ເລື່ອງ​ພຣະ​ຄຳ​ພີ
ເຂົ້າ​ແລງ​ຄາບ​ສຸດ​ທ້າຍ—ພຣະ​ເຢ​ຊູ​ແນະ​ນຳ​ສິນ​ລະ​ລຶກ


ມັດ​ທາຍ 26; ລູ​ກາ 22; ໂຢ​ຮັນ 13–14

ເຂົ້າ​ແລງ​ຄາບ​ສຸດ​ທ້າຍ

ພຣະ​ເຢ​ຊູ​ແນະ​ນຳ​ສິນ​ລະ​ລຶກ

ພຣະ​ເຢ​ຊູ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໃນ​ເຢ​ຣູ​ຊາ​ເລັມ.

ພຣະ​ເຢ​ຊູ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ​ເພື່ອ​ສະ​ຫລອງ​ປັດ​ສະ​ຄາ. ປະ​ຊາ​ຊົນ​ຊາວ​ຢິວ​ໄດ້​ສະ​ຫລອງ​ປັດ​ສະ​ຄາ​ທຸກໆ​ປີ. ມັນ​ຊ່ວຍ​ໃຫ້​ພວກ​ເຂົາ​ຈື່​ຈຳ​ວ່າ, ຫລາຍ​ປີ​ກ່ອນ, ຄອບ​ຄົວ​ຂອງ​ພວກ​ເຂົາ​ໄດ້​ເປັນ​ທາດ​ຢູ່​ໃນ​ປະ​ເທດ​ເອ​ຢິບ, ແລະ ພຣະ​ເຈົ້າ​ໄດ້​ຊ່ວຍ​ພວກ​ເຂົາ​ໃຫ້​ໜີ​ໄປ.

ອົບ​ພະ​ຍົບ 12:27

ພຣະ​ເຢ​ຊູ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ອ້ອມ​ໂຕະ.

ຂະ​ນະ​ທີ່​ພວກ​ເພິ່ນ​ຢູ່​ໃນ​ເຢ​ຣູ​ຊາ​ເລັມ, ພຣະ​ເຢ​ຊູ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ຈັດ​ງານ​ລ້ຽງ​ພິ​ເສດ​ຮ່ວມ​ກັນ. ພຣະ​ເຢ​ຊູ​ໄດ້​ລໍ​ຄອຍ​ທີ່​ຈະ​ແບ່ງ​ປັນ​ອາ​ຫານ​ຄ່ຳ​ນີ້​ກັບ​ພວກ​ເພິ່ນ.

ລູ​ກາ 22:7–15

ພຣະ​ເຢ​ຊູ​ກຳ​ລັງ​ລ້າງ​ຕີນ​ຂອງ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ຂອງ​ພຣະ​ອົງ.

ຫລັງ​ຈາກ​ພວກ​ເພິ່ນ​ກິນ​ເຂົ້າ​ແລ້ວ, ພຣະ​ເຢ​ຊູ​ໄດ້​ເທ​ນ້ຳ​ໃສ່​ຊາມ. ພຣະ​ອົງ​ເລີ່ມ​ລ້າງ​ຕີນ​ຂອງ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ.

ໂຢ​ຮັນ 13:4–5

ເປ​ໂຕ​ກຳ​ລັງ​ຖາມ​ວ່າ​ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ລ້າງ​ຕີນ​ໃຫ້​ພວກ​ເພິ່ນ.

ເມື່ອ​ເຖິງ​ຄິວ​ຂອງ​ເປ​ໂຕ, ເພິ່ນ​ໄດ້​ຖາມ​ວ່າ​ເປັນ​ຫຍັງ​ພຣະ​ເຢ​ຊູ​ຈຶ່ງ​ເຮັດ​ສິ່ງ​ນີ້. ການ​ລ້າງ​ຕີນ​ແມ່ນ​ສິ່ງ​ປົກ​ກະ​ຕິ​ທີ່​ພຽງ​ແຕ່​ຜູ້​ຮັບ​ໃຊ້​ເທົ່າ​ນັ້ນ​ທີ່​ເຮັດ.

ໂຢ​ຮັນ 13:6

ພຣະ​ເຢ​ຊູ​ສິດ​ສອນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ວິ​ທີ​ການ​ຮັກ​ຊຶ່ງ​ກັນ​ແລະ​ກັນ.

ພຣະ​ເຢ​ຊູ​ກ່າວ​ວ່າ​ພຣະ​ອົງ​ກຳ​ລັງ​ລ້າງ​ຕີນ​ຂອງ​ພວກ​ເພິ່ນ​ເພື່ອ​ເປັນ​ຕົວ​ຢ່າງ​ໃຫ້​ພວກ​ເພິ່ນ. ພຣະ​ອົງ​ຢາກ​ໃຫ້​ພວກ​ເພິ່ນ​ຮັບ​ໃຊ້ ແລະ ຮັກ​ຊຶ່ງ​ກັນ​ແລະ​ກັນ​ຄື​ກັບ​ທີ່​ພຣະ​ອົງ​ໄດ້​ຮັກ​ພວກ​ເພິ່ນ. ຖ້າ​ພວກ​ເພິ່ນ​ເຮັດ​ສິ່ງ​ນີ້, ຜູ້​ຄົນ​ຈະ​ຮູ້​ວ່າ​ພວກ​ເພິ່ນ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ອົງ.

ໂຢ​ຮັນ 13:14–16, 34–35

ເປ​ໂຕ​ກຳ​ລັງ​ເວົ້າ​ກັບ​ພຣະ​ເຢ​ຊູ.

ພຣະ​ເຢ​ຊູ​ໄດ້​ບອກ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ ພຣະ​ອົງ​ຈະ​ສິ້ນ​ພຣະ​ຊົນ​ໃນ​ໄວໆ​ນີ້. ເປ​ໂຕ​ກ່າວ​ວ່າ​ເພິ່ນ​ເຕັມ​ໃຈ​ທີ່​ຈະ​ຕາຍ​ເພື່ອ​ພຣະ​ເຢ​ຊູ.

ໂຢ​ຮັນ 13:36–38

ພຣະ​ເຢ​ຊູ​ກຳ​ລັງ​ຕອບ​ເປ​ໂຕ.

ແຕ່​ພຣະ​ເຢ​ຊູ​ຮູ້​ວ່າ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ກຳ​ລັງ​ຈະ​ມາ​ເຖິງ. ພຣະ​ອົງ​ໄດ້​ບອກ​ເປ​ໂຕ​ວ່າ ກ່ອນ​ທີ່​ໄກ່​ຈະ​ຂັນ​ໃນ​ມື້​ອື່ນ​ເຊົ້າ ເປ​ໂຕ​ຈະ​ເວົ້າ​ສາມ​ເທື່ອ​ວ່າ​ເພິ່ນ​ບໍ່​ຮູ້​ຈັກ​ພຣະ​ເຢ​ຊູ.

ໂຢ​ຮັນ 13:38

ພຣະ​ເຢ​ຊູ​ສິດ​ສອນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ພຣະ​ເຢ​ຊູ​ຮູ້​ວ່າ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ອາດ​ຈະ​ກັງ​ວົນ ແລະ ຢ້ານ​ກົວ. ພຣະ​ອົງ​ໄດ້​ສັນ​ຍາ​ວ່າ​ພຣະ​ເຈົ້າ​ຈະ​ສົ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ໃຫ້​ພວກ​ເພິ່ນ. ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ປອບ​ໂຍນ​ພວກ​ເພິ່ນ, ສິດ​ສອນ​ພວກ​ເພິ່ນ, ແລະ ຊ່ວຍ​ພວກ​ເພິ່ນ​ໃຫ້​ຈື່​ຈຳ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ພວກ​ເພິ່ນ. ພຣະ​ອົງ​ໄດ້​ບອກ​ພວກ​ເພິ່ນ​ວ່າ​ຢ່າ​ກັງ​ວົນ ຫລື ຢ້ານ​ກົວ. ພຣະ​ອົງ​ໄດ້​ກ່າວ​ວ່າ, “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ເຮົາ.”

ໂຢ​ຮັນ 14:1, 15–16, 26–27

ພຣະ​ເຢ​ຊູ​ກຳ​ລັງ​ຫັກ​ເຂົ້າ​ຈີ່​ສຳ​ລັບ​ສິນ​ລະ​ລຶກ.

ຈາກ​ນັ້ນ​ພຣະ​ເຢ​ຊູ​ໄດ້​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ພິ​ເສດ​ຫລາຍ ເພື່ອ​ຊ່ວຍ​ໃຫ້​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ. ພຣະ​ອົງ​ໄດ້​ມອບ​ສິນ​ລະ​ລຶກ​ໃຫ້​ພວກ​ເພິ່ນ. ທຳ​ອິດ, ພຣະ​ອົງ​ໄດ້​ອວຍ​ພອນ​ເຂົ້າ​ຈີ່, ຫັກ​ມັນ​ເປັນ​ຕ່ອນໆ, ແລະ ມອບ​ໃຫ້​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ. ພຣະ​ເຢ​ຊູ​ບອກ​ພວກ​ເພິ່ນ​ໃຫ້​ຄິດ​ເຖິງ​ພຣະ​ກາຍ​ຂອງ​ພຣະ​ອົງ​ເມື່ອ​ພວກ​ເພິ່ນ​ກິນ​ເຂົ້າ​ຈີ່. ພຣະ​ອົງ​ໄດ້​ຂໍ​ໃຫ້​ພວກ​ເພິ່ນ​ຈື່​ຈຳ​ວ່າ ພຣະ​ອົງ​ຈະ​ສິ້ນ​ພຣະ​ຊົນ​ເພື່ອ​ພວກ​ເພິ່ນ.

ມັດ​ທາຍ 26:26; ລູ​ກາ 22:19

ພຣະ​ເຢ​ຊູ​ກຳ​ລັງ​ອວຍ​ພອນ​ເຫລົ້າ​ອະ​ງຸ່ນ​ສຳ​ລັບ​ສິນ​ລະ​ລຶກ.

ແລ້ວ​ພຣະ​ເຢ​ຊູ​ໄດ້​ຖອກ​ເຫລົ້າ​ອະ​ງຸ່ນ​ໃສ່​ຈອກ. ພຣະ​ອົງ​ໄດ້​ອວຍ​ພອນ​ເຫລົ້າ​ອະ​ງຸ່ນ ແລະ ບອກ​ໃຫ້​ອັກ​ຄະ​ສາ​ວົກ​ດື່ມ​ມັນ. ພຣະ​ເຢ​ຊູ​ໄດ້​ບອກ​ພວກ​ເພິ່ນ​ໃຫ້​ຄິດ​ເຖິງ​ໂລ​ຫິດ​ຂອງ​ພຣະ​ອົງ​ເມື່ອ​ພວກ​ເພິ່ນ​ດື່ມ​ເຫລົ້າ​ອະ​ງຸ່ນ. ພຣະ​ອົງ​ໄດ້​ຂໍ​ໃຫ້​ພວກ​ເພິ່ນ​ຈື່​ຈຳ​ວ່າ ພຣະ​ອົງ​ຈະ​ທົນ​ທຸກ​ທໍ​ລະ​ມານ, ຫລັ່ງ​ໂລ​ຫິດ, ແລະ ສິ້ນ​ພຣະ​ຊົນ​ເພື່ອ​ຄວາມ​ເຈັບ​ປວດ ແລະ ບາບ​ຂອງ​ຄົນ​ທັງ​ປວງ ເພື່ອ​ວ່າ​ເຮົາ​ຈະ​ສາ​ມາດ​ກັບ​ໃຈ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ.

ມັດ​ທາຍ 26:27–28; ລູ​ກາ 22:20

ພຣະ​ເຢ​ຊູ​ສິດ​ສອນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ຈາກ​ນັ້ນ​ພຣະ​ເຢ​ຊູ​ໄດ້​ອະ​ທິ​ບາຍ​ວ່າ ພຣະ​ອົງ​ເປັນ​ຄື​ກັບ​ເຄືອ​ອະ​ງຸ່ນ, ແລະ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ເປັນ​ຄື​ກັບ​ກິ່ງ​ງ່າ. ຖ້າ​ກິ່ງ​ງ່າ​ຕິດ​ກັບ​ເຄືອ​ອະ​ງຸ່ນ, ມັນ​ຈະ​ເກີດ​ຜົນ. ກິ່ງ​ງ່າ​ທີ່​ບໍ່​ເຊື່ອມ​ຕໍ່​ກັບ​ເຄືອ​ອະ​ງຸ່ນ​ຈະ​ຕາຍ ແລະ ບໍ່​ສາ​ມາດ​ເກີດ​ຜົນ​ໄດ້. ພຣະ​ເຢ​ຊູ​ຢາກ​ໃຫ້​ສາ​ວົກ​ຂອງ​ພຣະ​ອົງ​ຢູ່​ໃກ້​ພຣະ​ອົງ​ສະ​ເໝີ ໂດຍ​ການ​ຮັກ​ຊຶ່ງ​ກັນ​ແລະ​ກັນ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ໂຢ​ຮັນ 15:4–12

ພຣະ​ເຢ​ຊູ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ກຳ​ລັງ​ຍ່າງ​ໄປ​ຫາ​ເຄັດ​ເຊ​ມາ​ເນ.

ຫລັງ​ຈາກ​ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ແລ້ວ, ພຣະ​ເຢ​ຊູ ແລະ ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໄດ້​ຮ້ອງ​ເພງ​ສວດ​ເພງ​ໜຶ່ງ. ພວກ​ເພິ່ນ​ໄດ້​ຍ່າງ​ໄປ​ຫາ​ສວນ​ທີ່​ເອີ້ນ​ວ່າ ເຄັດ​ເຊ​ມາ​ເນ.

ມັດ​ທາຍ 26:30