ເລື່ອງ​ພຣະ​ຄຳ​ພີ
ທູດ​ສະ​ຫວັນ​ປົດ​ປ່ອຍ​ເປ​ໂຕ​ອອກ​ຈາກ​ຄຸກ—ພຣະ​ເຈົ້າ​ຕອບ​ຄຳ​ອະ​ທິ​ຖານ


ກິດ​ຈະ​ການ 12:1–17

ທູດ​ສະ​ຫວັນ​ປົດ​ປ່ອຍ​ເປ​ໂຕ​ອອກ​ຈາກ​ຄຸກ

ພຣະ​ເຈົ້າ​ຕອບ​ຄຳ​ອະ​ທິ​ຖານ

ເປ​ໂຕ​ກຳ​ລັງ​ຖືກ​ຈັບ​ເຂົ້າ​ຄຸກ.

ກະ​ສັດ​ອົງ​ໜຶ່ງ​ຊື່ ເຮ​ໂຣດ ບໍ່​ມັກ​ຊາວ​ຄຣິດ​ສະ​ຕຽນ. ເພິ່ນ​ໄດ້​ຂ້າ​ອັກ​ຄະ​ສາ​ວົກ​ຢາ​ໂກ​ໂບ. ແລ້ວ​ເພິ່ນ​ໄດ້​ຈັບ​ເປ​ໂຕ​ເຂົ້າ​ຄຸກ. ເພິ່ນ​ໄດ້​ວາງ​ທະ​ຫານ 16 ຄົນ​ໃຫ້​ຍາມ​ຄຸກ.

ກິດ​ຈະ​ການ 12:1–4

ຜູ້​ຄົນ​ກຳ​ລັງ​ອະ​ທິ​ຖານ​ເພື່ອ​ເປ​ໂຕ.

ເມື່ອ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຍິນ​ເລື່ອງ​ນີ້, ເຂົາ​ເຈົ້າ​ໄດ້​ອະ​ທິ​ຖານ ແລະ ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເພື່ອ​ເປ​ໂຕ.

ກິດ​ຈະ​ການ 12:5

ເປ​ໂຕ​ກຳ​ລັງ​ນອນ​ຢູ່​ໃນ​ຄຸກ.

ຄືນ​ໜຶ່ງ, ເປ​ໂຕ​ໄດ້​ນອນ​ຫລັບ​ຢູ່. ເພິ່ນ​ຖືກ​ລ່າມ​ໂສ້​ສອງ​ເສັ້ນ​ໄວ້​ລະ​ຫວ່າງ​ທະ​ຫານ​ສອງ​ຄົນ.

ກິດ​ຈະ​ການ 12:6

ທູດ​ສະ​ຫວັນ​ອົງ​ໜຶ່ງ​ປະ​ກົດ​ຕົວ​ຕໍ່​ເປ​ໂຕ.

ໃນ​ທັນ​ໃດ​ນັ້ນ, ມີ​ແສງ​ສະ​ຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຄຸກ, ແລະ ທູດ​ສະ​ຫວັນ​ອົງ​ໜຶ່ງ​ກໍ​ໄດ້​ມາ​ປະ​ກົດ​ຕົວ. “ລຸກ​ຂຶ້ນ​ໄວໆ,” ທູດ​ສະ​ຫວັນ​ໄດ້​ກ່າວ, ແລະ ໂສ້​ກໍ​ໄດ້​ຫລຸດ​ອອກ​ຈາກ​ມື​ຂອງ​ເປ​ໂຕ. ທູດ​ສະ​ຫວັນ​ອົງ​ນັ້ນ​ໄດ້​ບອກ​ເປ​ໂຕ​ໃຫ້​ຕາມ​ເພິ່ນ​ໄປ.

ກິດ​ຈະ​ການ 12:7–8

ທູດ​ສະ​ຫວັນ​ອົງ​ນັ້ນນຳ​ພາ​ເປ​ໂຕ​ຜ່ານ​ຄົນ​ຍາມ​ໄປ.

ເປ​ໂຕ​ໄດ້​ຄິດ​ວ່າ​ເພິ່ນ​ກຳ​ລັງ​ຝັນ​ຢູ່. ເພິ່ນ​ໄດ້​ຕາມ​ທູດ​ສະ​ຫວັນ​ອົງ​ນັ້ນ​ຜ່ານ​ຄົນ​ຍາມ​ໄປ. ປະ​ຕູ​ເຫລັກ​ທີ່​ນຳ​ໄປ​ສູ່​ຕົວ​ເມືອງ​ກໍ​ໄດ້​ໄຂ​ເອງ, ແລະ ເປ​ໂຕ ແລະ ທູດ​ສະ​ຫວັນ​ກໍ​ໄດ້​ຍ່າງ​ຜ່ານ​ມັນ​ໄປ.

ກິດ​ຈະ​ການ 12:9–10

ເປ​ໂຕ​ຍ່າງ​ໄປ​ຄົນ​ດຽວ​ໃນ​ຕົວ​ເມືອງ.

ທູດ​ສະ​ຫວັນ​ອົງ​ນັ້ນ​ກໍ​ໄດ້​ຈາກ​ໄປ, ແລະ ເປ​ໂຕ​ກໍ​ໄດ້​ຮູ້​ສຶກ​ຕົວ​ວ່າ​ເພິ່ນ​ບໍ່​ໄດ້​ຝັນ​ໄປ. ເພິ່ນ​ກໍ​ໄດ້​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ທູດ​ສະ​ຫວັນ​ມາ​ຊ່ວຍ​ກູ້​ເອົາ​ເພິ່ນ​ໃຫ້​ພົ້ນ.

ກິດ​ຈະ​ການ 12:10–11

ເປ​ໂຕ​ເຄາະ​ປະ​ຕູ​ເຮືອນ ຂອງ​ນາງ​ມາ​ຣີ.

ເປ​ໂຕ​ໄດ້​ໄປ​ທີ່​ເຮືອນ​ຂອງ​ຜູ້​ຍິງ​ຄົນ​ໜຶ່ງ​ຊື່ ມາ​ຣີ, ບ່ອນ​ທີ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ​ໄດ້​ມາ​ເພື່ອ​ອະ​ທິ​ຖານ. ເພິ່ນ​ໄດ້​ເຄາະ​ປະ​ຕູ.

ກິດ​ຈະ​ການ 12:12–13

ນາງ​ໂຣ​ດາ​ໄດ້​ຍິນ​ສຽງ​ຂອງ​ເປ​ໂຕ​ຢູ່​ຫລັງ​ປະ​ຕູ.

ຍິງ​ສາວ​ຄົນ​ໜຶ່ງ​ຊື່​ວ່າ ນາງ​ໂຣ​ດາ ໄດ້​ໄປ​ທີ່​ປະ​ຕູ. ເມື່ອ​ນາງ​ໄດ້​ຍິນ​ສຽງ​ຂອງ​ເປ​ໂຕ, ນາງ​ກໍ​ດີ​ໃຈ​ທີ່​ສຸດ! ນາງ​ໄດ້​ແລ່ນ​ໄປ​ບອກ​ຄົນ​ອື່ນ.

ກິດ​ຈະ​ການ 12:13–14

ນາງ​ໂຣ​ດາ​ບອກ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ວ່າ ເປ​ໂຕ​ຢູ່​ທີ່​ປະ​ຕູ.

ເມື່ອ​ນາງ​ໂຣ​ດາ​ໄດ້​ບອກ​ທຸກ​ຄົນ​ວ່າ ເປ​ໂຕ​ໄດ້​ຢູ່​ທີ່​ປະ​ຕູ, ເຂົາ​ເຈົ້າ​ກໍ​ບໍ່​ເຊື່ອ​ນາງ. ເປ​ໂຕ​ຍັງ​ເຄາະ​ປະ​ຕູ​ຕໍ່​ໄປ.

ກິດ​ຈະ​ການ 12:15–16

ເປ​ໂຕ​ບອກ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ເພິ່ນ​ອອກ​ມາ​ຈາກ​ຄຸກ.

ໃນ​ທີ່​ສຸດ, ເຂົາ​ເຈົ້າ​ກໍ​ໄດ້​ໄຂ​ປະ​ຕູ ແລະ ໄດ້​ເຫັນ​ວ່າ​ມັນ​ເປັນ​ຄວາມ​ຈິງ. ເປ​ໂຕ​ປອດ​ໄພ! ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ເຈົ້າ. ເປ​ໂຕ​ໄດ້​ບອກ​ທຸກ​ຄົນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ເພິ່ນ​ອອກ​ມາ​ຈາກ​ຄຸກ​ແນວ​ໃດ.

ກິດ​ຈະ​ການ 12:16–17