ໂຢຮັນ 5:1–17
ພຣະເຢຊູຢູ່ທີ່ສະເບັດຊະທາ
ການປິ່ນປົວຊາຍຄົນໜຶ່ງທີ່ປ່ວຍເປັນເວລາດົນນານແລ້ວ
ໃນນະຄອນເຢຣູຊາເລັມ, ມີບ່ອນໜຶ່ງທີ່ເອີ້ນວ່າສະເບັດຊະທາ. ຜູ້ຄົນໄດ້ເຊື່ອກັນວ່າ ສະແຫ່ງນັ້ນມີພະລັງແຫ່ງການປິ່ນປົວ. ຫລາຍຄົນທີ່ປ່ວຍ, ຕາບອດ, ຫລື ຍ່າງບໍ່ໄດ້ກໍໄດ້ມາທີ່ສະນັ້ນ.
ໂຢຮັນ 5:2–3
ຜູ້ຄົນໄດ້ເຊື່ອວ່າ, ເປັນຍາມໂດຍສະເພາະ, ທູດອົງໜຶ່ງໄດ້ລົງມາ ແລະ ກວນນ້ຳໃນສະ. ຜູ້ທຳອິດທີ່ລົງໄປໃນນໍ້າ ຫລັງຈາກນ້ຳຖືກກວນ ຜູ້ນັ້ນກໍຈະຫາຍດີຈາກພະຍາດທີ່ເຂົາເຈົ້າເປັນຢູ່. ຫລາຍຄົນໄດ້ພະຍາຍາມເປັນຄົນທຳອິດທີ່ລົງໄປໃນສະ.
ໂຢຮັນ 5:4
ຄົນໜຶ່ງຢູ່ທີ່ສະແມ່ນຜູ້ຊາຍທີ່ຍ່າງບໍ່ໄດ້. ລາວໄດ້ລົ້ມປ່ວຍເປັນເວລາ 38 ປີ. ລາວຢາກລົງໄປໃນສະເພື່ອຈະຫາຍດີ, ແຕ່ເມື່ອໃດທີ່ລາວພະຍາຍາມ, ຄົນອື່ນກໍໄດ້ລົງໄປກ່ອນ.
ໂຢຮັນ 5:5–7
ໃນວັນຊະບາໂຕວັນໜຶ່ງ, ພຣະເຢຊູກໍໄດ້ຢູ່ທີ່ນະຄອນເຢຣູຊາເລັມ. ເມື່ອພຣະອົງໄດ້ຍ່າງຜ່ານເມືອງ, ພຣະອົງກໍໄດ້ມາທີ່ສະເບັດຊະທາ ແລະ ໄດ້ເຫັນຊາຍຄົນໜຶ່ງນອນຢູ່ທີ່ນັ້ນ.
ໂຢຮັນ 5:6
ພຣະເຢຊູກໍຮູ້ວ່າຊາຍຄົນນັ້ນປ່ວຍເປັນເວລາດົນນານມາແລ້ວ ແລະ ຍ່າງບໍ່ໄດ້. ພຣະເຢຊູໄດ້ຖາມຊາຍຄົນນັ້ນວ່າລາວຢາກຫາຍດີບໍ.
ໂຢຮັນ 5:6
ຊາຍຄົນນັ້ນໄດ້ບອກພຣະເຢຊູວ່າບໍ່ມີໃຜຊ່ວຍລາວລົງໄປໃນສະ, ແລະ ເມື່ອນ້ຳຖືກກວນ, ຄົນອື່ນຈະລົງໄປໃນນໍ້າກ່ອນລາວສະເໝີ.
ໂຢຮັນ 5:7
ພຣະເຢຊູໄດ້ກ່າວກັບຊາຍຄົນນັ້ນວ່າ, “ຈົ່ງລຸກຂຶ້ນ ແລະ ຍົກເອົາບ່ອນຂອງເຈົ້າ ແລະ ຍ່າງໄປ.” ທັນໃດນັ້ນ, ຊາຍຄົນນັ້ນກໍຫາຍດີ! ແລ້ວລາວໄດ້ລຸກຂຶ້ນ ແລະ ຍົກເອົາຕຽງຂອງລາວໄປ. ເປັນເທື່ອທຳອິດໃນເວລາ 38 ປີ, ລາວຍ່າງໄດ້!
ໂຢຮັນ 5:8–9
ຜູ້ນຳຂອງຊາວຢິວໄດ້ເຫັນຊາຍຄົນນັ້ນກຳລັງແບກເອົາຕຽງຂອງລາວໄປ. ເຂົາເຈົ້າໄດ້ເວົ້າວ່າລາວບໍ່ໃຫ້ກຽດວັນຊະບາໂຕ, ເພາະເຂົາເຈົ້າໄດ້ຄິດວ່າການແບກຕຽງຂອງລາວນັ້ນແມ່ນຄືກັນກັບການເຮັດວຽກ. ຊາຍຄົນນັ້ນໄດ້ອະທິບາຍວ່າ ລາວຫາກໍຫາຍດີ, ແລະ ວ່າຄົນທີ່ໄດ້ປິ່ນປົວລາວໄດ້ບອກໃຫ້ລາວແບກເອົາຕຽງຂອງລາວໄປ.
ໂຢຮັນ 5:10–11
ພວກຜູ້ນຳໄດ້ເຫັນວ່າພຣະເຢຊູເປັນຜູ້ທີ່ປິ່ນປົວຊາຍຄົນນັ້ນ ແລະ ໄດ້ບອກໃຫ້ລາວແບກເອົາຕຽງຂອງລາວໄປໃນວັນຊະບາໂຕ. ເຂົາເຈົ້າໃຈຮ້າຍໃຫ້ກັບພຣະເຢຊູ ແລະ ຢາກຂ້າພະອົງ. ພຣະເຢຊູໄດ້ບອກເຂົາເຈົ້າວ່າ ພຣະອົງພຽງແຕ່ກະທຳສິ່ງທີ່ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງພຣະອົງໄດ້ສິດສອນໃຫ້ພຣະອົງກະທຳ.
ໂຢຮັນ 5:15–17