ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ ແລະ ເສດ​ຖີ​ໜຸ່ມ—“ຂ້າ​ນ້ອຍ​ຕ້ອງ​ປະ​ຕິ​ບັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ?”


ມາ​ຣະ​ໂກ 10:17–31

ພຣະ​ເຢ​ຊູ ແລະ ເສດ​ຖີ​ໜຸ່ມ

“ຂ້າ​ນ້ອຍ​ຕ້ອງ​ປະ​ຕິ​ບັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ?”

ຊາຍ​ໜຸ່ມ​ຄົນ​ໜຶ່ງ​ແລ່ນ​ໄປ​ຫາ​ພຣະ​ເຢ​ຊູ.

ໃນ​ຂະ​ນະ​ທີ່​ພຣະ​ເຢ​ຊູ ແລະ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ກຳ​ລັງ​ເດີນ​ທາງ, ຊາຍ​ໜຸ່ມ​ເສດ​ຖີ​ຄົນ​ໜຶ່ງ​ໄດ້​ແລ່ນ​ມາ​ຫາ​ພຣະ​ເຢ​ຊູ ແລະ ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ. ລາວ​ໄດ້​ຖາມ​ພຣະ​ເຢ​ຊູ​ວ່າ​ລາວ​ຄວນ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ຢູ່​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ອີກ​ຄັ້ງ.

ມາ​ຣະ​ໂກ 10:17

ພຣະ​ເຢ​ຊູ​ເຕືອນ​ຊາຍ​ໜຸ່ມ​ກ່ຽວ​ກັບ​ພຣະ​ບັນ​ຍັດ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຕືອນ​ຊາຍ​ໜຸ່ມ​ວ່າ​ລາວ​ຮູ້​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ແລ້ວ: ຢ່າ​ຂ້າ, ຢ່າ​ຕົວະ ຫລື ລັກ​ຂະ​ໂມຍ, ແລະ ໃຫ້​ກຽດ​ແກ່​ພໍ່​ແມ່​ຂອງ​ເຈົ້າ.

ມາ​ຣະ​ໂກ 10:19

ຊາຍ​ໜຸ່ມ​ຕອບ​ພຣະ​ເຢ​ຊູ.

ຊາຍ​ໜຸ່ມ​ຕອບ​ວ່າ​ລາວ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ເຫລົ່າ​ນີ້​ສະ​ເໝີ, ຕັ້ງ​ແຕ່​ລາວ​ຍັງ​ນ້ອຍ.

ມາ​ຣະ​ໂກ 10:20

ພຣະ​ເຢ​ຊູ​ສິດ​ສອນ​ຊາຍ​ໜຸ່ມ.

ພຣະ​ເຢ​ຊູ​ຫລຽວ​ເບິ່ງ​ຊາຍ​ໜຸ່ມ​ດ້ວຍ​ຄວາມ​ຮັກ. ພຣະ​ອົງ​ບອກ​ລາວ​ວ່າ​ລາວ​ຕ້ອງ​ເຮັດ​ອີກ​ຢ່າງ​ໜຶ່ງ. ລາວ​ຕ້ອງ​ຂາຍ​ທຸກ​ຢ່າງ​ທີ່​ລາວ​ມີ, ມອບ​ເງິນ​ໃຫ້​ຄົນ​ຍາກ​ຈົນ, ແລະ ກາຍ​ເປັນ​ຜູ້​ຕິດ​ຕາມ​ພຣະ​ເຢ​ຊູ. ແລ້ວ​ລາວ​ຈະ​ມີ​ຊັບ​ສົມ​ບັດ​ໃນ​ສະ​ຫວັນ!

ມາ​ຣະ​ໂກ 10:21

ຊາຍ​ໜຸ່ມ​ຍ່າງ​ໜີ​ໄປ.

ຊາຍ​ໜຸ່ມ​ຄົນ​ນັ້ນ​ຮັ່ງ​ມີ​ຫລາຍ. ລາວ​ບໍ່​ຢາກ​ມອບ​ທຸກ​ຢ່າງ​ທີ່​ລາວ​ມີ. ລາວ​ຍ່າງ​ໜີ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ເສົ້າ​ໃຈ.

ມາ​ຣະ​ໂກ 10:22

ພຣະ​ເຢ​ຊູ​ອະ​ທິ​ບາຍ​ວ່າ​ເຮົາ​ຕ້ອງ​ໄວ້​ວາງ​ໃຈ​ພຣະ​ເຈົ້າ, ບໍ່​ແມ່ນ​ຄວາມ​ຮັ່ງ​ມີ.

ພຣະ​ເຢ​ຊູ​ກ່າວ​ວ່າ​ອູດ​ໂຕ​ໜຶ່ງ​ຈະ​ລອດ​ຮູ​ເຂັມ​ກໍ​ງ່າຍ​ກວ່າ​ຄົນ​ຮັ່ງ​ມີ​ຜູ້​ໜຶ່ງ​ຈະ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ພວກ​ສາ​ວົກ​ຮູ້​ສຶກ​ແປກ​ໃຈ. “ຖ້າ​ຢ່າງ​ນັ້ນ​ຜູ້​ໃດ​ຈະ​ລອດ​ພົ້ນ​ໄດ້?” ພວກ​ເພິ່ນ​ຖາມ. ພຣະ​ເຢ​ຊູ​ໄດ້​ອະ​ທິ​ບາຍ​ວ່າ​ເຮົາ​ຕ້ອງ​ໄວ້​ວາງ​ໃຈ​ພຣະ​ເຈົ້າ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ລອດ. “ພຣະ​ເຈົ້າ​ຊົງ​ເຮັດ​ໄດ້​ທຸກ​ຢ່າງ,” ພຣະ​ອົງ​ກ່າວ.

ມາ​ຣະ​ໂກ 10:23–30