ທູດສະຫວັນອົງນັ້ນກຳລັງກ່າວ. ເພິ່ນ ແລະ ນາງເອລີຊາເບັດເຖົ້າແກ່ເກີນທີ່ຈະມີລູກໄດ້ແລ້ວ. ທູດສະຫວັນອົງນັ້ນໄດ້ກ່າວວ່າ ເພາະເຊກາຣີຢາບໍ່ເຊື່ອຂ່າວສານຂອງເພິ່ນ, ລາວຈະບໍ່ສາມາດເວົ້າໄດ້ ຈົນກວ່າໂຢຮັນເກີດ.
ລູກາ 1:18–20
ຝ່າຍປະຊາຊົນກໍປະຫລາດໃຈ ວ່າເປັນຫຍັງເຊກາຣີຢາຈຶ່ງຢູ່ໃນພຣະວິຫານຕັ້ງດົນນານ. ເມື່ອລາວອອກໄປ, ລາວກໍເວົ້າບໍ່ໄດ້. ເຂົາເຈົ້າກໍເຫັນໄດ້ວ່າ ຕ້ອງມີສິ່ງພິເສດບາງຢ່າງເກີດຂຶ້ນ.
ລູກາ 1:21–23
ຫລາຍເດືອນຕໍ່ມາ, ນາງເອລີຊາເບັດກໍໄດ້ເກີດລູກ, ດັ່ງທີ່ທູດສະຫວັນອົງນັ້ນໄດ້ສັນຍາໄວ້. ຄອບຄົວ ແລະ ໝູ່ເພື່ອນຂອງພວກເພິ່ນດີໃຈຫລາຍ! ເຂົາເຈົ້າໄດ້ມາພົບແອນ້ອຍ.
ລູກາ 1:57–59
ເຂົາເຈົ້າໄດ້ຄິດວ່າແອນ້ອຍຄວນມີຊື່ວ່າ ເຊກາຣີຢາ, ຕາມຊື່ຂອງພໍ່ຂອງລາວ. ນາງເອລີຊາເບັດ ໄດ້ເວົ້າວ່າ, “ລາວຈະຕ້ອງມີຊື່ວ່າ ໂຢຮັນ.” ເຂົາເຈົ້າໄດ້ຖາມເຊກາຣີຢາ, ຜູ້ທີ່ຍັງເວົ້າບໍ່ໄດ້. ລາວໄດ້ຂຽນວ່າ, “ຊື່ຂອງລາວແມ່ນໂຢຮັນ.” ທຸກຄົນກໍຕົກໃຈ.
ລູກາ 1:59–63
ໃນທັນໃດນັ້ນ, ເຊກາຣີຢາກໍສາມາດເວົ້າໄດ້ອີກຄັ້ງ. ລາວໄດ້ຂອບພຣະໄທພຣະເຈົ້າ ແລະ ກໍເຕັມໄປດ້ວຍພຣະວິນຍານບໍລິສຸດ. ລາວໄດ້ບອກທຸກຄົນວ່າ ພຣະເຈົ້າຈື່ຈຳຄຳສັນຍາຂອງພຣະອົງຕໍ່ຜູ້ຄົນຂອງພຣະອົງ. ລາວໄດ້ເວົ້າວ່າໂຢຮັນຈະເປັນສາດສະດາ. ໂຢຮັນຈະສິດສອນຜູ້ຄົນໃຫ້ກັບໃຈ, ແລະ ຮັບບັບຕິສະມາ. ເພິ່ນຈະຊ່ວຍເຂົາເຈົ້າໃຫ້ກຽມພ້ອມເພື່ອຮຽນຮູ້ຈາກພຣະເຢຊູຄຣິດ.
ລູກາ 1:64–80