ມັດທາຍ 1; ລູກາ 1
ເຫລົ່າທູດຢ້ຽມຢາມນາງມາຣີ ແລະ ໂຢເຊັບ
ຖືກເລືອກໃຫ້ດູແລພຣະບຸດຂອງພຣະເຈົ້າ
ຜູ້ຍິງຄົນໜຶ່ງຊື່ວ່າ ມາຣີ ໄດ້ອາໄສຢູ່ໃນເມືອງນາຊາເຣັດ. ນາງຮັກພຣະເຈົ້າ ແລະ ເຊື່ອຟັງພຣະບັນຍັດຂອງພຣະອົງ. ນາງມາຣີກຳລັງຈະແຕ່ງງານກັບຜູ້ຊາຍຄົນໜຶ່ງຊື່ວ່າ ໂຢເຊັບ, ຜູ້ທີ່ຮັກພຣະເຈົ້າເຊັ່ນກັນ.
ມັດທາຍ 1:18–19; ລູກາ 1:26–28
ມື້ໜຶ່ງ, ທູດສະຫວັນທີ່ຊື່ ຄັບຣີເອນ ໄດ້ຢ້ຽມຢາມນາງມາຣີ. ໃນຕອນທຳອິດ, ນາງມາຣີກໍຢ້ານກົວ. ແຕ່ຄັບຣີເອນໄດ້ເວົ້າວ່າ ເພິ່ນຖືກສົ່ງມາຈາກພຣະເຈົ້າ. ນາງມາຣີບໍ່ຈຳເປັນຕ້ອງຢ້ານກົວ. ເພິ່ນໄດ້ເວົ້າວ່າ ນາງມາຣີເປັນຄົນພິເສດຫລາຍຕໍ່ພຣະເຈົ້າ ແລະ ອີກບໍ່ດົນກໍຈະມີລູກນ້ອຍ. ລູກຂອງນາງມາຣີຈະເປັນພຣະບຸດຂອງພຣະເຈົ້າ, ພຣະເຢຊູ.
ລູກາ 1:26–33
ແຕ່ນາງມາຣີກໍສັບສົນ. ນາງຍັງບໍ່ທັນໄດ້ແຕ່ງງານກັບໂຢເຊັບເທື່ອ. ນາງຈະມີລູກໄດ້ແນວໃດ? ຄັບຣີເອນໄດ້ອະທິບາຍວ່າ ມັນຈະເກີດຂຶ້ນຜ່ານທາງລິດອຳນາດຂອງພຣະເຈົ້າ. ເພິ່ນໄດ້ບອກນາງວ່າ “ບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້.”
ລູກາ 1:34–37
ນາງມາຣີເປັນຄົນຖ່ອມຕົວ ແລະ ຊື່ສັດ. ນາງໄດ້ບອກຄັບຣີເອນວ່ານາງເປັນຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າ. ນາງເຕັມໃຈທີ່ຈະເປັນມານດາຂອງພຣະບຸດຂອງພຣະເຈົ້າ.
ລູກາ 1:38
ເມື່ອໂຢເຊັບໄດ້ພົບເຫັນວ່າ ນາງມາຣີຈະມີລູກ, ລາວກໍກຸ້ມໃຈ. ລາວໄດ້ຄິດຢູ່ວ່າ ລາວຄວນຈະແຕ່ງງານກັບນາງມາຣີຢູ່ຫລືບໍ່.
ມັດທາຍ 1:19
ແຕ່ຄືນໜຶ່ງໃນຄວາມຝັນ, ທູດສະຫວັນໄດ້ຢ້ຽມຢາມໂຢເຊັບ. ທູດສະຫວັນໄດ້ບອກໂຢເຊັບວ່າ ລູກຂອງນາງມາຣີເປັນພຣະບຸດຂອງພຣະເຈົ້າ ແລະ ວ່າໂຢເຊັບຄວນໃສ່ຊື່ໃຫ້ພຣະອົງວ່າ ເຢຊູ. ພຣະເຢຊູຈະຊ່ວຍທຸກຄົນໃຫ້ລອດພົ້ນຈາກບາບຂອງເຂົາ. ທູດສະຫວັນໄດ້ກ່າວວ່າ ໂຢເຊັບຄວນແຕ່ງງານກັບນາງມາຣີ.
ມັດທາຍ 1:20–23
ໂຢເຊັບໄດ້ເຮັດຕາມສິ່ງທີ່ທູດສະຫວັນໄດ້ກ່າວ. ນາງມາຣີ ແລະ ໂຢເຊັບໄດ້ແຕ່ງງານ.
ມັດທາຍ 1:24
ນາງມາຣີໄດ້ໄປຢ້ຽມຢາມພີ່ນ້ອງຂອງນາງຊື່ ເອລີຊາເບັດ. ທູດສະຫວັນໄດ້ບອກນາງມາຣີວ່າ ນາງເອລີຊາເບັດກໍຖືພາຄືກັນ, ເຖິງແມ່ນວ່ານາງເຖົ້າແກ່ຫລາຍແລ້ວກໍຕາມ. ນີ້ແມ່ນການມະຫັດສະຈັນອີກຢ່າງໜຶ່ງຈາກພຣະເຈົ້າ. ລູກຊາຍຂອງນາງຈະເຕີບໂຕຂຶ້ນເປັນໂຢຮັນບັບຕິສະໂຕ. ເມື່ອນາງມາຣີໄດ້ເຂົ້າໄປໃນເຮືອນ, ນາງກໍໄດ້ທັກທາຍນາງເອລີຊາເບັດ.
ລູກາ 1:13–17, 36, 39–40
ທັນທີທີ່ນາງເອລີຊາເບັດໄດ້ຍິນສຽງຂອງນາງມາຣີ, ລູກຢູ່ໃນທ້ອງຂອງນາງເອລີຊາເບັດກໍໄດ້ດີ້ນດ້ວຍຄວາມຍິນດີ. ນາງເອລີຊາເບັດກໍເຕັມໄປດ້ວຍພຣະວິນຍານບໍລິສຸດ. ນາງໄດ້ຮູ້ວ່ານາງມາຣີກຳລັງອູ້ມທ້ອງພຣະບຸດຂອງພຣະເຈົ້າ. ນາງມາຣີໄດ້ປິຕິຍິນດີນຳນາງເອລີຊາເບັດ. ນາງໄດ້ສັນລະເສີນພຣະເຈົ້າສຳລັບທຸກສິ່ງທີ່ປະເສີດ ທີ່ພຣະອົງກະທຳເພື່ອອວຍພອນລູກໆຂອງພຣະອົງ.
ລູກາ 1:41–55