ລູກາ 17:11–19
ພຣະເຢຊູປິ່ນປົວຊາຍສິບຄົນທີ່ເປັນພະຍາດຂີ້ທູດ
ຄວາມສຳຄັນຂອງຄວາມກະຕັນຍູ
ຂະນະທີ່ພຣະເຢຊູກຳລັງເດີນທາງຢູ່ນັ້ນ, ພຣະອົງໄດ້ເຂົ້າໄປໃນໝູ່ບ້ານແຫ່ງໜຶ່ງ ແລະ ໄດ້ເຫັນຊາຍສິບຄົນທີ່ເປັນພະຍາດຜິວໜັງທີ່ຮ້າຍແຮງຫລາຍທີ່ເອີ້ນວ່າ ພະຍາດຂີ້ທູດ. ຄົນທີ່ເປັນພະຍາດຂີ້ທູດຕ້ອງຢູ່ຫ່າງຈາກທຸກຄົນ, ແມ່ນແຕ່ຄອບຄົວຂອງຕົນ, ເພື່ອວ່າພວກເຂົາຈະບໍ່ເຮັດໃຫ້ຄົນອື່ນປ່ວຍໄປນຳ.
ລູກາ 17:11–12
ພວກຜູ້ຊາຍໄດ້ເອີ້ນຫາພຣະເຢຊູ ແລະ ໄດ້ຂໍໃຫ້ພຣະອົງປິ່ນປົວພວກເຂົາ. ພຣະເຢຊູໄດ້ບອກພວກເຂົາໃຫ້ໄປຫາປະໂລຫິດຄົນໜຶ່ງຢູ່ໃນເມືອງ. ມີແຕ່ປະໂລຫິດເທົ່ານັ້ນທີ່ສາມາດຕັດສິນໃຈວ່າ ພວກເຂົາຈະສາມາດກັບໄປຢູ່ກັບຄົນອື່ນອີກຄັ້ງໄດ້ບໍ່.
ລູກາ 17:13–14; ເບິ່ງ ລະບຽບພວກເລວີ 14:2–3 ນຳອີກ
ຂະນະທີ່ຊາຍສິບຄົນທີ່ປ່ວຍໄດ້ຍ່າງໄປຫາປະໂລຫິດນັ້ນ, ການອັດສະຈັນກໍໄດ້ເກີດຂຶ້ນ. ຄວາມເຈັບປ່ວຍຂອງພວກເຂົາໄດ້ຫາຍໄປ. ພວກເຂົາໄດ້ຫາຍດີແລ້ວ!
ລູກາ 17:14
ເມື່ອໜຶ່ງໃນພວກຜູ້ຊາຍໄດ້ເຫັນວ່າ ລາວໄດ້ຫາຍດີແລ້ວ, ລາວກໍຫັນກັບຄືນ ແລະ ຂອບຄຸນພຣະເຈົ້າດ້ວຍສຽງອັນດັງ. ລາວເປັນໄທຊາມາເຣຍ.
ລູກາ 17:15–16
ຊາຍຄົນນັ້ນໄດ້ກົ້ມຂາບລົງທີ່ພຣະບາດຂອງພຣະເຢຊູເພື່ອຂອບພຣະຄຸນພຣະອົງສຳລັບສິ່ງທີ່ພຣະອົງໄດ້ກະທຳ. ພຣະເຢຊູໄດ້ຖາມວ່າ ຊາຍອີກເກົ້າຄົນທີ່ຫາຍດີແລ້ວນັ້ນໄປໃສ. ມີແຕ່ຊາຍຄົນດຽວທີ່ກັບຄືນມາຂອບພຣະຄຸນພຣະອົງ! ແລ້ວພຣະເຢຊູກໍໄດ້ບອກຊາຍຄົນນັ້ນວ່າ, “ຈົ່ງລຸກຂຶ້ນ ແລະ ໄປສາ [ສັດທາ] ຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ.”
ລູກາ 17:16–19