ເຮັບເຣີ 11–12
ການດຳລົງຊີວິດດ້ວຍສັດທາໃນພຣະເຢຊູຄຣິດ
ພຣະອົງຄື “ຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ”
ມັນບໍ່ແມ່ນເລື່ອງງ່າຍສະເໝີໄປໃນການເປັນຜູ້ຕິດຕາມພຣະເຢຊູຄຣິດໃນຍຸກທຳອິດຂອງສາດສະໜາຈັກ. ບາງຄັ້ງກໍມີຜູ້ຄົນທີ່ກຽດຊັງສະມາຊິກຂອງສາດສະໜາຈັກ ຫລື ເຍາະເຍີ້ຍເຂົາເຈົ້າຍ້ອນຄວາມເຊື່ອຂອງເຂົາ. ໂປໂລຢາກຊ່ວຍເຂົາເຈົ້າໃຫ້ຮັກສາສັດທາຂອງເຂົາໃນພຣະເຢຊູຄຣິດ.
ເຮັບເຣີ 10:32–39
ໂປໂລໄດ້ຂຽນຈົດໝາຍສະບັບໜຶ່ງຫາໄພ່ພົນຊາວເຮັບເຣີ ຫລື ຊາວຢິວ. ເພິ່ນໄດ້ສິດສອນວ່າສັດທາໝາຍເຖິງການເຊື່ອຖື ແລະ ມີຄວາມຫວັງໃນບາງສິ່ງບາງຢ່າງ, ເຖິງແມ່ນວ່າເຮົາຈະບໍ່ສາມາດແນມເຫັນມັນກໍຕາມ. ຍົກຕົວຢ່າງ, ການມີສັດທາໃນພຣະເຢຊູຄຣິດໝາຍເຖິງການໄວ້ວາງໃຈໃນພຣະອົງ ແລະ ຄຳສັນຍາຂອງພຣະອົງ, ເຖິງແມ່ນວ່າເຮົາຈະຍັງບໍ່ທັນໄດ້ຮັບພອນທີ່ເຮົາຄາດຫວັງໄວ້ກໍຕາມ.
ເຮັບເຣີ 11:1, 6
ເພື່ອຊ່ວຍເຫລືອໄພ່ພົນຊາວເຮັບເຣີປະເຊີນໜ້າກັບຄວາມທ້າທາຍຂອງເຂົາເຈົ້າດ້ວຍສັດທາ, ໂປໂລໄດ້ເຕືອນຄວາມຊົງຈຳເຂົາເຈົ້າເຖິງເລື່ອງລາວກ່ຽວກັບຜູ້ຄົນໃນພຣະຄຳພີຜູ້ທີ່ມີສັດທາອັນຍິ່ງໃຫຍ.
ເຮັບເຣີ 11:4–40
ຍົກຕົວຢ່າງ, ໂປໂລໄດ້ບອກເລົ່າກ່ຽວກັບໂນອາ. ພຣະເຈົ້າໄດ້ບອກໃຫ້ໂນອາສ້າງເຮືອຂຶ້ນມາເພື່ອຊ່ວຍຊີວິດຄອບຄົວຂອງເພິ່ນຈາກໄພນ້ຳຖ້ວມ. ໂນອາມີສັດທາທີ່ຈະເຊື່ອຟັງ, ແມ່ນແຕ່ກ່ອນທີ່ເພິ່ນຈະເຫັນວ່າຝົນຕົກ.
ເຮັບເຣີ 11:7
ໂປໂລໄດ້ບອກເລົ່າກ່ຽວກັບອັບຣາຮາມ ແລະ ນາງຊາຣາ, ຜູ້ທີ່ມີສັດທາທີ່ຈະອອກຈາກບ້ານເຮືອນຂອງພວກເພິ່ນເພາະວ່າພຣະເຈົ້າໄດ້ສັນຍາວ່າຈະນຳທາງພວກເພິ່ນໃຫ້ໄປເຖິງສະຖານທີ່ທີ່ດີກວ່າ. ພວກເພິ່ນຍັງມີສັດທາໃນຄຳສັນຍາຂອງພຣະເຈົ້າທີ່ວ່າພວກເພິ່ນຈະມີຄອບຄົວທີ່ໃຫຍ່, ເຖິງແມ່ນວ່າພວກເພິ່ນຈະເຖົ້າແກ່ ແລະ ບໍ່ທັນມີລູກຈັກຄົນກໍຕາມ.
ເຮັບເຣີ 11:8–16
ໂປໂລຍັງໄດ້ບອກເລົ່າກ່ຽວກັບແມ່ຂອງໂມເຊ, ໂຢເກເບັດນຳອີກ. ນາງມີຄວາມເຊື່ອທີ່ຈະເຊື່ອງໂມເຊເອົາໄວ້, ໃນຕອນທີ່ເພິ່ນຍັງເປັນແອນ້ອຍ, ເພື່ອຮັກສາເພິ່ນໃຫ້ປອດໄພຈາກກະສັດທີ່ຊົ່ວຮ້າຍ.
ເຮັບເຣີ 11:23
ໂມເຊໄດ້ເຕີບໃຫຍ່ຂຶ້ນມາໃນເອຢິບ. ເພິ່ນສາມາດລ່ຳລວຍ ແລະ ສຸກສະບາຍ. ແຕ່ວ່າເພິ່ນໄດ້ປະຖິ້ມທຸກສິ່ງເພາະວ່າເພິ່ນມີສັດທາໃນພຣະເຈົ້າ ແລະ ພອນຂອງພຣະອົງ.
ເຮັບເຣີ 11:24–27
ຍ້ອນສັດທາຂອງເພິ່ນ, ໂມເຊໄດ້ນຳພາຜູ້ຄົນຂອງພຣະເຈົ້າອອກຈາກການເປັນຂ້າທາດ. ພວກເຂົາຍັງສາມາດຍ່າງຂ້າມຜ່ານນ້ຳທະເລແດງໄປຕາມເທິງດິນແຫ້ງ!
ເຮັບເຣີ 11:29
ໂປໂລຍັງໄດ້ບອກເລົ່າກ່ຽວກັບນາງຣາຮາບນຳອີກ. ນາງໄດ້ມີສັດທາທີ່ຈະຊ່ວຍເຫລືອຜູ້ຄົນຂອງພຣະເຈົ້າ, ເຖິງແມ່ນວ່າບໍ່ມີໃຜໃນເມືອງຂອງນາງເຊື່ອໃນພຣະຜູ້ເປັນເຈົ້າກໍຕາມ. ສັດທາຂອງນາງໄດ້ຊ່ວຍຊີວິດຄອບຄົວຂອງນາງໄວ້.
ເຮັບເຣີ 11:30–31
ໂປໂລໄດ້ກ່າວວ່າຕົວຢ່າງຫລາຍປະການຂອງສັດທາສາມາດຊ່ວຍເຮົາໃຫ້ມີສັດທາໃນພຣະເຢຊູຄຣິດເຊັ່ນກັນ, ເຖິງແມ່ນວ່າໃນຕອນທີ່ຊີວິດຈະຍາກລຳບາກກໍຕາມ. ເຮົາສາມາດກັບໃຈຈາກບາບຂອງເຮົາ ແລະ ເບິ່ງໄປທີ່ພຣະເຢຊູ, “ຜູ້ບຸກເບີກ ແລະ ຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ.” ພຣະອົງເຕັມພຣະໄທທີ່ຈະສິ້ນພຣະຊົນເພື່ອເຮົາເພາະພຣະອົງຮູ້ແລ້ວວ່າການຊົດໃຊ້ຂອງພຣະອົງຈະນຳມາເຊິ່ງຄວາມຊື່ນຊົມ ແລະ ການປີ່ນປົວອັນຍິ່ງໃຫຍ່!
ເຮັບເຣີ 12:1–2