ກິດຈະການ 9:36–42
ຕາບີທາ, ຜູ້ຍິງທີ່ “ເຮັດແຕ່ຄຸນງາມຄວາມດີ”
ຖືກນຳຄືນມາສູ່ຊີວິດໂດຍອຳນາດຂອງພຣະເຢຊູຄຣິດ
ນາງຕາບີທາ ເປັນສານຸສິດທີ່ຊື່ສັດຄົນໜຶ່ງຂອງພຣະເຢຊູຄຣິດ. ນາງໄດ້ອາໄສຢູ່ໃນເມືອງທີ່ໃກ້ທະເລແຫ່ງໜຶ່ງ, ມີຊື່ວ່າ ຢົບປາ. ນາງມັກຮັບໃຊ້ ແລະ ຊ່ວຍເຫລືອຄົນຍາກຈົນ.
ກິດຈະການ 9:36
ນາງຕາບີທາໄດ້ຫຍິບເສື້ອຜ້າ ແລະ ເອົາໃຫ້ຜູ້ຍິງທີ່ຂັດສົນ. ພວກນາງຮັກນາງຕາບີທາ.
ກິດຈະການ 9:39
ມີມື້ໜຶ່ງ, ນາງຕາບີທາກໍໄດ້ລົ້ມປ່ວຍໜັກ. ນາງປ່ວຍໜັກຈົນນາງໄດ້ຕາຍໄປ.
ກິດຈະການ 9:37
ສະມາຊິກຄົນອື່ນໆຂອງສາດສະໜາຈັກໃນເມືອງຢົບປາເສົ້າເສຍໃຈຫລາຍ. ເຂົາເຈົ້າຮູ້ວ່າເປໂຕ, ອັກຄະສາວົກຄົນໜຶ່ງຂອງພຣະເຢຊູ, ໄດ້ຢູ່ທີ່ເມືອງໃກ້ໆນັ້ນ. ເຂົາເຈົ້າໄດ້ສົ່ງຊາຍສອງຄົນໄປຂໍໃຫ້ເປໂຕຟ້າວມາຫາເຂົາເຈົ້າ.
ກິດຈະການ 9:38
ເປໂຕໄດ້ມາຫາບ່ອນທີ່ສົບຂອງນາງຕາບີທາຖືກວາງຢູ່. ແມ່ຍິງບາງຄົນທີ່ນາງຕາບີທາເຄີຍໄດ້ຊ່ວຍເຫລືອກໍໄດ້ຢູ່ທີ່ນັ້ນ. ພວກນາງໄດ້ເອົາເສື້ອຜ້າທີ່ນາງໄດ້ຫຍິບໃຫ້ພວກນາງໃຫ້ເປໂຕເບິ່ງ.
ກິດຈະການ 9:39
ເປໂຕໄດ້ຂໍໃຫ້ທຸກຄົນອອກໄປຈາກຫ້ອງ. ເພິ່ນໄດ້ຄຸເຂົ່າລົງ ແລະ ອະທິຖານ.
ກິດຈະການ 9:40
ຫລັງຈາກການອະທິຖານແລ້ວ, ເປໂຕໄດ້ກ່າວວ່າ, “ຕາບີທາ, ຈົ່ງລຸກຂຶ້ນ.” ນາງໄດ້ມືນຕາ ແລະ ໄດ້ລຸກຂຶ້ນນັ່ງ. ເປໂຕໄດ້ຊ່ວຍນາງຕາບີທາໃຫ້ລຸກຂຶ້ນ. ນາງຕາບີທາໄດ້ກັບມາມີຊີວິດອີກຄັ້ງ! ເປໂຕໄດ້ເອີ້ນໝູ່ເພື່ອນຂອງນາງໃຫ້ມາ ແລະ ເບິ່ງນາງ. ເຂົາເຈົ້າກໍປະຫລາດໃຈ! ເຂົາເຈົ້າໄດ້ຮູ້ວ່າ ນາງຖືກນຳຄືນມາສູ່ຊີວິດໂດຍອຳນາດຂອງພຣະເຢຊູຄຣິດ. ຫລາຍຄົນຕື່ມອີກໄດ້ເຊື່ອໃນພຣະອົງ.
ກິດຈະການ 9:40–42