ເລື່ອງ​ພຣະ​ຄຳ​ພີ
ໃຫ້​ມາ​ເບິ່ງ​ເອົາ—ການ​ເຊື້ອ​ເຊີນ​ໝູ່​ເພື່ອນ​ໃຫ້​ຕິດ​ຕາມ​ພຣະ​ເຢ​ຊູ


ໂຢ​ຮັນ 1:43–51

ໃຫ້​ມາ​ເບິ່ງ​ເອົາ

ການ​ເຊື້ອ​ເຊີນ​ໝູ່​ເພື່ອນ​ໃຫ້​ຕິດ​ຕາມ​ພຣະ​ເຢ​ຊູ

ຟີ​ລິບ​ກຳ​ລັງ​ຟັງ​ພຣະ​ເຢ​ຊູ​ຂະ​ນະ​ທີ່​ພຣະ​ອົງ​ສິດ​ສອນ​ຜູ້​ຄົນ.

ຊາຍ​ຄົນ​ໜຶ່ງ​ຊື່ ຟີ​ລິບ ເປັນ​ຄົນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ. ລາວ​ຮູ້​ວ່າ​ພຣະ​ເຢ​ຊູ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຟີ​ລິບ​ຢາກ​ໃຫ້​ໝູ່​ຂອງ​ລາວ​ຄົນ​ໜຶ່ງ​ຊື່ ນະ​ທາ​ນາ​ເອັນ ມາ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ເຊັ່ນ​ກັນ.

ໂຢ​ຮັນ 1:43–45

ຟີ​ລິບ​ກຳ​ລັງ​ເວົ້າ​ລົມ​ກັບ​ໝູ່​ຂອງ​ລາວ​ຊື່ ນະ​ທາ​ນາ​ເອັນ.

ນະ​ທາ​ນາ​ເອັນ​ຮູ້​ວ່າ​ພຣະ​ຄຳ​ພີ​ໄດ້​ກ່າວ​ວ່າ ພຣະ​ເຈົ້າ​ຈະ​ສົ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມາ. ຟີ​ລິບ​ໄດ້​ບອກ​ລາວ​ວ່າ ລາວ​ໄດ້​ພົບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແລ້ວ—ຊື່​ຂອງ​ພຣະ​ອົງ​ແມ່ນ ພຣະ​ເຢ​ຊູ, ຈາກ​ເມືອງ​ນາ​ຊາ​ເຣັດ.

ໂຢ​ຮັນ 1:45

ຟີ​ລິບ​ກຳ​ລັງ​ເຊື້ອ​ເຊີນ​ນະ​ທາ​ນາ​ເອັນ ໃຫ້​ມາ ແລະ ເບິ່ງ​ພຣະ​ເຢ​ຊູ.

ໃນ​ຕອນທຳ​ອິດ ນະ​ທາ​ນາ​ເອັນ​ກໍ​ບໍ່​ເຊື່ອ​ລາວ. ລາວ​ບໍ່​ໄດ້​ຄິດ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ມາ​ຈາກ​ເມືອງ​ນາ​ຊາ​ເຣັດ. “ມີ​ສິ່ງ​ດີ​ອັນ​ໃດ ມາ​ຈາກ​ນາ​ຊາ​ເຣັດ​ບໍ?” ລາວ​ໄດ້​ຖາມ. ຟີ​ລິບ​ໄດ້​ຕອບ​ວ່າ, “ໃຫ້​ມາ​ເບິ່ງ​ເອົາ.”

ໂຢ​ຮັນ 1:46

ພຣະ​ເຢ​ຊູ​ທັກ​ທາຍ​ຕ້ອນ​ຮັບ​ນະ​ທາ​ນາ​ເອັນ.

ນະ​ທາ​ນາ​ເອັນ​ໄດ້​ໄປ​ພົບ​ພຣະ​ເຢ​ຊູ​ກັບ​ຟີ​ລິບ. ເມື່ອ​ພຣະ​ເຢ​ຊູ​ໄດ້​ເຫັນ​ເຂົາ​ເຈົ້າ​ກຳ​ລັງ​ມາ, ພຣະ​ອົງ​ໄດ້​ກ່າວ​ວ່າ ນະ​ທາ​ນາ​ເອັນ​ເປັນ​ຄົນ​ດີ ແລະ ຊື່​ສັດ. ນະ​ທາ​ນາ​ເອັນ​ກໍ​ຕົກ​ໃຈ. ລາວ​ບໍ່​ເຄີຍ​ພົບ​ພຣະ​ເຢ​ຊູ​ມາ​ກ່ອນ. ພຣະ​ເຢ​ຊູ​ຮູ້​ຈັກ​ລາວ​ໄດ້​ແນວ​ໃດ?

ໂຢ​ຮັນ 1:47–48

ພຣະ​ເຢ​ຊູ​ກຳ​ລັງເວົ້າ​ລົມ​ກັບ​ນະ​ທາ​ນາ​ເອັນ.

ພຣະ​ເຢ​ຊູ​ໄດ້​ບອກ​ນະ​ທາ​ນາ​ເອັນ​ວ່າ​ກ່ອນ​ຟີ​ລິບ​ໄດ້​ເວົ້າ​ກັບ​ລາວ, ພຣະ​ເຢ​ຊູ​ໄດ້​ເຫັນ​ລາວ​ນັ່ງ​ຢູ່​ກ້ອງ​ຕົ້ນ​ໝາກ​ເດື່ອ.

ໂຢ​ຮັນ 1:48

ນະ​ທາ​ນາ​ເອັນ​ກຳ​ລັງ​ນັ່ງ​ຄຸ​ເຂົ່າ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຢ​ຊູ.

ບັດ​ນີ້​ນະ​ທາ​ນາ​ເອັນ​ກໍ​ໄດ້​ຮູ້​ວ່າ ພຣະ​ເຢ​ຊູ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ພຣະ​ເຢ​ຊູ​ໄດ້​ບອກ​ນະ​ທາ​ນາ​ເອັນ​ວ່າ​ລາວ​ຈະ​ໄດ້​ເຫັນ​ເຫດ​ການ​ອັນ​ຍິ່ງ​ໃຫຍ່—ເຊັ່ນ​ເຫລົ່າ​ທູດ​ສະ​ຫວັນ​ສະ​ເດັດ​ລົງ​ມາ​ຈາກ​ຟ້າ​ສະ​ຫວັນ—ທັງ​ໝົດ​ເປັນ​ເພາະ​ສັດ​ທາ​ຂອງ​ລາວ.

ໂຢ​ຮັນ 1:49–51