ລູກາ 10:25–37
ຄຳອຸປະມາເລື່ອງໄທຊາມາເຣຍຜູ້ໃຈດີ
ການຮັກເພື່ອນບ້ານເໝືອນຮັກຕົນເອງ
ທະນາຍຄວາມຄົນໜຶ່ງໄດ້ຖາມພຣະເຢຊູເຖິງວິທີຮັບຊີວິດນິລັນດອນ. ພຣະເຢຊູໄດ້ຖາມລາວວ່າ ໃນພຣະຄຳພີມີຂຽນໄວ້ວ່າແນວໃດ. ທະນາຍຄວາມຄົນນັ້ນໄດ້ຕອບວ່າ ພຣະຄຳພີກ່າວໄວ້ວ່າ ໃຫ້ຮັກພຣະເຈົ້າ ແລະ ຮັກເພື່ອນບ້ານຂອງເຮົາ. ພຣະເຢຊູກ່າວວ່າ ລາວເວົ້າຖືກ. ແລ້ວທະນາຍຄວາມໄດ້ຖາມວ່າ, “ແມ່ນຜູ້ໃດເປັນເພື່ອນບ້ານຂອງຂ້ານ້ອຍ?” ພຣະເຢຊູໄດ້ຕອບຄຳຖາມໂດຍການເລົ່າຄຳອຸປະມາ ຫລື ເລື່ອງລາວໃຫ້ຟັງ.
ລູກາ 10:25–29
ໃນຄຳອຸປະມາ, ຊາຍຄົນໜຶ່ງທີ່ເປັນຄົວຢິວກຳລັງເດີນທາງຈາກນະຄອນເຢຣູຊາເລັມໄປຍັງເມືອງເຢຣິໂກ. ໃນທັນໃດນັ້ນ, ພວກນັກປຸ້ນກໍເຂົ້າມາ. ພວກເຂົາໄດ້ປຸ້ນເອົາເສື້ອຜ້າຂອງລາວ, ທຸບຕີລາວຢ່າງໜັກ, ແລະ ປະລາວໄວ້ທີ່ນັ້ນ.
ລູກາ 10:30
ບໍ່ດົນຫລັງຈາກນັ້ນ, ປະໂລຫິດຄົນໜຶ່ງໄດ້ລົງໄປຕາມຖະໜົນ. ປະໂລຫິດແມ່ນຜູ້ທີ່ເຮັດວຽກໃນພຣະວິຫານ. ລາວໄດ້ເຫັນຊາຍຄົນນັ້ນຢູ່ເທິງຖະໜົນ ແຕ່ໄດ້ຍ່າງເວັ້ນກາຍໄປຟາກອື່ນ.
ລູກາ 10:31
ຕໍ່ມາມີຊາຍອີກຄົນໜຶ່ງຊຶ່ງເຮັດວຽກໃນພຣະວິຫານເຊັ່ນກັນ, ເອີ້ນວ່າ ຄົນເລວີ. ລາວໄດ້ເຫັນຊາຍຄົນນັ້ນທີ່ບາດເຈັບ, ແຕ່ລາວກໍໄດ້ຍ່າງເວັ້ນຂ້າມທາງກາຍໄປຟາກອື່ນເຊັ່ນກັນ.
ລູກາ 10:32
ແລ້ວໄທຊາມາເຣຍຄົນໜຶ່ງໄດ້ຍ່າງຜ່ານມາ. ລາວໄດ້ເຫັນວ່າ ຊາຍຄົນທີ່ຢູ່ຖະໜົນໄດ້ຮັບບາດເຈັບໜັກ. ປົກກະຕິແລ້ວ, ໄທຊາມາເຣຍ ແລະ ຄົນຢິວບໍ່ຄ່ອຍລົງຮອຍກັນ. ແຕ່ໄທຊາມາເຣຍຜູ້ນີ້ກໍຍັງຢາກຊ່ວຍເຫລືອຊາຍຄົນນັ້ນຢູ່ດີ.
ລູກາ 10:33
ໄທຊາມາເຣຍຄົນນັ້ນໄດ້ເບິ່ງແຍງຊາຍຄົນນັ້ນໂດຍການເອົານໍ້າມັນ ແລະ ເຫລົ້າອະງຸ່ນມາຖອກໃສ່ບາດແຜຂອງຊາຍຄົນນັ້ນ. ລາວໄດ້ໂຈມຊາຍຄົນນັ້ນຂຶ້ນຂີ່ລໍຂອງລາວ.
ລູກາ 10:34
ແລ້ວໄທຊາມາເຣຍຄົນນັ້ນກໍໄດ້ນຳຊາຍຄົນນັ້ນໄປໄວ້ທີ່ໂຮງແຮມ, ບ່ອນທີ່ລາວສາມາດພັກຜ່ອນ ແລະ ພັກຟື້ນໃຫ້ຫາຍດີ. ກ່ອນທີ່ໄທຊາມາເຣຍຈະຈາກໄປໃນມື້ຕໍ່ມາ, ລາວໄດ້ເອົາເງິນໃຫ້ເຈົ້າຂອງໂຮງແຮມ ແລະ ເວົ້າວ່າ, “ຈົ່ງຊ່ວຍເບິ່ງແຍງຊາຍຄົນນີ້ໃຫ້ດີເນີ.” ໄທຊາມາເຣຍໄດ້ເວົ້າວ່າ ລາວຈະກັບມາໃນອີກສອງສາມມື້ພ້ອມກັບເງິນຕື່ມ.
ລູກາ 10:34–35
ໃນຕອນທ້າຍຂອງເລື່ອງ, ພຣະເຢຊູໄດ້ຖາມຄຳຖາມທະນາຍຄວາມຄົນນັ້ນ. ແມ່ນຜູ້ໃດທີ່ເປັນເພື່ອນບ້ານຂອງຊາຍທີ່ໄດ້ຮັບບາດເຈັບ? ປະໂລຫິດ, ຄົນເລວີ, ຫລື ໄທຊາມາເຣຍ? ທະນາຍຄວາມຄົນນັ້ນໄດ້ເວົ້າວ່າ ແມ່ນຜູ້ທີ່ໄດ້ສະແດງຄວາມຮັກຕໍ່ຊາຍຄົນນັ້ນ—ໄທຊາມາເຣຍ. ພຣະເຢຊູໄດ້ບອກທະນາຍຄວາມໃຫ້ໄປ ແລະ ເປັນຄືກັນກັບໄທຊາມາເຣຍ.
ລູກາ 10:36–37