ເລື່ອງ​ພຣະ​ຄຳ​ພີ
ພຣະ​ເຢ​ຊູ​ສັ່ງ​ພະ​ຍຸ​ໃຫ້​ສະ​ຫງົບ—ແມ່ນ​ແຕ່​ລົມ ແລະ ທະ​ເລ​ກໍ​ຍອມ​ເຊື່ອ​ຟັງ​ພຣະ​ອົງ


ມັດ​ທາຍ 8:23–27; ມາ​ຣະ​ໂກ 4:36–41

ພຣະ​ເຢ​ຊູ​ສັ່ງ​ພະ​ຍຸ​ໃຫ້​ສະ​ຫງົບ

ແມ່ນ​ແຕ່​ລົມ ແລະ ທະ​ເລ​ກໍ​ຍອມ​ເຊື່ອ​ຟັງ​ພຣະ​ອົງ

ພຣະ​ເຢ​ຊູ ແລະ ພວກ​ສາ​ວົກ​ຂອງ​ພຣະ​ອົງ​ຢູ່​ໃນ​ເຮືອ.

ມື້​ໜຶ່ງ, ພຣະ​ເຢ​ຊູ ແລະ ພວກ​ສາ​ວົກ​ຂອງ​ພຣະ​ອົງ​ກຳ​ລັງ​ເດີນ​ທາງ​ໄປ​ໃນ​ເຮືອ​ຢູ່​ທີ່​ທະ​ເລ​ຄາ​ລີ​ເລ. ລົມ​ໄດ້​ເລີ່ມ​ພັດ​ມາ​ແຮງ​ຫລາຍ. ຄື້ນ​ທະ​ເລ​ກໍ​ໄດ້​ເລີ່ມ​ຊັດ​ເຂົ້າ​ເຮືອ, ຈົນ​ເຮັດ​ໃຫ້​ມັນ​ເຕັມ​ດ້ວຍ​ນ້ຳ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຢ​ຊູ​ຊົງ​ນອນ​ຫລັບ​ຢູ່​ຢ່າງ​ສະ​ຫງົບ​ສຸກ.

ມັດ​ທາຍ 8:23–24

ພວກ​ສາ​ວົກ​ຈຶ່ງ​ໄປ​ປຸກ​ພຣະ​ເຢ​ຊູ.

ພວກ​ສາ​ວົກ​ກໍ​ຢ້ານ​ກົວ. ພວກ​ເພິ່ນ​ໄດ້​ປຸກ​ພຣະ​ເຢ​ຊູ. “ພຣະ​ອົງ​ເຈົ້າ​ເອີຍ, ຊ່ວຍ​ພວກ​ຂ້າ​ນ້ອຍ​ແດ່​ທ້ອນ,” ພວກ​ເພິ່ນ​ໄດ້​ຮ້ອງ. ພວກ​ເພິ່ນ​ໄດ້​ຄິດ​ວ່າ​ພວກ​ເພິ່ນ​ຈະ​ຈົມ​ລົງ​ໄປ​ໃນ​ທະ​ເລ.

ມັດ​ທາຍ 8:25

ພຣະ​ເຢ​ຊູ​ບັນ​ຊາ​ໃຫ້​ນ້ຳ​ສະ​ຫງົບ​ລົງ.

“ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຢ້ານ?” ພຣະ​ເຢ​ຊູ​ໄດ້​ຖາມ. ພຣະ​ອົງ​ໄດ້​ບອກ​ພວກ​ສາ​ວົກ​ວ່າ ພວກ​ເພິ່ນ​ຈຳ​ເປັນ​ຕ້ອງ​ມີ​ສັດ​ທາ​ເພີ່ມ​ອີກ. ແລ້ວ​ພຣະ​ອົງ​ໄດ້​ລຸກ​ຂຶ້ນ ແລະ ກ່າວ​ຕໍ່​ລົມ ແລະ ຄື້ນ​ວ່າ, “ງຽບ​ສະ​ຫງົບ​ແມ.”

ມັດ​ທາຍ 8:26; ມາ​ຣະ​ໂກ 4:39

ພວກ​ສາ​ວົກ​ກຳ​ລັງ​ສົງ​ໄສ​ຢູ່​ວ່າ ພຣະ​ເຢ​ຊູ​ເຮັດ​ໃຫ້​ພະ​ຍຸ​ສະ​ຫງົບ​ລົງ​ໄດ້​ແນວ​ໃດ.

ໃນ​ທັນ​ໃດ​ນັ້ນ ພະ​ຍຸ​ກໍ​ໄດ້​ຢຸດ, ແລະ ທະ​ເລ​ນັ້ນ​ກໍ​ສະ​ຫງົບ​ລົງ. ພຣະ​ເຢ​ຊູ ແລະ ພວກ​ສາ​ວົກ​ຂອງ​ພຣະ​ອົງ​ກໍ​ປອດ​ໄພ. ພວກ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ກໍ​ງຶດ​ງໍ້​ປະ​ຫລາດ​ໃຈ. ພວກ​ເພິ່ນ​ໄດ້​ສົງ​ໄສ​ວ່າ ຄົນ​ປະ​ເພດ​ໃດ​ຈຶ່ງ​ສາ​ມາດ​ບັນ​ຊາ​ລົມ ແລະ ທະ​ເລ​ໄດ້, ແລະ ມັນ​ກໍ​ເຊື່ອ​ຟັງ​ພຣະ​ອົງ!

ມັດ​ທາຍ 8:26–27