ມັດທາຍ 25:1–13
ຍິງສາວບໍລິສຸດສິບຄົນ
ການກຽມພ້ອມສຳລັບພຣະເຢຊູທີ່ຈະກັບມາອີກຄັ້ງ
ສານຸສິດຂອງພຣະເຢຊູຮູ້ວ່າມື້ໜຶ່ງ, ຫລັງຈາກທີ່ພຣະອົງກັບຄືນໄປຫາພຣະບິດາຂອງພຣະອົງ, ພຣະເຢຊູຈະກັບມາສູ່ໂລກ. ພວກເຂົາໄດ້ຖາມພຣະອົງວ່າ ພວກເຂົາຈະຮູ້ໄດ້ແນວໃດວ່າພຣະອົງຈະກັບມາເມື່ອໃດ. ພວກເຂົາຢາກກຽມພ້ອມສຳລັບພຣະອົງ. ເພື່ອຕອບພວກເຂົາ, ພຣະເຢຊູໄດ້ເລົ່າຄຳອຸປະມາເລື່ອງໜຶ່ງ.
ມັດທາຍ 24:3
ໃນຄຳອຸປະມາ, ຜູ້ຍິງສິບຄົນກຳລັງໄປງານແຕ່ງງານ. ງານແຕ່ງງານແມ່ນໃນຕອນກາງຄືນ, ດັ່ງນັ້ນພວກຜູ້ຍິງຈຶ່ງຕ້ອງເອົາໂຄມໄຟທີ່ເຕັມດ້ວຍນ້ຳມັນໄປນຳເພື່ອສ່ອງທາງ. ຜູ້ຍິງຫ້າຄົນສະຫລາດ ແລະ ເອົານ້ຳມັນໃສ່ແກ້ວໄປເພື່ອ. ອີກຫ້າຄົນໂງ່ ແລະ ບໍ່ໄດ້ເອົານ້ຳມັນໄປພໍ.
ມັດທາຍ 25:1–4
ພວກຜູ້ຍິງຕ້ອງລໍຖ້າເຈົ້າບ່າວ ແລະ ງານແຕ່ງງານ. ແຕ່ເຈົ້າບ່າວໃຊ້ເວລາດົນ. ໃນຂະນະທີ່ພວກເຂົາລໍຖ້າ, ພວກເຂົາທຸກຄົນກໍນອນຫລັບໄປ.
ມັດທາຍ 25:5
ຮອດທ່ຽງຄືນ, ມີຄົນຮ້ອງຂຶ້ນວ່າເຈົ້າບ່າວກຳລັງຈະມາຮອດແລ້ວ! ມັນເຖິງເວລາທີ່ພວກຜູ້ຍິງຈະມາຮ່ວມງານແຕ່ງງານກັບລາວ.
ມັດທາຍ 25:6
ຜູ້ຍິງທຸກຄົນໄດ້ຍົກໂຄມໄຟຂອງພວກເຂົາຂຶ້ນເພື່ອສ່ອງທາງ. ແຕ່ຜູ້ຍິງຫ້າຄົນທີ່ບໍ່ໄດ້ເອົານ້ຳມັນມາພຽງພໍບໍ່ມີໄຟ. ນ້ຳມັນຂອງພວກເຂົາຖືກໃຊ້ໝົດໃນຂະນະທີ່ພວກເຂົາກຳລັງລໍຖ້າເຈົ້າບ່າວ.
(ມັດທາຍ 25:7–8)
ຜູ້ຍິງຫ້າຄົນທີ່ບໍ່ມີນ້ຳມັນໄດ້ຂໍໃຫ້ຄົນອື່ນແບ່ງປັນນ້ຳມັນໃຫ້ພວກເຂົາ. ແຕ່ບໍ່ມີນ້ຳມັນພຽງພໍທີ່ຈະແບ່ງປັນ. ຜູ້ຍິງຫ້າຄົນທີ່ບໍ່ມີນ້ຳມັນໄດ້ໄປຊື້ເພີ່ມຢ່າງໄວ.
ມັດທາຍ 25:8–9
ໃນຂະນະທີ່ພວກເຂົາໄປ, ເຈົ້າບ່າວກໍມາຮອດ! ຜູ້ຍິງຫ້າຄົນທີ່ພ້ອມແລ້ວໄດ້ໄປງານແຕ່ງງານກັບລາວ.
ມັດທາຍ 25:10
ເມື່ອພວກຜູ້ຍິງກັບມາ, ປະຕູກໍປິດແລ້ວ. ພວກເຂົາໄດ້ເຄາະປະຕູ ແລະ ຂໍໃຫ້ເຈົ້າບ່າວໃຫ້ພວກເຂົາເຂົ້າໄປ. ແຕ່ມັນສາຍເກີນໄປແລ້ວ. ພວກເຂົາບໍ່ສາມາດເຂົ້າໄປໃນງານແຕ່ງງານໄດ້.
ມັດທາຍ 25:11–12
ພຣະເຢຊູຄືກັບເຈົ້າບ່າວໃນຄຳອຸປະມາ. ບໍ່ມີໃຜຮູ້ວ່າພຣະອົງຈະກັບມາອີກເມື່ອໃດ. ມີແຕ່ພຣະບິດາເທິງສະຫວັນເທົ່ານັ້ນທີ່ຮູ້ເລື່ອງນັ້ນ. ດັ່ງນັ້ນພຣະເຢຊູຈຶ່ງບອກຜູ້ຕິດຕາມຂອງພຣະອົງໃຫ້ກຽມພ້ອມຄືກັບຜູ້ຍິງຫ້າຄົນທີ່ມີນ້ຳມັນພຽງພໍ. ຜູ້ທີ່ເຊື່ອຟັງພຣະບັນຍັດຂອງພຣະຜູ້ເປັນເຈົ້າ ແລະ ປະຕິບັດຕາມພຣະວິນຍານ ຈະພ້ອມແລ້ວເມື່ອພຣະເຢຊູຄຣິດສະເດັດມາອີກຄັ້ງ.
ມັດທາຍ 24:36; 25:13; ຄຳສອນ ແລະ ພັນທະສັນຍາ 45:56–57