ເລື່ອງ​ພຣະ​ຄຳ​ພີ
ຊີ​ໂມນ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ—ການ​ຮຽນ​ຮູ້​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ


ກິດ​ຈະ​ການ 8:5–24

ຊີ​ໂມນ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ

ການ​ຮຽນ​ຮູ້​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ

ຊີ​ໂມນ​ກຳ​ລັງ​ເບິ່ງ​ອັກ​ຄະ​ສາ​ວົກ​ຄົນ​ໜຶ່ງ​ປິ່ນ​ປົວ​ຊາຍ​ຄົນ​ໜຶ່ງ.

ຊາຍ​ຄົນ​ໜຶ່ງ​ຊື່ ຊີ​ໂມນ ໄດ້​ອາ​ໄສ​ຢູ່​ໃນ​ແຂວງ​ຊາ​ມາ​ເຣຍ. ເມື່ອ​ລາວ​ໄດ້​ຍິນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ລາວ​ກໍ​ເຊື່ອ. ລາວ​ຍັງ​ປະ​ຫລາດ​ໃຈ​ໂດຍ​ການ​ອັດ​ສະ​ຈັນ​ທີ່​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ໄດ້​ກະ​ທຳ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ນຳ​ອີກ. ຊີ​ໂມນ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ແລະ ຊາຍ ແລະ ຍິງ​ຫລາຍ​ຄົນ​ໃນ​ແຂວງ​ຊາ​ມາ​ເຣຍ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຄື​ກັນ.

ກິດ​ຈະ​ການ 8:5–13

ເປ​ໂຕ ແລະ ໂຢ​ຮັນ​ກຳ​ລັງ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ຊາຍ​ຄົນ​ໜຶ່ງ.

ພວກ​ອັກ​ຄະ​ສາ​ວົກ​ທີ່​ຢູ່​ໃນ​ນະ​ຄອນ​ເຢ​ຣູ​ຊາ​ເລັມ​ໄດ້​ຍິນ​ວ່າ​ຜູ້​ຄົນ​ຢູ່​ໃນ​ແຂວງ​ຊາ​ມາ​ເຣຍ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ເປ​ໂຕ ແລະ ໂຢ​ຮັນ​ໄດ້​ໄປ​ທີ່​ແຂວງ​ຊາ​ມາ​ເຣຍ. ໂດຍ​ການ​ໃຊ້​ອຳ​ນາດ​ຂອງ​ພຣະ​ເຈົ້າ, ຖາ​ນະ​ປະ​ໂລ​ຫິດ, ພວກ​ເພິ່ນ​ໄດ້​ວາງ​ມື​ໃສ່​ຜູ້​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ໄດ້​ປະ​ທານ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ເຂົາ​ເຈົ້າ.

ກິດ​ຈະ​ການ 8:14–17

ຊີ​ໂມນ​ສະ​ເໜີ​ມອບ​ເງິນ​ໃຫ້​ເພື່ອ​ຊື້​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ.

ເມື່ອ​ຊີ​ໂມນ​ໄດ້​ເຫັນ​ເປ​ໂຕ ແລະ ໂຢ​ຮັນ​ເຮັດ​ສິ່ງ​ນີ້, ລາວ​ກໍ​ໄດ້​ສະ​ເໜີ​ມອບ​ເງິນ​ໃຫ້​ພວກ​ເພິ່ນ ແລະ ໄດ້​ກ່າວ​ວ່າ, “ຂໍ​ໃຫ້​ຂ້າ​ນ້ອຍ​ມີ​ລິດ​ອຳ​ນາດ​ຢ່າງ​ນີ້​ເໝືອນ​ກັນ.” ລາວ​ຢາກ​ຊື້​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ​ເພື່ອ​ວ່າ ລາວ​ຈະ​ສາ​ມາດ​ມອບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ຄື​ກັນ.

ກິດ​ຈະ​ການ 8:18–19

ເປ​ໂຕ​ສິດ​ສອນ​ຊີ​ໂມນ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ.

ເປ​ໂຕ​ໄດ້​ອະ​ທິ​ບາຍ​ວ່າ ບໍ່​ມີ​ໃຜ​ສາ​ມາດ​ຊື້​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້. ມັນ​ເປັນ​ຂອງ​ປະ​ທານ​ຈາກ​ພຣະ​ອົງ. ເປ​ໂຕ​ໄດ້​ບອກ​ຊີ​ໂມນ​ວ່າ ໃຈ​ຂອງ​ລາວ​ຕ້ອງ​ການ​ການ​ປ່ຽນ​ແປງ. ເພິ່ນ​ໄດ້​ເຊື້ອ​ເຊີນ​ຊີ​ໂມນ​ໃຫ້​ກັບ​ໃຈ ແລະ ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ເພື່ອ​ການ​ໃຫ້​ອະ​ໄພ.

ກິດ​ຈະ​ການ 8:20–23

ຊີ​ໂມນ​ຂໍ​ອະ​ໄພ​ຈາກ​ເປ​ໂຕ.

ຊີ​ໂມນ​ເສຍ​ໃຈ. ລາວ​ໄດ້​ຂໍ​ໃຫ້​ເປ​ໂຕ​ອະ​ທິ​ຖານ​ເພື່ອ​ລາວ ເພື່ອ​ຊ່ວຍ​ໃຫ້​ລາວ​ປ່ຽນ​ແປງ.

ກິດ​ຈະ​ການ 8:24