ລູກາ 15
ແກະທີ່ເສຍ, ເງິນຫລຽນທີ່ເສຍ, ແລະ ລູກຊາຍທີ່ເສຍ
ຄຳອຸປະມາສາມເລື່ອງກ່ຽວກັບຄວາມຮັກຂອງພຣະເຈົ້າ
ຜູ້ນຳຊາວຢິວບາງຄົນໄດ້ເຫັນພຣະເຢຊູກຳລັງເວົ້າລົມ ແລະ ຮັບປະທານອາຫານກັບຜູ້ຄົນທີ່ພວກເຂົາຄິດວ່າເປັນຄົນບາບ. ຜູ້ນຳບາງຄົນໄດ້ຄິດວ່າ ມັນຜິດທີ່ພຣະເຢຊູຮັບປະທານອາຫານກັບຄົນບາບ. ພຣະເຢຊູໄດ້ບອກຜູ້ນຳເຖິງຄຳອຸປະມາສາມເລື່ອງ ເພື່ອຊ່ວຍໃຫ້ພວກເຂົາເຂົ້າໃຈວ່າ ພຣະອົງຕ້ອງການຊ່ວຍໃຫ້ທຸກຄົນກັບໃຈ ແລະ ວ່າພຣະອົງມີຄວາມສຸກສໍ່າໃດເມື່ອພວກເຂົາກັບໃຈ.
ລູກາ 15:1–3
ຄຳອຸປະມາເລື່ອງທຳອິດແມ່ນກ່ຽວກັບຊາຍຄົນໜຶ່ງທີ່ມີແກະ 100 ໂຕ. ແກະໂຕໜຶ່ງຂອງລາວໄດ້ເສຍໄປ.
ລູກາ 15:4
ຊາຍຄົນນັ້ນໄດ້ປະແກະ 99 ໂຕນັ້ນໄວ້ ແລະ ອອກໄປຊອກຫາແກະໂຕທີ່ເສຍ. ລາວໄດ້ຊອກຫາຕໍ່ໄປເລື້ອຍໆຈົນກວ່າລາວໄດ້ພົບມັນ.
ລູກາ 15:4
ເມື່ອລາວໄດ້ພົບແກະຂອງລາວທີ່ເສຍນັ້ນໃນທີ່ສຸດ, ລາວກໍດີໃຈຫລາຍ! ລາວໄດ້ແບກແກະໂຕນັ້ນກັບບ້ານໃສ່ເທິງບ່າຂອງຕົນ ແລະ ໄດ້ບອກມິດສະຫາຍ ແລະ ເພື່ອນບ້ານຂອງລາວໃຫ້ມາຮ່ວມປິຕິຍິນດີກັບລາວ. ພຣະເຢຊູໄດ້ກ່າວວ່າ ນີ້ຄືສິ່ງທີ່ພຣະບິດາເທິງສະຫວັນຮູ້ສຶກ ເມື່ອຄົນໆໜຶ່ງກັບໃຈຈາກບາບຂອງຕົນ ແລະ ກັບຄືນມາຫາພຣະອົງ.
ລູກາ 15:5–7
ຄຳອຸປະມາເລື່ອງທີສອງແມ່ນກ່ຽວກັບຍິງຄົນໜຶ່ງທີ່ມີເງິນຢູ່ສິບຫລຽນ. ເມື່ອນາງເຮັດຫລຽນໜຶ່ງເສຍ, ນາງກໍໄຕ້ໂຄມ ແລະ ກວາດເຮືອນຂອງນາງ, ເພື່ອຊອກຫາຫລຽນທີ່ເສຍນັ້ນ. ນາງໄດ້ຊອກຫາຕໍ່ໄປເລື້ອຍໆຈົນກວ່ານາງໄດ້ພົບມັນ.
ລູກາ 15:8
ເມື່ອນາງໄດ້ພົບຫລຽນຂອງນາງທີ່ເສຍນັ້ນ, ນາງກໍດີໃຈຫລາຍ! ນາງໄດ້ບອກມິດສະຫາຍ ແລະ ເພື່ອນບ້ານຂອງລາວໃຫ້ມາຮ່ວມປິຕິຍິນດີກັບນາງ. ພຣະເຢຊູໄດ້ກ່າວວ່າ ນີ້ຄືສິ່ງທີ່ເຫລົ່າທູດສະຫວັນຮູ້ສຶກ ເມື່ອຄົນໆໜຶ່ງກັບໃຈຈາກບາບຂອງຕົນ.
ລູກາ 15:9–10
ຄຳອຸປະມາເລື່ອງທີສາມແມ່ນກ່ຽວກັບຊາຍຄົນໜຶ່ງທີ່ມີລູກຊາຍສອງຄົນ. ລູກຊາຍຜູ້ນ້ອງບໍ່ຢາກຢູ່ກັບພໍ່ຂອງຕົນອີກຕໍ່ໄປ. ລາວໄດ້ຂໍໃຫ້ພໍ່ຂອງລາວເອົາສ່ວນແບ່ງຂອງເງິນຂອງຄອບຄົວໃຫ້ລາວດຽວນີ້. ແລ້ວລູກຊາຍຜູ້ນັ້ນກໍໄດ້ຈາກບ້ານໄປ ແລະ ໄປຍັງປະເທດໜຶ່ງທີ່ຫ່າງໄກ.
ລູກາ 15:11–13
ລູກຊາຍຜູ້ນັ້ນໄດ້ເລືອກເຮັດແຕ່ສິ່ງທີ່ບໍ່ດີຫລາຍ. ລາວໄດ້ຜານເງິນທີ່ພໍ່ຂອງລາວໄດ້ມອບໃຫ້ລາວ.
ລູກາ 15:13
ຫລັງຈາກທີ່ໄດ້ຈ່າຍເງິນຂອງຕົນຈົນໝົດກ້ຽງ, ລາວກໍຫິວເຂົ້າຫລາຍ. ບໍ່ມີໃຜເອົາຫຍັງໃຫ້ລາວກິນເລີຍ. ໃນທີ່ສຸດ, ລາວກໍໄດ້ວຽກໃຫ້ອາຫານໝູ. ລູກຊາຍຜູ້ນັ້ນຫິວເຂົ້າຫລາຍ, ຈົນລາວຄິດຢາກກິນອາຫານໝູ. ລາວຮູ້ວ່າ ລາວຕ້ອງກັບຄືນໄປຫາພໍ່ຂອງລາວ.
ລູກາ 15:14–18
ແຕ່ລູກຊາຍຜູ້ນັ້ນບໍ່ແນ່ໃຈວ່າ ພໍ່ຂອງລາວຈະຕ້ອນຮັບລາວກັບຄືນ. ລາວໄດ້ຕັດສິນໃຈວ່າ ລາວຈະຂໍພໍ່ຂອງລາວເບິ່ງວ່າ ລາວຈະສາມາດເປັນຄົນຮັບໃຊ້ຄົນໜຶ່ງຂອງເພິ່ນໄດ້ບໍ.
ລູກາ 15:17–19
ຂະນະທີ່ລູກຊາຍຜູ້ນັ້ນກຳລັງຍ່າງກັບບ້ານນັ້ນ, ພໍ່ຂອງລາວກໍໄດ້ແນມເຫັນລາວມາແຕ່ໄກ. ຜູ້ເປັນພໍ່ດີໃຈຫລາຍ, ຈົນເພິ່ນແລ່ນໄປຫາລູກຊາຍຂອງເພິ່ນ!
ລູກາ 15:20
ຜູ້ເປັນພໍ່ໂອບກອດລູກຊາຍຂອງເພິ່ນ ແລະ ຈູບລາວ. ເພິ່ນໄດ້ບອກໃຫ້ຄົນຮັບໃຊ້ຂອງເພິ່ນນຳເອົາເຄື່ອງນຸ່ງທີ່ດີທີ່ສຸດມາໃຫ້ລູກຊາຍຂອງເພິ່ນ ແລະ ກຽມງານກິນລ້ຽງ. ເພິ່ນຢາກໃຫ້ທຸກຄົນມາລ້ຽງສະຫລອງ ແລະ ມີຄວາມສຸກ ເພາະລູກຊາຍຂອງເພິ່ນໄດ້ກັບບ້ານແລ້ວ.
ລູກາ 15:20–24
ຕະຫລອດເວລາຜ່ານມາ, ລູກຊາຍຜູ້ອ້າຍໄດ້ເຮັດວຽກຢູ່ໃນທົ່ງ. ເມື່ອລາວກັບມາຮອດບ້ານ, ລາວກໍໄດ້ຍິນສຽງເພງ ແລະ ສຽງເຕັ້ນລຳ. ລາວໄດ້ຖາມຄົນຮັບໃຊ່້ວ່າ ມີຫຍັງເກີດຂຶ້ນ. ຄົນຮັບໃຊ້ຜູ້ນັ້ນໄດ້ຕອບລາວວ່າ ນ້ອງຊາຍຂອງລາວໄດ້ກັບມາບ້ານແລ້ວ, ພວກເຂົາຈຶ່ງຈັດງານກິນລ້ຽງສະຫລອງ.
ລູກາ 15:25–27
ຜູ້ເປັນອ້າຍກໍໃຈຮ້າຍຫລາຍ. ພໍ່ຂອງລາວໄດ້ເຊີນໃຫ້ລາວມາງານກິນລ້ຽງ, ແຕ່ລາວບໍ່ຍອມໄປ. ລາວໄດ້ບອກພໍ່ຂອງລາວວ່າ ລາວໄດ້ຮັບໃຊ້ເພິ່ນມາເປັນເວລາຫລາຍປີ, ແຕ່ບໍ່ມີໃຜເຄີຍຈັດງານກິນລ້ຽງໃຫ້ລາວເລີຍ. ຜູ້ເປັນພໍ່ໄດ້ບອກລາວວ່າ, “ທຸກໆສິ່ງທີ່ພໍ່ມີກໍເປັນຂອງເຈົ້າ,” ແຕ່ມັນເປັນເລື່ອງດີ ເມື່ອຄົນໆໜຶ່ງກັບໃຈ ແລະ ກັບຄືນບ້ານ!
ລູກາ 15:28–32