ລູກາ 7:36–50
ພຣະເຢຊູອະໄພໂທດໃຫ້ຍິງຄົນໜຶ່ງ
“ເພາະນາງຮັກຫລາຍ”
ຊາຍຄົນໜຶ່ງຊື່ວ່າຊີໂມນໄດ້ເຊື້ອເຊີນພຣະເຢຊູໄປທີ່ເຮືອນຂອງລາວ ແລະ ຮັບປະທານອາຫານກັບລາວ. ຊີໂມນເປັນຜູ້ນຳຄົນໜຶ່ງຂອງກຸ່ມທີ່ເອີ້ນວ່າ ຟາຣີຊາຍ.
ລູກາ 7:36
ຂະນະທີ່ພວກເພິ່ນກຳລັງຮັບປະທານຢູ່ນັ້ນ, ຜູ້ຍິງຄົນໜຶ່ງກໍໄດ້ເຂົ້າມາໃນເຮືອນຂອງຊີໂມນ. ນາງໄດ້ຍິນວ່າພຣະເຢຊູໄດ້ຢູ່ທີ່ນັ້ນ. ນາງຢາກສະແດງຄວາມກະຕັນຍູ ແລະ ຄວາມຮັກຂອງນາງທີ່ມີຕໍ່ພຣະອົງ.
ລູກາ 7:37
ຜູ້ຍິງຄົນນັ້ນໄດ້ຮ້ອງໄຫ້ເມື່ອນາງໄດ້ເຫັນພຣະເຢຊູ. ນ້ຳຕາຂອງນາງໄດ້ລ້າງພຣະບາດຂອງພຣະອົງ. ແລ້ວນາງໄດ້ເຊັດພຣະບາດຂອງພຣະອົງດ້ວຍຜົມຂອງນາງ. ນາງໄດ້ຈູບພຣະບາດຂອງພຣະອົງ ແລະ ໄດ້ຫົດສົງພຣະບາດຂອງພຣະອົງດ້ວຍນ້ຳຫອມ.
ລູກາ 7:38
ຊີໂມນໄດ້ຮູ້ວ່າຜູ້ຍິງຄົນນັ້ນໄດ້ເຮັດບາບຢ່າງຫລວງຫລາຍ. ເພິ່ນໄດ້ຄິດວ່າຖ້າຫາກພຣະເຢຊູເປັນຄົນຂອງພຣະເຈົ້າແທ້, ພຣະອົງກໍຈະຮູ້ວ່າຜູ້ຍິງຄົນນັ້ນເປັນຄົນບາບ, ແລະ ພຣະອົງຈະບໍ່ປ່ອຍໃຫ້ນາງແຕະຕ້ອງພຣະອົງ.
ລູກາ 7:39
ພຣະເຢຊູຮູ້ເຖິງສິ່ງທີ່ຊີໂມນກຳລັງຄິດຢູ່. ພຣະອົງໄດ້ບອກຊີໂມນວ່າ ຜູ້ຍິງຄົນນັ້ນໄດ້ລ້າງພຣະບາດຂອງພຣະອົງເພາະວ່ານາງຮັກພຣະອົງ. ຕາມປົກກະຕິແລ້ວ, ແຂກບ້ານຕ້ອງໄດ້ຮັບນ້ຳເພື່ອລ້າງຕີນຂອງເຂົາເຈົ້າ. ຊີໂມນບໍ່ໄດ້ເຮັດຫຍັງແບບນັ້ນເລີຍເພື່ອສະແດງຄວາມຮັກທີ່ມີຕໍ່ພຣະເຢຊູ.
ລູກາ 7:38
ພຣະເຢຊູໄດ້ບອກຜູ້ຍິງຄົນນັ້ນວ່າ ນາງໄດ້ຮັບອະໄພບາບຂອງນາງແລ້ວ ເພາະວ່ານາງຮັກພຣະອົງ ແລະ ມີສັດທາໃນພຣະອົງ. ພຣະເຢຊູໄດ້ບອກນາງວ່ານາງສາມາດໄປເປັນສຸກໄດ້ແລ້ວ.
ລູກາ 7:47–50