ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ເປັນ​ພະ​ຍານ​ເຖິງ​ພາ​ລະ​ກິດ​ຂອງ​ພຣະ​ອົງ—ຖືກ​ປະ​ຕິ​ເສດ​ໃນ​ເມືອງ​ນາ​ຊາ​ເຣັດ


ລູ​ກາ 4:16–31

ພຣະ​ເຢ​ຊູ​ເປັນ​ພະ​ຍານ​ເຖິງ​ພາ​ລະ​ກິດ​ຂອງ​ພຣະ​ອົງ

ຖືກ​ປະ​ຕິ​ເສດ​ໃນ​ເມືອງ​ນາ​ຊາ​ເຣັດ

ພຣະ​ເຢ​ຊູ​ກຳ​ລັງ​ໄປ​ທີ່​ທຳ​ມະ​ສາ​ລາ.

ພຣະ​ເຢ​ຊູ​ໄດ້​ລົງ​ເມືອ​ສູ່​ເມືອງ​ນາ​ຊາ​ເຣັດ, ບ່ອນ​ທີ່​ຄອບ​ຄົວ ແລະ ໝູ່​ເພື່ອນ​ຂອງ​ພຣະ​ອົງ​ໄດ້​ອາ​ໄສ​ຢູ່. ນັ້ນ​ຄື​ບ່ອນ​ທີ່​ພຣະ​ອົງ​ໄດ້​ຈະ​ເລີນ​ເຕີບ​ໂຕ​ຂຶ້ນ​ມາ. ໃນ​ວັນ​ຊະ​ບາ​ໂຕ, ພຣະ​ອົງ​ໄດ້​ໄປ​ທີ່​ທຳ​ມະ​ສາ​ລາ, ບ່ອນ​ທີ່​ຜູ້​ຄົນ​ໄດ້​ໄປ​ເພື່ອ​ສຶກ​ສາ​ພຣະ​ຄຳ​ພີ ແລະ ນະ​ມັດ​ສະ​ການ​ພຣະ​ເຈົ້າ.

ລູ​ກາ 4:16–17

ພຣະ​ເຢ​ຊູ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ​ຢູ່​ທີ່​ທຳ​ມະ​ສາ​ລາ.

ຢູ່​ທີ່​ທຳ​ມະ​ສາ​ລາ, ພຣະ​ເຢ​ຊູ​ໄດ້​ຢືນ​ຂຶ້ນ ແລະ ອ່ານ​ພຣະ​ຄຳ​ພີ​ຈາກ​ສາດ​ສະ​ດາ​ເອ​ຊາ​ຢາ. ພຣະ​ຄຳ​ພີ​ໄດ້​ເວົ້າ​ວ່າ ມື້​ໜຶ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ສະ​ເດັດ​ມາ. ພຣະ​ອົງ​ຈະ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ຄົນ​ຍາກ​ຈົນ ແລະ ປິ່ນ​ປົວ​ໃຈ​ທີ່​ແຕກ​ສະ​ຫລາຍ. ພຣະ​ອົງ​ຈະ​ຊ່ວຍ​ຄົນ​ຕາ​ບອດ​ໃຫ້​ເຫັນ​ຮຸ່ງ ແລະ ຜູ້​ຄົນ​ທີ່​ເຈັບ​ປວດ.

ເອ​ຊາ​ຢາ 61:1–2; ລູ​ກາ 4:17–19

ພຣະ​ເຢ​ຊູ​ກຳ​ລັງ​ບອກ​ຜູ້​ຄົນ​ວ່າ​ພຣະ​ອົງ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ພຣະ​ເຢ​ຊູ​ໄດ້​ອ່ານ​ຈົບ​ແລ້ວ ແລະ ໄດ້​ນັ່ງ​ລົງ. ທຸກ​ຄົນ​ກໍ​ໄດ້​ຈ້ອງ​ຕາ​ເບິ່ງ​ພຣະ​ອົງ. ພຣະ​ອົງ​ໄດ້​ບອກ​ເຂົາ​ເຈົ້າ​ວ່າ ໃນ​ມື້​ນັ້ນ​ເອງ, ພຣະ​ຄຳ​ພີ​ທີ່​ພຣະ​ອົງ​ໄດ້​ອ່ານ​ກຳ​ລັງ​ຈະ​ເກີດ​ເປັນ​ຈິງ. ພຣະ​ອົງ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ລູ​ກາ 4:21

ຜູ້​ຄົນ​ກຳ​ລັງ​ສົງ​ໄສ​ຢູ່​ວ່າ ພຣະ​ເຢ​ຊູ​ຈະ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນວ​ໃດ.

ຜູ້​ຄົນ​ໃນ​ເມືອງ​ນາ​ຊາ​ເຣັດ​ກໍ​ປະ​ຫລາດ​ໃຈ​ກັບ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ກ່າວ. ພຣະ​ເຢ​ຊູ​ຈະ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນວ​ໃດ? ເຂົາ​ເຈົ້າ​ໄດ້​ຄິດ​ວ່າ ພຣະ​ອົງ​ກໍ​ເປັນ​ພຽງ​ແຕ່​ລູກ​ຊາຍ​ຂອງ​ນາງ​ມາ​ຣີ ແລະ ໂຢ​ເຊັບ​ເທົ່າ​ນັ້ນ, ບໍ່​ແມ່ນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ຕໍ່​ເຂົາ​ເຈົ້າ​ແລ້ວ, ພຣະ​ອົງ​ເບິ່ງ​ຄື​ເປັນ​ວ່າ​ຄົນ​ທຳ​ມະ​ດາ.

ລູ​ກາ 4:22

ພຣະ​ເຢ​ຊູ​ກຳ​ລັງ​ເວົ້າ​ລົມ​ກ່ຽວ​ກັບ​ການ​ມະ​ຫັດ​ສະ​ຈັນ.

ພຣະ​ເຢ​ຊູ​ກໍ​ຮູ້​ວ່າ ຜູ້​ຄົນ​ຢາກ​ໃຫ້​ພຣະ​ອົງ​ກະ​ທຳ​ການ​ມະ​ຫັດ​ສະ​ຈັນ​ເພື່ອ​ພິ​ສູດ​ວ່າ ພຣະ​ອົງ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ອົງ​ໄດ້​ສິດ​ສອນ​ວ່າ ການມະ​ຫັດ​ສະ​ຈັນ​ແມ່ນ​ສຳ​ລັບ​ຜູ້​ຄົນ​ທີ່​ເຊື່ອ, ແລະ ບາງ​ເທື່ອ​ພຣະ​ເຈົ້າ​ກໍ​ໄດ້​ກະ​ທຳ​ການ​ມະ​ຫັດ​ສະ​ຈັນ​ໃຫ້​ແກ່​ຜູ້​ຄົນ​ທີ່​ບໍ່​ໄດ້​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ເພາະ​ວ່າ​ເຂົາ​ເຈົ້າ​ມີ​ສັດ​ທາ​ຫລາຍ​ກວ່າ. ບາງ​ຄົນ​ທີ່​ຢູ່​ໃນ​ທຳ​ມະ​ສາ​ລາ​ກໍ​ໃຈ​ຮ້າຍ​ໃຫ້​ກັບ​ພຣະ​ເຢ​ຊູ.

ລູ​ກາ 4:23–28

ຜູ້​ຄົນ​ກຳ​ລັງ​ບັງ​ຄັບ​ພຣະ​ເຢ​ຊູ​ໃຫ້​ຂຶ້ນ​ໄປ​ເທິງ​ຍອດ​ເນີນ​ພູ​ແຫ່ງ​ໜຶ່ງ.

ເຂົາ​ເຈົ້າ​ໄດ້​ບັງ​ຄັບ​ພຣະ​ເຢ​ຊູ​ໃຫ້​ອອກ​ຈາກ​ເມືອງ ແລະ ຂຶ້ນ​ໄປ​ເທິງ​ຍອດ​ເນີນ​ພູ​ແຫ່ງ​ໜຶ່ງ. ເຂົາ​ເຈົ້າ​ຢາກ​ໂຍນ​ພຣະ​ອົງ​ລົງ​ຈາກ​ຍອດ​ເນີນ​ພູ.

ລູກາ 4:28–29

ພຣະ​ເຢ​ຊູ​ກຳ​ລັງ​ຍ່າງ​ໜີ​ໄປ.

ແຕ່​ພຣະ​ເຢ​ຊູ​ກໍ​ໄດ້​ໜີ​ໄປ​ຈາກ​ຜູ້​ຄົນ​ທີ່​ໃຈ​ຮ້າຍ.

ລູ​ກາ 4:30

ພຣະ​ເຢ​ຊູ​ກຳ​ລັງ​ສິດ​ສອນ​ໃນ​ເມືອງ​ອື່ນ.

ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ຢາກ​ໃຫ້​ພຣະ​ອົງ​ຢູ່​ໃນ​ເມືອງ​ນາ​ຊາ​ເຣັດ, ພຣະ​ເຢ​ຊູ​ກໍ​ເລີຍ​ໜີ​ໄປ​ສິດ​ສອນ​ຢູ່​ເມືອງ​ອື່ນ.

ລູ​ກາ 4:31–32