ມັດທາຍ 14:13–21; ໂຢຮັນ 6
ພຣະເຢຊູລ້ຽງເຂົ້າຝູງຊົນຫລາຍພັນຄົນ
ພຣະອົງເປັນເຂົ້າຈີ່ແຫ່ງຊີວິດ
ພຣະເຢຊູໄດ້ພົບວ່າ ໂຢຮັນບັບຕິສະໂຕໄດ້ຖືກຂ້າຕາຍແລ້ວ. ພຣະອົງໄດ້ໄປທີ່ສະຖານທີ່ຫ່າງໄກຈາກຕົວເມືອງເພື່ອວ່າພຣະອົງຈະມີເວລາຢູ່ຕາມລຳພັງ.
ມັດທາຍ 14:13
ເມື່ອຝູງຊົນໄດ້ຍິນວ່າພຣະເຢຊູໄດ້ຈາກໄປແລ້ວ, ເຂົາເຈົ້າໄດ້ຕິດຕາມພຣະອົງໄປ. ພຣະເຢຊູໄດ້ເຫັນເຂົາເຈົ້າ, ແລະ ພຣະອົງໄດ້ຮູ້ສຶກມີຄວາມຮັກຕໍ່ເຂົາເຈົ້າ. ພຣະອົງໄດ້ໃຊ້ເວລາທັງມື້ເພື່ອອວຍພອນ ແລະ ປິ່ນປົວເຂົາເຈົ້າ.
ມັດທາຍ 14:13–14
ໃກ້ຕອນທ້າຍວັນ, ຝູງຊົນກໍຫິວເຂົ້າ. ພວກອັກຄະສາວົກໄດ້ຄິດວ່າພຣະເຢຊູຄວນສົ່ງຝູງຊົນກັບເຂົ້າເມືອງເພື່ອໄປຫາອາຫານ. ແຕ່ພຣະເຢຊູຢາກໃຫ້ເຂົາເຈົ້າຢູ່ທີ່ນັ້ນ. ພຣະອົງໄດ້ຂໍໃຫ້ອັກຄະສາວົກເອົາອາຫານໃຫ້ຝູງຊົນກິນ.
ມັດທາຍ 14:15–16
ອັກຄະສາວົກອັນເດອາໄດ້ພົບເຫັນເດັກຊາຍຄົນໜຶ່ງ ທີ່ມີເຂົ້າຈີ່ຫ້າກ້ອນ ແລະ ປານ້ອຍສອງໂຕທີ່ຈະເອົາໃຫ້ຝູງຊົນກິນ. ແຕ່ມີຜູ້ຊາຍ 5,000 ຄົນ, ບວກກັບຜູ້ຍິງ ແລະ ເດັກນ້ອຍ, ຜູ້ທີ່ຕ້ອງໄດ້ກິນ. ພວກເພິ່ນຈະລ້ຽງເຂົ້າຝູງຊົນຫລາຍຂະໜາດນີ້ດ້ວຍອາຫານພຽງເລັກນ້ອຍໄດ້ແນວໃດ?
ມັດທາຍ 14:17, 21; ໂຢຮັນ 6:8–10
ພຣະເຢຊູໄດ້ຂໍໃຫ້ພວກອັກຄະສາວົກນຳອາຫານມາຫາພຣະອົງ. ພຣະອົງໄດ້ບອກໃຫ້ຝູງຊົນນັ່ງລົງເທິງຫຍ້າ. ແລ້ວພຣະເຢຊູໄດ້ກ່າວອະທິຖານເພື່ອຂອບພຣະໄທພຣະບິດາເທິງສະຫວັນສຳລັບເຂົ້າຈີ່ ແລະ ປາ ແລະ ອວຍພອນມັນ. ແລ້ວພຣະອົງກໍໄດ້ຫັກເຂົ້າຈີ່ ແລະ ປາເປັນຕ່ອນໆ.
ມັດທາຍ 14:18–19; ໂຢຮັນ 6:10–11
ພຣະເຢຊູໄດ້ຂໍໃຫ້ພວກສາວົກເອົາເຂົ້າຈີ່ ແລະ ປາໃຫ້ຝູງຊົນກິນ. ທຸກຄົນໄດ້ກິນ, ແລະ ທຸກຄົນກໍອີ່ມ. ຫລັງຈາກທີ່ເຂົາເຈົ້າໄດ້ກິນແລ້ວ, ກໍຍັງມີອາຫານທີ່ເຫລືອຢູອີກສິບສອງກະບຸງ!
ມັດທາຍ 14:20; ໂຢຮັນ 6:11–13
ມື້ຕໍ່ມາ, ຝູງຊົນກໍໄດ້ກັບມາ ແລະ ໄດ້ພົບເຫັນພຣະເຢຊູອີກຄັ້ງ. ແຕ່ພຣະເຢຊູຮູ້ວ່າ ຫລາຍຄົນຕິດຕາມພຣະອົງພຽງເພາະວ່າພຣະອົງໄດ້ເອົາອາຫານໃຫ້ເຂົາເຈົ້າກິນ. ພຣະເຢຊູໄດ້ເຕືອນໃຈເຂົາເຈົ້າວ່າ ອາຫານຢູ່ໄດ້ບໍ່ດົນ. ພຣະອົງມີບາງສິ່ງທີ່ດີກວ່າທີ່ຈະມອບໃຫ້ເຂົາເຈົ້າ.
ໂຢຮັນ 6:14, 24–27
ພຣະເຢຊູໄດ້ກ່າວວ່າ, “ເຮົາເປັນເຂົ້າຈີ່ແຫ່ງຊີວິດ.” ເຂົ້າຈີ່ໃຫ້ຊີວິດເຮົາຢູ່ເທິງແຜ່ນດິນໂລກ. ແຕ່ພຣະເຢຊູຄຣິດສາມາດປະທານຊີວິດນິລັນດອນກັບພຣະບິດາເທິງສະຫວັນໃຫ້ແກ່ເຮົາ.
ໂຢຮັນ 6:35–58
ຫລາຍຄົນບໍ່ມັກສິ່ງທີ່ພຣະເຢຊູກຳລັງພະຍາຍາມສິດສອນ. ເຂົາເຈົ້າໄດ້ໜີໄປ ແລະ ຕັດສິນໃຈທີ່ຈະບໍ່ຕິດຕາມພຣະເຢຊູອີກຕໍ່ໄປ
ໂຢຮັນ 6:60, 66
ແລ້ວພຣະເຢຊູໄດ້ກ່າວຕໍ່ພວກອັກຄະສາວົກຂອງພຣະອົງວ່າ, “ພວກເຈົ້າເດ ກໍຢາກໜີໄປຄືກັນບໍ? ” ເປໂຕບໄດ້ຕອບວ່າ, “ພຣະອົງເອີຍ ພວກຂ້ານ້ອຍຈະໜີໄປຫາຜູ້ໃດ? ພຣະອົງເປັນຜູ້ມີຖ້ອຍຄຳແຫ່ງຊີວິດນິລັນດອນ.” ພວກອັກຄະສາວົກບໍ່ໄດ້ໜີໄປ. ພວກເພິ່ນຮູ້ວ່າ ພຣະເຢຊູຄຣິດເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະບຸດຂອງພຣະເຈົ້າ.
ໂຢຮັນ 6:67–69