ກິດຈະການ 16:9–40
ໂປໂລ ແລະ ຊີລາ
ຖືກຊ່ວຍກູ້ໂດຍການອັດສະຈັນຈາກພຣະຜູ້ເປັນເຈົ້າ
ພຣະຜູ້ເປັນເຈົ້າ ໄດ້ເອີ້ນໃຫ້ໂປໂລ ແລະ ຊີລາໄປສັ່ງສອນພຣະກິດຕິຄຸນນຳກັນ. ພວກເພິ່ນໄດ້ເດີນທາງໄປສູ່ຫລາຍໆເມືອງເພື່ອຈະເຫັນວ່າສາດສະໜາຈັກຢູ່ແຖວນັ້ນເປັນແນວໃດ.
ກິດຈະການ 15:40–41; 16:4–8
ຄືນໜຶ່ງ, ໃນພາບນິມິດ, ໂປໂລໄດ້ເຫັນຊາຍຄົນໜຶ່ງຈາກເມືອງມາເກໂດເນຍ ຂໍຮ້ອງເພິ່ນໃຫ້ມາທີ່ເມືອງຂອງລາວ. ໂປໂລ ແລະ ຊີລາໄດ້ອອກເດີນທາງໄປທັນທີ. ພວກເພິ່ນຮູ້ວ່າພຣະເຈົ້າຢາກໃຫ້ພວກເພິ່ນໄປ.
ກິດຈະການ 16:9–10
ເມື່ອພວກເພິ່ນໄປເຖິງເມືອງມາເກໂດເນຍ, ຜູ້ຍິງຄົນໜຶ່ງຊື່ ລີເດຍ ກໍໄດ້ຍິນພວກເພິ່ນສັ່ງສອນ. ພຣະຜູ້ເປັນເຈົ້າໄດ້ເປີດໃຈຂອງນາງລີເດຍ. ນາງໄດ້ເຊື່ອສິ່ງທີ່ໂປໂລສິດສອນ ແລະ ໄດ້ຮັບບັບຕິສະມາ.
ກິດຈະການ 16:13–15
ນາງລີເດຍໄດ້ບອກໂປໂລ ແລະ ຊີລາວ່າພວກເພິ່ນສາມາດພັກຢູ່ທີ່ບ້ານຂອງນາງໄດ້ໃນຂະນະທີ່ພວກເພິ່ນຢູ່ທີ່ນັ້ນ.
ກິດຈະການ 16:15
ແຕ່ບໍ່ແມ່ນທຸກຄົນທີ່ມັກໃຫ້ໂປໂລ ແລະ ຊີລາຢູ່ທີ່ນັ້ນ. ບາງຄົນບໍ່ມັກສິ່ງທີ່ພວກເພິ່ນກຳລັງສິດສອນຢູ່. ເຂົາເຈົ້າໄດ້ພາໂປໂລ ແລະ ຊີລາໄປທີ່ຕະຫລາດ ແລະ ໄດ້ບອກຜູ້ນຳຂອງເມືອງວ່າພວກເພິ່ນກຳລັງສ້າງບັນຫາ.
ກິດຈະການ 16:16–21
ຜູ້ຄົນໄດ້ໃຈຮ້າຍໃຫ້ໂປໂລ ແລະ ຊີລາ. ຜູ້ນຳຂອງເມືອງໄດ້ຈີກເຄື່ອງນຸ່ງຂອງໂປໂລ ແລະ ຊີລາ ແລະ ໄດ້ເວົ້າວ່າພວກເພິ່ນຄວນຖືກຂ້ຽນ.
ກິດຈະການ 16:22–23
ແລ້ວຜູ້ນຳຂອງເມືອງກໍໄດ້ສົ່ງໂປໂລ ແລະ ຊີລາເຂົ້າຄຸກ. ເຂົາເຈົ້າໄດ້ມັດຕີນຂອງພວກເພິ່ນ ແລະ ໄດ້ວາງຄົນຍາມໄວ້ຄຸມພວກເພິ່ນ.
ກິດຈະການ 16:22–24
ຄືນນັ້ນ, ໂປໂລ ແລະ ຊີລາໄດ້ອະທິຖານ ແລະ ໄດ້ຮ້ອງເພງສັນລະເສີນພຣະເຈົ້າໃນຂະນະທີ່ພວກນັກໂທດຄົນອື່ນໆຟັງຢູ່. ໃນທັນໃດນັ້ນ,ພື້ນດິນກໍເລີ່ມສັ່ນສະເທືອນ. ປະຕູຄຸກກໍໄຂອອກ, ແລະ ສາຍໂສ້ກໍຫລຸດອອກ.
ກິດຈະການ 16:25–26
ຄົນຍາມໄດ້ຕື່ນຂຶ້ນ ແລະເຫັນວ່າປະຕູຄຸກໄຂຢູ່. ລາວຄິດວ່ານັກໂທດໄດ້ປົບໜີໄປແລ້ວ ແລະ ວ່າລາວຈະຖືກລົງໂທດທີ່ໄດ້ປ່ອຍໃຫ້ເຂົາເຈົ້າປົບໜີໄປ. ໂປໂລໄດ້ບອກຄົນຍາມວ່າບໍ່ໃຫ້ກັງວົນ. ນັກໂທດຍັງຢູ່ທີ່ນັ້ນໝົດທຸກຄົນ.
ກິດຈະການ 16:27–28
ຄົນຍາມກໍຢ້ານກົວ. ລາວໄດ້ຄຸເຂົ່າໃກ້ໂປໂລ ແລະ ຊີລາ ແລະ ໄດ້ເວົ້າວ່າ, “ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ລອດພົ້ນ?” ພວກເພິ່ນໄດ້ເວົ້າວ່າ, “ຈົ່ງເຊື່ອໃນອົງພຣະເຢຊູຄຣິດເຈົ້າ.”
ກິດຈະການ 16:27–31
ໂປໂລ ແລະ ຊີລາໄດ້ສິດສອນພຣະກິດຕິຄຸນໃຫ້ແກ່ຄົນຍາມ ແລະ ຄອບຄົວຂອງລາວ. ຄົນຍາມໄດ້ດູແລບາດແຜຂອງໂປໂລ ແລະ ຊີລາ. ຄືນນັ້ນ, ລາວ ແລະ ຄອບຄົວຂອງລາວໄດ້ຮັບບັບຕິສະມາ!
ກິດຈະການ 16:32–33