ເອເຟໂຊ 2:19–20; 4:11–14
ໃນການບັນລຸເຖິງຄວາມຄວາມເປັນນ້ຳໜຶ່ງໃຈດຽວກັນໃນຄວາມເຊື່ອ
ພຣະເຢຊູຄຣິດນຳພາສາດສະໜາຈັກຂອງພຣະອົງຜ່ານທາງສາດສະດາ ແລະ ອັກຄະສາວົກ
ອັກຄະສາວົກຂອງພຣະເຢຊູໄດ້ສັ່ງສອນພຣະກິດຕິຄຸນຂອງພຣະອົງຢູ່ໃນຫລາຍປະເທດ. ຜູ້ຄົນທີ່ເຊື່ອໃນພຣະກິດຕິຄຸນກໍໄດ້ຮັບບັບຕິສະມາ. ອັກຄະສາວົກໂປໂລຢາກນໃຫ້ທຸກໆຄົນຮູ້ສຶກເປັນທີ່ຕ້ອນຮັບເຂົ້າມາໃນສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ, ເຖິງແມ່ນວ່າເຂົາເຈົ້າຈະມາຈາກສະຖານທີ່ທີ່ແຕກຕ່າງກັນກໍຕາມ.
ມັດທາຍ 28:19–20; ເອເຟໂຊ 2:19
ໂປໂລໄດ້ຂຽນຈົດໝາຍສະບັບໜຶ່ງຫາໄພ່ພົນໃນເມືອງເອເຟໂຊ. ເພິ່ນໄດ້ເວົ້າວ່າໃນຕອນທີ່ພຣະເຢຊູໄດ້ສິ້ນພຣະຊົນເພື່ອເຮົາ, ມັນກໍຄືກັນກັບວ່າພຣະອົງໄດ້ທຳລາຍກຳແພງທີ່ແຍກລູກໆຂອງພຣະເຈົ້າອອກຈາກກັນ. ບໍ່ວ່າເຂົາເຈົ້າຈະມາຈາກໃສກໍຕາມ, ເຂົາເຈົ້າກໍບໍ່ແມ່ນຄົນແປກໜ້າອີກຕໍ່ໄປ. ເຂົາເຈົ້າສາມາດຮັບເອົາພຣະກິດຕິຄຸນ ແລະ ເປັນສ່ວນໜຶ່ງຂອງ “ພົນລະເມືອງອັນດຽວກັນກັບພວກໄພ່ພົນຂອງພຣະເຈົ້າ,” ຄືກັນກັບຄອບຄົວໃຫຍ່ຄອບຄົວດຽວ!
ເອເຟໂຊ 2:11–19
ໂປໂລໄດ້ກ່າວວ່າສາດສະໜາຈັກກໍ່ຄືກັນກັບອາຄານທີ່ແຂງແກ່ນ. ອາຄານຕ່າງໆແມ່ນຕ້ອງມີຮາກຖານອັນແໜ້ນໜາ. ຫີນທີ່ສຳຄັນທີ່ສຸດໃນຮາກຖານນັ້ນກໍ່ຄືຫີນເສົາເອກ. ສ່ວນຫີນກ້ອນອື່ນໆແມ່ນຕັ້ງລຽນກັນຂຶ້ນຕາມຫີນເສົາເອກ. ພຣະເຢຊູຄຣິດຄືຫີນເສົາເອກຂອງສາດສະໜາຈັກຂອງພຣະອົງ.
ເອເຟໂຊ 2:20
ຮາກຖານສ່ວນທີ່ເຫລືອຂອງສາດສະໜາຈັກແມ່ນສາດສະດາ ແລະ ອັກຄະສາວົກ, ຜູ້ທີ່ສະແດງປະຈັກພະຍານເຖິງພຣະເຢຊູຄຣິດ. ພຣະຜູ້ເປັນເຈົ້າຍັງໄດ້ເຊື້ອເຊີນໃຫ້ເຮົາທຸກຄົນຊ່ວຍສ້າງສາດສະໜາຈັກຂອງພຣະອົງ—ໂດຍການສິດສອນ, ໂດຍການປະຕິບັດສາດສະໜາກິດ, ໂດຍການແບ່ງປັນພຣະກິດຕິຄຸນ, ແລະ ໃນຫລາຍໆທາງອື່ນໆນຳອີກ.
ເອເຟໂຊ 2:20; 4:11–12
ສາດສະໜາຈັກແມ່ນມີຄວາມຈຳເປັນ, ໂປໂລໄດ້ກ່າວ, ເພື່ອຊ່ວຍທຸກໆຄົນໃຫ້ຮູ້ຈັກພຣະເຢຊູຄຣິດ. ສາດສະໜາຈັກຂອງພຣະເຢຊູຄຣິດທີ່ຢູ່ເທິງໂລກທຸກມື້ນີ້, ມີຮາກຖານໝັ້ນຄົງໃນພຣະເຢຊູຄຣິດແລະ ສາດສະດາ ແລະ ອັກຄະສາວົກຂອງພຣະອົງ. ຜ່ານທາງສາດສະໜາຈັກຂອງພຣະອົງ, ເຮົາສາມາດບັນລຸເຖິງ “ຄວາມເປັນນໍ້າໜຶ່ງໃຈດຽວກັນໃນຄວາມເຊື່ອ” ແລະ ກາຍເປັນເໝືອນດັ່ງພຣະເຢຊູຫລາຍຂຶ້ນ.
ເອເຟໂຊ 2:21–22; 4:13