ເລື່ອງ​ພຣະ​ຄຳ​ພີ
ຄົນ​ທັງ​ປວງ​ກໍ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ມີ​ຊີ​ວິດ​ເພາະ​ກ່ຽວ​ເນື່ອງ​ກັບ​ພຣະ​ຄຣິດ—ໂປ​ໂລ​ສິດ​ສອນ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ


1 ໂກ​ຣິນ​ໂທ 15

ຄົນ​ທັງ​ປວງ​ກໍ​ຈະ​ຖືກ​ຊົງ​ບັນ​ດານ​ໃຫ້​ມີ​ຊີ​ວິດເພາະ​ກ່ຽວ​ເນື່ອງ​ກັບ​ພຣະ​ຄຣິດ

ໂປ​ໂລ​ສິດ​ສອນ​ກ່ຽວ​ກັບ​ການ​ຟື້ນ​ຄືນ​ຊີ​ວິດ

ໂປ​ໂລ​ກຳ​ລັງ​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ​ຫາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ເມືອງ​ໂກ​ຣິນ​ໂທ. ພວກ​ເຂົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ອ້ອມ​ຮອບ​ຍິງ​ຄົນ​ໜຶ່ງ​ທີ່​ເສຍ​ຊີ​ວິດ.

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຈຳ​ນວນ​ໜຶ່ງ​ໃນ​ເມືອງ​ທີ່​ມີ​ຊື່​ວ່າ​ໂກ​ຣິນ​ໂທ​ໄດ້​ມີ​ຄຳ​ຖາມ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຫລັງ​ຈາກ​ເຮົາ​ຕາຍ. ພວກ​ເຂົາ​ບໍ່​ແນ່​ໃຈ​ວ່າ​ພຣະ​ເຢ​ຊູ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແທ້ໆ​ຫລື​ບໍ່. ບາງ​ຄົນ​ກໍ​ເວົ້າ​ວ່າ​ບໍ່​ມີ​ການ​ຟື້ນ​ຄືນ​ຊີ​ວິດ. ໂປ​ໂລ​ໄດ້​ຍິນ​ກ່ຽວ​ກັບ​ເລື່ອງ​ນີ້ ແລະ ໄດ້​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ​ຫາ​ໄພ່​ພົນ​ໃນ​ເມືອງ​ໂກ​ຣິນ​ໂທ.

1 ໂກ​ຣິນ​ໂທ 15:12–14

ພຣະ​ເຢ​ຊູ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ກຳ​ລັງ​ເວົ້າ​ລົມ​ກັບ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ.

ໂປ​ໂລ​ໄດ້​ຂຽນ​ໄວ້​ວ່າ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງພຣະ​ເຢ​ຊູ​ຄຣິດ​ແມ່ນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. “ພຣະ​ຄຣິດ​ຊົງ​ສິ້ນ​ພຣະ​ຊົນ​ແທນ​ຄວາມ​ຜິດ​ບາບ​ຂອງ​ເຮົາ​ທັງ​ຫລາຍ,” ໂປ​ໂລ​ໄດ້​ກ່າວ, ແລະ ​“ໃນ​ວັນ​ຖ້ວນ​ສາມ ໄດ້​ຖືກ​ຊົງ​ບັນ​ດານ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີ​ວິດ.” ຫລາຍ​ກວ່າ​ 500 ຄົນ​ທີ່​ໄດ້​ເຫັນ​ພຣະ​ອົງ ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ, ລວມ​ທັງ​ໂປ​ໂລ ແລະ ອັກ​ຄະ​ສາ​ວົກ​ຄົນ​ອື່ນໆ.

1 ໂກ​ຣິນ​ໂທ 15:1–8

ໂປ​ໂລ​ກຳ​ລັງ​ຂຽນ​ຈົດ​ໝາຍ​ສະ​ບັບ​ໜຶ່ງ; ອາ​ດາມ ແລະ ເອ​ວາ​ກຳ​ລັງ​ໜີ​ອອກ​ຈາກ​ສວນ​ເອ​ເດນ; ແລະ ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຢືນ​ຢູ່​ໃກ້​ກັບ​ອຸບ​ມຸງ.

ໂປ​ໂລ​ໄດ້​ສິດ​ສອນ​ວ່າ​ຖ້າ​ຫາກ​ພຣະ​ຄຣິດ​ບໍ່​ໄດ້​ຟື້ນ​ຄືນ​ພຣະ​ຊົນ, ເຮົາ​ທຸກ​ຄົນ​ອາດ​ຈະ​ໂສກ​ເສົ້າ ແລະ ປາດ​ສະ​ຈາກ​ຄວາມ​ຫວັງ. ຍ້ອນ​ການ​ຕົກ​ຂອງ​ອາ​ດາມ, ເຮົາ​ທຸກ​ຄົນ​ຈະ​ຕາຍ, ແຕ່​ວ່າ​ຍ້ອນ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ​ເຊັ່ນ​ກັນ!

1 ໂກ​ຣິນ​ໂທ 15:17–22

ຍິງ​ຄົນ​ໜຶ່ງ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ.

ໂປ​ໂລ​ໄດ້​ເຕືອນໃຈ​ໄພ່​ພົນ​ໃນ​ເມືອງ​ໂກ​ຣິນ​ໂທ​ວ່າ​ຜູ້​ຄົນ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຈຳ​ເປັນ​ຕ້ອງ​ເຮັດ​ເຊັ່ນ​ນັ້ນ​ຖ້າ​ວ່າ​ຜູ້​ຄົນ​ທີ່​ຕາຍ​ໄປ​ແລ້ວ​ນັ້ນ​ຈະ​ບໍ່​ມີ​ວັນ​ຟື້ນ​ຄືນ​ຊີ​ວິດ​ກັບ​ມາ​ອີກ​ຄັ້ງ? ເຮົາ​ຮັບ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ ເພາະ​ເຮົາ​ຮູ້​ວ່າ​ທຸກ​ຄົນ​ຈະ​ມີ​ຊີ​ວິດ​ອີກ​ຄັ້ງ. ສິ່ງ​ນີ້​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ພອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

1 ໂກ​ຣິນ​ໂທ 15:29

ຍິງ​ຄົນ​ໜຶ່ງ​ກຳ​ລັງ​ນັ່ງ​ຄຸ​ເຂົ່າ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຢ​ຊູ.

ໄພ່​ພົນ​ບາງ​ຈຳ​ນວນ​ໃນ​ເມືອງ​ໂກ​ຣິນ​ໂທ​ສົງ​ໄສ​ວ່າ​ຮ່າງ​ກາຍ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ເມື່ອ​ເຮົາ​ຟື້ນ​ຄືນ​ຊີ​ວິດ. ໂປ​ໂລ​ໄດ້​ເວົ້າ​ວ່າ​ຮ່າງ​ກາຍ​ຂອງ​ເຮົາ​ຈະ​ມີ​ລັດ​ສະ​ໝີ​ພາບ. ຮ່າງ​ກາຍ​ນັ້ນ​ຈະ​ບໍ່​ອ່ອນ​ເພຍ ຫລື ເຈັບ​ປ່ວຍ ຫລື​ເຖົ້າ​ແກ່​ລົງ​ໄປ. ບາງ​ຄົນ​ຈະ​ມີ​ຮ່າງ​ກາຍ​ຊັ້ນ​ສູງ, ທີ່​ສົດ​ໃສ​ຄື​ກັນ​ກັບ​ດວງ​ຕາ​ເວັນ. ບາງ​ຄົນ​ກໍ​ຈະ​ຮຸ່ງ​ແຈ້ງ​ຄື​ກັນ​ກັບ​ດວງ​ເດືອນ, ແລະ ບາງ​ຄົນ​ກໍ​ຈະ​ຮຸ່ງ​ແຈ້ງ​ຄື​ກັນ​ກັບ​ດວງ​ດາວ.

1 ໂກ​ຣິນ​ໂທ 15:35, 40–43; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:96–98; 88:20–23