ມັດທາຍ 18:21–34
ຄຳອຸປະມາເລື່ອງຜູ້ຮັບໃຊ້ທີ່ບໍ່ຍົກໂທດ
ພຣະເຢຊູສິດສອນກ່ຽວກັບການໃຫ້ອະໄພ
ມື້ໜຶ່ງ, ເປໂຕໄດ້ຖາມພຣະເຢຊູຄຳຖາມໜຶ່ງທີ່ສຳຄັນ. ເພິ່ນຢາກຮູ້ວ່າ ເພິ່ນຄວນຍົກໂທດໃຫ້ຄົນຈັກເທື່ອ ເມື່ອພວກເຂົາເຮັດບາບ. “ເຖິງເຈັດເທື່ອບໍ?” ເປໂຕຖາມ. ພຣະເຢຊູໄດ້ຕອບຄຳຖາມເປໂຕໂດຍການເລົ່າເລື່ອງ ຫລື ຄຳອຸປະມາໃຫ້ເພິ່ນຟັງ.
ມັດທາຍ 18:15–21
ໃນເລື່ອງລາວນັ້ນ, ມີກະສັດອົງໜຶ່ງທີ່ມີຜູ້ຮັບໃຊ້ຫລາຍຄົນ. ໜຶ່ງໃນບັນດາຜູ້ຮັບໃຊ້ໄດ້ເປັນໜີ້ກະສັດໝື່ນຕະລັນຕົນ. ນັ້ນເປັນເງິນຈຳນວນຫລາຍ!
ມັດທາຍ 18:23–24
ຜູ້ຮັບໃຊ້ຄົນນັ້ນບໍ່ມີວັນສາມາດໃຊ້ໜີ້ຄືນກະສັດໄດ້. ກະສັດໄດ້ກ່າວວ່າ ເພິ່ນຈະຂາຍຜູ້ຮັບໃຊ້ຄົນນັ້ນ ແລະ ຄອບຄົວຂອງລາວເພື່ອຈ່າຍໜີ້ໃຫ້ໝົດ.
ມັດທາຍ 18:25
ເມື່ອຜູ້ຮັບໃຊ້ຄົນນັ້ນໄດ້ຍິນເລື່ອງນີ້, ລາວກໍໄດ້ລົ້ມຄຸເຂົ່າລົງ. ລາວໄດ້ວອນຂໍຕໍ່ກະສັດໃຫ້ເພີ່ມເວລາໃຫ້ແກ່ລາວ. “ຂໍໂຜດຜ່ອນຜັນໃຫ້ຂ້ານ້ອຍກ່ອນ,” ລາວກ່າວ, “ແລ້ວຂ້ານ້ອຍຈະໃຊ້ແທນຄືນໃຫ້ຄົບໝົດ.”
ມັດທາຍ 18:26
ກະສັດໄດ້ເມດຕາສົງສານຜູ້ຮັບໃຊ້ຄົນນັ້ນ. ເພິ່ນໄດ້ຕັດສິນໃຈທີ່ຈະຍົກໜີ້ໃຫ້ລາວ. ຜູ້ຮັບໃຊ້ຄົນນັ້ນບໍ່ຈຳເປັນຕ້ອງຈ່າຍເງິນຄືນ. ລາວສາມາດໄປໄດ້!
ມັດທາຍ 18:27
ແລ້ວຜູ້ຮັບໃຊ້ຄົນນັ້ນກໍໄດ້ອອກໄປ ແລະ ພົບຊາຍຄົນໜຶ່ງທີ່ຕິດໜີ້ລາວເປັນຈຳນວນເງິນພຽງແຕ່ໜ້ອຍດຽວ. ລາວໄດ້ຄວ້າຈັບຊາຍຄົນນັ້ນ ແລະ ເວົ້າວ່າ, “ໃຊ້ໜີ້ກູແມ.”
ມັດທາຍ 18:28
ຊາຍຄົນນັ້ນໄດ້ລົ້ມຄຸເຂົ່າລົງ. “ຂໍໂຜດຜ່ອນຜັນໃຫ້ຂ້ານ້ອຍກ່ອນ,” ລາວກ່າວ, “ແລ້ວຂ້ານ້ອຍຈະໃຊ້ແທນຄືນໃຫ້ຄົບໝົດ.” ແຕ່ຜູ້ຮັບໃຊ້ຄົນນັ້ນບໍ່ໄດ້ຍົກໂທດໃຫ້ລາວ. ລາວໄດ້ສົ່ງຊາຍຄົນນັ້ນເຂົ້າຄຸກ.
ມັດທາຍ 18:29–30
ເມື່ອກະສັດຮູ້ເລື່ອງວ່າ ແມ່ນຫຍັງໄດ້ເກີດຂຶ້ນ, ເພິ່ນກໍໄດ້ເອີ້ນຜູ້ຮັບໃຊ້ຄົນນັ້ນມາພົບ. ກະສັດໄດ້ຢໍ້າເຕືອນຜູ້ຮັບໃຊ້ຂອງເພິ່ນວ່າ ລາວໄດ້ຮັບການຍົກໜີ້ເປັນຈຳນວນທີ່ໃຫຍ່ຫລາຍ. ເພິ່ນໄດ້ບອກຜູ້ຮັບໃຊ້ຂອງເພິ່ນວ່າ ລາວຄວນຈະຍົກໜີ້ໃຫ້ຊາຍຜູ້ທີ່ຕິດໜີ້ລາວເຊັ່ນກັນ.
ມັດທາຍ 18:31–33
ເຮົາທຸກຄົນເປັນໜີ້ທີ່ເຮົາບໍ່ມີວັນສາມາດຈ່າຍດ້ວຍຕົວເຮົາເອງໄດ້. ພຣະເຢຊູໄດ້ອະທິບາຍໃຫ້ເປໂຕຟັງວ່າ ພຣະເຈົ້າໃຫ້ອະໄພໃຫ້ເຮົາ, ສະນັ້ນ ເຮົາກໍຄວນໃຫ້ອະໄພໃຫ້ຄົນອື່ນເຊັ່ນກັນ. ແລະ ເຮົາບໍ່ຄວນຢຸດທີ່ຈະໃຫ້ອະໄພຫລັງຈາກເຈັດເທື່ອ ແຕ່ຄວນເຕັມໃຈທີ່ຈະໃຫ້ອະໄພສະເໝີ.
ມັດທາຍ 18:22, 34–35; ເບິ່ງ ມັດທາຍ 6:14; ຄຳສອນ ແລະ ພັນທະສັນຍາ 64:9–10 ນຳອີກ