ກິດຈະການ 10
ໂກເນລີໂອ ແລະ ໝູ່ເພື່ອນຂອງເພິ່ນໄດ້ຮັບພຣະວິນຍານບໍລິສຸດ
ພຣະກິດຕິຄຸນແມ່ນສຳລັບທຸກຄົນ
ໂກເນລີໂອເປັນຜູ້ນຳຂອງທະຫານຊາວໂຣມ. ເພິ່ນ ແລະ ຄອບຄົວຂອງເພິ່ນໄດ້ເຊື່ອໃນພຣະເຈົ້າ, ແຕ່ພວກເພິ່ນບໍ່ແມ່ນຊາວຢິວ ແລະ ບໍ່ໄດ້ຮູ້ຫຍັງກ່ຽວກັບພຣະເຢຊູຄຣິດ. ໂກເນລີໂອໄດ້ແບ່ງປັນສິ່ງຂອງທີ່ເພິ່ນມີໃຫ້ກັບຄົນຍາກຈົນ ແລະ ໄດ້ອະທິຖານຫາພຣະເຈົ້າເລື້ອຍໆ.
ກິດຈະການ 10:1–2
ບ່າຍມື້ໜຶ່ງ, ທູດອົງໜຶ່ງໄດ້ມາຫາໂກເນລີໂອຂະນະທີ່ເພິ່ນກຳລັງຖືສິນອົດເຂົ້າ ແລະ ອະທິຖານ. ທູດສະຫວັນໄດ້ກ່າວວ່າ, “ໂກເນລີໂອເອີຍ, ພຣະເຈົ້າໄດ້ຍິນຄຳອະທິຖານຂອງເຈົ້າແລ້ວ.” ພຣະເຈົ້າໄດ້ເຫັນຄວາມເມດຕາຂອງເພິ່ນ. ທູດສະຫວັນໄດ້ບອກໂກເນລີໂອໃຫ້ໄປຊອກຫາອັກຄະສາວົກເປໂຕ, ຜູ້ທີ່ອາໄສຢູ່ໃນເມືອງໜຶ່ງທີ່ເອີ້ນວ່າ ຢົບປາ. ເປໂຕຈະບອກໂກເນລີໂອສິ່ງທີ່ຈະເຮັດ.
ກິດຈະການ 10:3–6, 30–32
ໂກເນລີໂອໄດ້ບອກຄົນຮັບໃຊ້ຂອງເພິ່ນສິ່ງທີ່ທູດສະຫວັນໄດ້ກ່າວ. ເພິ່ນໄດ້ສົ່ງພວກເຂົາໄປທີ່ເມືອງຢົບປາເພື່ອຂໍໃຫ້ເປໂຕມາຢ້ຽມຢາມເພິ່ນ.
ກິດຈະການ 10:7–8
ໃນເມືອງຢົບປາ, ເປໂຕໄດ້ຢູ່ເທິງຫລັງຄາບ້ານ ກຳລັງອະທິຖານຢູ່. ເພິ່ນຫິວເຂົ້າ ແລະ ກຳລັງຈະໄປກິນເຂົ້າ, ເມື່ອໃນທັນໃດນັ້ນເພິ່ນໄດ້ເຫັນພາບນິມິດ.
ກິດຈະການ 10:9–10
ເປໂຕໄດ້ເຫັນຜ້າຜືນໃຫຍ່ຢ່ອນລົງມາຈາກທ້ອງຟ້າ, ເຕັມໄປດ້ວຍສັດທຸກຊະນິດ ແລະ ນົກທັງຫລາຍ. ແລ້ວເປໂຕກໍໄດ້ຍິນສຽງທີ່ວ່າເພິ່ນຄວນກິນສັດເຫລົ່ານັ້ນ. ແຕ່ສັດເຫລົ່ານີ້ເປັນສັດທີ່ຊາວຢິວບໍ່ໄດ້ຮັບອະນຸຍາດໃຫ້ກິນ. ກົດຂອງໂມເຊໄດ້ກ່າວວ່າມັນບໍ່ສະອາດ. ເປໂຕບໍ່ຢາກກິນມັນ.
ກິດຈະການ 10:11–14
ສຽງໄດ້ກ່າວວ່າ ຖ້າຫາກພຣະເຈົ້າໄດ້ຊຳລະສິ່ງໃດໃຫ້ສະອາດແລ້ວ, ບໍ່ຄວນເອີ້ນມັນວ່າບໍ່ສະອາດ. ພາບນິມິດນັ້ນໄດ້ເກີດຂຶ້ນສາມເທື່ອ. ເປໂຕໄດ້ສົງໄສວ່າສິ່ງນັ້ນມີຄວາມໝາຍຢ່າງໃດ.
ກິດຈະການ 10:15–17
ໃນທັນໃດນັ້ນ, ພຣະວິນຍານກໍໄດ້ບອກເປໂຕວ່າມີຊາຍສາມຄົນກຳລັງຖາມຫາເພິ່ນຢູ່. “ໄປກັບພວກເຂົາ,” ພຣະວິນຍານໄດ້ກ່າວ, “ເພາະແມ່ນເຮົາເອງທີ່ໄດ້ໃຊ້ພວກເຂົາມາ.”
ກິດຈະການ 10:16–21
ຊາຍສາມຄົນນັ້ນເປັນຄົນຮັບໃຊ້ຂອງໂກເນລີໂອ. ພວກເຂົາໄດ້ບອກເປໂຕກ່ຽວກັບທູດສະຫວັນທີ່ໂກເນລີໂອໄດ້ເຫັນ ແລະ ໄດ້ຖາມຖ້າຫາກເປໂຕຈະໄປສິດສອນເພິ່ນ. ຕາມປົກກະຕິແລ້ວເປໂຕຈະບໍ່ເຂົ້າໄປໃນເຮືອນຂອງຜູ້ຄົນທີ່ບໍ່ແມ່ນຄົນຢິວ, ແລະ ອັກຄະສາວົກກໍບໍ່ໄດ້ສິດສອນພຣະກິດຕິຄຸນໃຫ້ແກ່ເຂົາເຈົ້າ. ແຕ່ໂດຍຈື່ຈຳພາບນິມິດຂອງເພິ່ນ, ເປໂຕຈຶ່ງໄດ້ຕັດສິນໃຈທີ່ຈະໄປ.
ກິດຈະການ 10:22, 28
ເມື່ອເປໂຕໄປເຖິງ, ໂກເນລີໂອກໍກຳລັງລໍຖ້າເພິ່ນຢູ່ ພ້ອມດ້ວຍໝູ່ເພື່ອນ ແລະ ສະມາຊິກຄອບຄົວຫລາຍຄົນ. ເພິ່ນໄດ້ບອກເປໂຕວ່າພວກເພິ່ນພ້ອມແລ້ວທີ່ຈະຮັບຟັງສິ່ງໃດກໍຕາມທີ່ພຣະເຈົ້າໄດ້ບັນຊາໃຫ້ເພິ່ນບອກພວກເພິ່ນ.
ກິດຈະການ 10:26, 33
ບັດນີ້ເປໂຕໄດ້ເຂົ້າໃຈສິ່ງທີ່ພຣະເຈົ້າໄດ້ສິດສອນເພິ່ນໃນພາບນິມິດນັ້ນ. ເປໂຕໄດ້ບອກທຸກຄົນວ່າພຣະເຈົ້າບໍ່ໄດ້ຮັກຊົນຊາດໃດ ຫລື ຜູ້ຄົນກຸ່ມໃດຫລາຍກວ່າຄົນອື່ນ. ພຣະເຈົ້າຍອມຮັບຄົນໃດກໍຕາມທີ່ຕິດຕາມພຣະອົງ ແລະ ເຮັດສິ່ງທີ່ຖືກຕ້ອງ. ເປໂຕໄດ້ສິດສອນໂກເນລີໂອ ແລະ ຄອບຄົວ ແລະ ໝູ່ເພື່ອນຂອງເພິ່ນ ກ່ຽວກັບພຣະເຢຊູຄຣິດ.
ກິດຈະການ 10:34–43
ໃນຂະນະທີ່ເພິ່ນສິດສອນ, ພຣະວິນຍານບໍລິສຸດກໍໄດ້ມາສູ່ທຸກຄົນທີ່ຮັບຟັງຢູ່. ເປໂຕໄດ້ເຊື້ອເຊີນເຂົາເຈົ້າໃຫ້ຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດ. ເປໂຕໄດ້ຮຽນຮູ້ວ່າ ລູກໆຂອງພຣະເຈົ້າທຸກຄົນໄດ້ຮັບການຕ້ອນຮັບໃນສາດສະໜາຈັກຂອງພຣະເຢຊູຄຣິດ. ພຣະກິດຕິຄຸນຂອງພຣະເຢຊູຄຣິດໄດ້ຖືກສັ່ງສອນໃຫ້ແກ່ທຸກຄົນ.
ກິດຈະການ 10:44–48