ມັດທາຍ 25:31–46
“ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ”
ເມື່ອເຮົາຮັບໃຊ້ຄົນອື່ນ, ເຮົາກຳລັງຮັບໃຊ້ພຣະເຢຊູ
ພຣະເຢຊູຄຣິດໄດ້ບອກສານຸສິດຂອງພຣະອົງວ່າ ຫລັງຈາກພຣະອົງກັບຄືນໄປຫາພຣະບິດາຂອງພຣະອົງໃນສະຫວັນ, ພຣະອົງຈະກັບຄືນສູ່ໂລກພ້ອມກັບທູດສະຫວັນບໍລິສຸດທັງໝົດ. ໃນມື້ນັ້ນ, ຜູ້ຄົນຈາກທຸກປະຊາຊາດຈະມາເຕົ້າໂຮມກັນຕໍ່ພຣະພັກຂອງພຣະອົງ—ຄົນທີ່ຕິດຕາມພຣະອົງ ແລະ ຜູ້ຄົນທີ່ບໍ່ໄດ້ຕິດຕາມພຣະອົງ.
ມັດທາຍ 25:31–33
ພຣະເຢຊູຈະບອກຜູ້ຄົນທີ່ຕິດຕາມພຣະອົງວ່າ ພວກເຂົາສາມາດເຂົ້າໄປໃນອານາຈັກຂອງພຣະອົງໄດ້, ເພາະວ່າເມື່ອພຣະອົງຫິວ, ພວກເຂົາໄດ້ລ້ຽງພຣະອົງ. ພຣະອົງຫິວນໍ້າ, ພວກເຂົາໄດ້ເອົານໍ້າໃຫ້ພຣະອົງດື່ມ.
ມັດທາຍ 25:34–35
ພວກເຂົາໄດ້ໃຫ້ເຄື່ອງນຸ່ງຫົ່ມ ແລະ ບ່ອນພັກເຊົາແກ່ພຣະອົງເມື່ອພຣະອົງຕ້ອງການ. ເມື່ອພຣະອົງເຈັບປ່ວຍ ຫລື ຢູ່ໃນຄຸກ, ພວກເຂົາໄດ້ໄປຢ້ຽມຢາມພຣະອົງ.
ມັດທາຍ 25:36
ຜູ້ຄົນຈະຖາມພຣະເຢຊູວ່າ ພວກເຂົາເຄີຍເຮັດສິ່ງທີ່ດີເຫລົ່ານີ້ເພື່ອພຣະອົງເມື່ອໃດ. ພຣະຜູ້ຊ່ວຍໃຫ້ລອດຈະອະທິບາຍວ່າ ເມື່ອເຮົາເຮັດສິ່ງທີ່ດີຕໍ່ຄົນອື່ນ, ມັນຄືກັບວ່າເຮົາກຳລັງເຮັດສິ່ງທີ່ດີຕໍ່ພຣະອົງ.
ມັດທາຍ 25:37–40
ພຣະເຢຊູຈະກ່າວກັບຜູ້ຄົນທີ່ບໍ່ໄດ້ຕິດຕາມພຣະອົງວ່າ ພວກເຂົາບໍ່ສາມາດເຂົ້າໄປໃນອານາຈັກຂອງພຣະອົງໄດ້. ເມື່ອພຣະອົງຫິວເຂົ້າ ແລະ ຫິວນໍ້າ, ພວກເຂົາບໍ່ໄດ້ໃຫ້ອາຫານ ຫລື ນ້ຳແກ່ພຣະອົງ.
ມັດທາຍ 25:41–42
ພວກເຂົາບໍ່ໄດ້ຊ່ວຍພຣະອົງເມື່ອພຣະອົງຕ້ອງການເຄື່ອງນຸ່ງຫົ່ມ ຫລື ບ່ອນພັກເຊົາ. ເມື່ອພຣະອົງເຈັບປ່ວຍ ຫລື ຢູ່ໃນຄຸກ, ພວກເຂົາບໍ່ໄດ້ໄປຢ້ຽມຢາມພຣະອົງ.
ມັດທາຍ 25:43
ພຣະເຢຊູຈະອະທິບາຍວ່າ ເມື່ອເຮົາເລືອກທີ່ຈະບໍ່ຊ່ວຍຄົນທີ່ຂັດສົນ, ເຮົາກຳລັງເລືອກທີ່ຈະບໍ່ຊ່ວຍພຣະອົງ. ເມື່ອເຮົາເລືອກທີ່ຈະຊ່ວຍຄົນອື່ນ, ເຮົາກຳລັງເລືອກທີ່ຈະຊ່ວຍພຣະເຢຊູ.
ມັດທາຍ 25:45