ໂຢຮັນ 21; ມັດທາຍ 28:16–20; ມາຣະໂກ 16:15–19
ພຣະເຢຊູຂໍໃຫ້ອັກຄະສາວົກລ້ຽງແກະຂອງພຣະອົງ
ການສະແດງຄວາມຮັກຕໍ່ພຣະເຢຊູໂດຍການສິດສອນຄົນອື່ນກ່ຽວກັບພຣະອົງ
ຫລັງຈາກພຣະເຢຊູໄດ້ຟື້ນຄືນພຣະຊົນແລ້ວ, ເປໂຕ ແລະ ອັກຄະສາວົກຄົນອື່ນໆບາງຄົນໄດ້ໄປຫາປາ. ເຖິງແມ່ນວ່າພວກເພິ່ນໄດ້ຫາປາຕະຫລອດທັງຄືນ, ແຕ່ພວກເພິ່ນກໍບໍ່ໄດ້ປາຈັກໂຕ.
ໂຢຮັນ 21:1–3
ເຊົ້າມື້ຕໍ່ມາ, ອັກຄະສາວົກໄດ້ເຫັນພຣະເຢຊູຢູ່ຝັ່ງ, ແຕ່ພວກເພິ່ນບໍ່ຮູ້ວ່າແມ່ນພຣະອົງ. ພຣະອົງຖາມວ່າພວກເພິ່ນໄດ້ປາບໍ່. ພວກເພິ່ນຕອບວ່າພວກເພິ່ນບໍ່ໄດ້.
ໂຢຮັນ 21:4–5
ພຣະເຢຊູບອກໃຫ້ອັກຄະສາວົກຖິ້ມມອງລົງເບື້ອງຂວາຂອງເຮືອ ແລະ ພວກເພິ່ນຈະຈັບປາໄດ້. ອັກຄະສາວົກໄດ້ເຮັດຕາມທີ່ພຣະເຢຊູບອກ, ແລະ ມີປາຫລາຍກວ່າຮ້ອຍໂຕເຕັມມອງ! ມອງໜັກປາຫລາຍຈົນອັກຄະສາວົກບໍ່ສາມາດດຶງມັນຂຶ້ນເຮືອໄດ້.
ໂຢຮັນ 21:6
ແລ້ວໂຢຮັນກໍຮູ້ວ່າຊາຍຄົນນັ້ນແມ່ນໃຜ. ເພິ່ນໄດ້ບອກເປໂຕວ່າ, “ແມ່ນພຣະອົງເຈົ້ານັ້ນແຫລະ.” ເປໂຕໄດ້ໂດດລົງທະເລ ແລະ ລອຍນໍ້າໄປຫາພຣະເຢຊູ. ອັກຄະສາວົກຄົນອື່ນໆໄດ້ເອົາເຮືອ ແລະ ປາເຂົ້າຝັ່ງ. ພຣະເຢຊູກຳລັງອົບເຂົ້າຈີ່ ແລະ ປີ້ງປາ, ແລະ ພຣະອົງໄດ້ເຊີນອັກຄະສາວົກໃຫ້ມາກິນເຂົ້າກັບພຣະອົງ.
ໂຢຮັນ 21:7–13
ຫລັງຈາກພວກເພິ່ນກິນເຂົ້າແລ້ວ, ພຣະເຢຊູໄດ້ຖາມເປໂຕວ່າ, “ເຈົ້າຮັກເຮົາຫລາຍກວ່າສິ່ງເຫລົ່ານີ້ບໍ?” ເປໂຕຕອບວ່າແມ່ນແລ້ວ. ແລ້ວພຣະເຢຊູໄດ້ກ່າວວ່າ, “ຈົ່ງລ້ຽງແກະໜຸ່ມຂອງເຮົາເດີ.”
ໂຢຮັນ 21:15
ແລ້ວພຣະເຢຊູໄດ້ຖາມເປໂຕອີກວ່າ ເພິ່ນຮັກພຣະອົງຫລືບໍ່. ອີກເທື່ອໜຶ່ງ, ເປໂຕຕອບວ່າແມ່ນແລ້ວ. ພຣະເຢຊູໄດ້ບອກເພິ່ນວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເດີ.”
ໂຢຮັນ 21:16
ພຣະເຢຊູໄດ້ຖາມເປໂຕເປັນຄັ້ງທີສາມວ່າ ເພິ່ນຮັກພຣະອົງຫລືບໍ່. ເປໂຕໄດ້ກ່າວວ່າ, “ຂ້າແດ່ພຣະອົງເຈົ້າ, ພຣະອົງຮູ້ຈັກທຸກໆສິ່ງ; ພຣະອົງຮູ້ຈັກວ່າ ຂ້ານ້ອຍຮັກພຣະອົງ.” ພຣະເຢຊູໄດ້ບອກເພິ່ນອີກວ່າ, “ຈົ່ງລ້ຽງຮັກສາແກະຂອງເຮົາເດີ.” ພຣະອົງຢາກໃຫ້ເປໂຕເບິ່ງແຍງຄົນທີ່ຕິດຕາມພຣະເຢຊູ.
ໂຢຮັນ 21:17
ຕໍ່ມາ, ພຣະເຢຊູໄດ້ຂໍໃຫ້ອັກຄະສາວົກໄປພົບພຣະອົງຢູ່ເທິງພູເຂົາ. ຢູ່ທີ່ນັ້ນພຣະອົງໄດ້ບອກພວກເພິ່ນໃຫ້ແບ່ງປັນພຣະກິດຕິຄຸນຂອງພຣະອົງທົ່ວໂລກ, ສິດສອນຜູ້ຄົນໃຫ້ຮູ້ຈັກພຣະບັນຍັດຂອງພຣະອົງ, ແລະ ໃຫ້ບັບຕິສະມາແກ່ທຸກຄົນທີ່ເຊື່ອ. “ພວກເຈົ້າຈະເປັນພະຍານໃຫ້ແກ່ເຮົາ,” ພຣະອົງໄດ້ກ່າວ. ພຣະອົງໄດ້ສັນຍາວ່າພຣະອົງຈະຢູ່ກັບພວກເພິ່ນ ແລະ ມອບອຳນາດໃຫ້ພວກເພິ່ນຜ່ານທາງພຣະວິນຍານບໍລິສຸດ.
ມັດທາຍ 28:16–20; ມາຣະໂກ 16:15–19; ກິດຈະການ 1:8
ຈາກນັ້ນພຣະເຢຊູໄດ້ສະເດັດຂຶ້ນສູ່ທ້ອງຟ້າໃນເມກ. ພຣະອົງໄດ້ກັບຄືນໄປຫາພຣະບິດາຂອງພຣະອົງໃນສະຫວັນ. ໃນຂະນະທີ່ອັກຄະສາວົກເບິ່ງພຣະອົງອອກໄປ, ທູດສະຫວັນສອງອົງໄດ້ປະກົດຕົວ. ພວກເພິ່ນເວົ້າວ່າ ພຣະເຢຊູສະເດັດຂຶ້ນສູ່ສະຫວັນແບບໃດ, ພຣະອົງກໍຈະສະເດັດກັບຄືນມາສູ່ໂລກໃນແບບດຽວກັນນັ້ນໃນມື້ໜຶ່ງ.
ກິດຈະການ 1:9–11