1 ແລະ 2 ເທສະໂລນິກ
ລູກຂອງຄວາມສະຫວ່າງ
ການເຊື່ອໃນພຣະເຢຊູຄຣິດໃນຂະນະທີ່ເຮົາລໍຖ້າພຣະອົງສະເດັດມາອີກ
ໄພ່ພົນໃນຍຸກສະໄໝຂອງໂປໂລໄດ້ພາກັນຕື່ນເຕັ້ນສຳລັບມື້ທີ່ພຣະເຢຊູຄຣິດຈະສະເດັດມາເທິງໂລກນີ້ອີກຄັ້ງ. ໃນສະຖານທີ່ແຫ່ງໜຶ່ງທີ່ມີຊືວ່າເທສະໂລນິກ, ການດຳລົງຊີວິດນັ້ນຍາກສຳລັບໄພ່ພົນ. ເຂົາເຈົ້າໄດ້ພາກັນສົງໄສວ່ານີ້ໝາຍຄວາມວ່າພຣະເຢຊູຈະສະເດັດມາໃນໄວໆນີ້ແມ່ນບໍ. ໂປໂລໄດ້ຂຽນຈົດໝາຍເພື່ອຊ່ວຍເຂົາເຈົ້າ.
1 ເທສະໂລນິກ 4:16–18; 5:1–2; 2 ເທສະໂລນິກ 1:4
ໂປໂລໄດ້ກ່າວວ່າບໍ່ມີໃຜຮູ້ວ່າພຣະເຢຊູຈະສະເດັດມາອີກໃນຕອນໃດ. ມັນອາດຈະເປັນເລື່ອງປະຫລາດໃຈສຳລັບບາງຄົນ, ເໝືອນດັ່ງຂະໂມຍມາໃນເວລາກາງຄືນໃນຂະນະທີ່ພວກເຂົາກຳລັງຫລັບນອນ.
1 ເທສະໂລນິກ 5:2–3; 2 ເທສະໂລນິກ 2:2
ແຕ່ວ່າໂປໂລໄດ້ບອກກັບໄພ່ພົນວ່າພວກເຂົາບໍ່ໄດ້ຢູ່ໃນຄວາມມືດ. ເພາະວ່າພວກເຂົາຕິດຕາມພຣະເຢຊູຄຣິດ, ໄພ່ພົນຄືລູກຂອງຄວາມສະຫວ່າງ!
1 ເທສະໂລນິກ 5:4–5
ໂປໂລໄດ້ອະທິບາຍວ່າ ກ່ອນທີ່ພຣະເຢຊູຈະສະເດັດມາອີກຄັ້ງ, ຜູ້ຄົນຈຳນວນຫລາຍຈະພາກັນຫັນໜີໄປຈາກຄວາມຈິງ. ເພິ່ນຢາກໃຫ້ໄພ່ພົນ, ລູກຂອງຄວາມສະຫວ່າງ, ໃຫ້ເຮັດຕາມພຣະເຢຊູ ແລະ ຄອງຄອຍການສະເດັດມາຂອງພຣະອົງຕໍ່ໄປ. ຖ້າຫາກເຮົາເຮັດເຊັ່ນນີ້, ບໍ່ວ່າແມ່ນຫຍັງຈະເກີດຂຶ້ນໃນໂລກນີ້, ເຮົາຈະພ້ອມແລ້ວເມື່ອພຣະເຢຊູສະເດັດກັບຄືນມາ.
1 ເທສະໂລນິກ 1:5; 2 ເທສະໂລນິກ 2:3