ມັດທາຍ 20:1–16
ຄຳອຸປະມາເລື່ອງຄົນເຮັດວຽກໃນສວນອະງຸ່ນ
ຂ່າວສານແຫ່ງຄວາມຫວັງ
ພຣະເຢຊູໄດ້ເລົ່າຄຳອຸປະມາ ຫລື ເລື່ອງລາວໃຫ້ສານຸສິດຂອງພຣະອົງຟັງ ເພື່ອຊ່ວຍໃຫ້ພວກເຂົາເຂົ້າໃຈວ່າ ອານາຈັກສະຫວັນເປັນແນວໃດ. ໃນຄຳອຸປະມານີ້, ຊາຍຄົນໜຶ່ງຕ້ອງການຄົນໃຫ້ມາເຮັດວຽກຢູ່ໃນສວນອະງຸ່ນຂອງລາວ. ສະນັ້ນ, ເຊົ້າມື້ໜຶ່ງ, ລາວໄດ້ພົບຄົນເຮັດວຽກບາງຄົນທີ່ຕົກລົງທີ່ຈະເຮັດວຽກໝົດມື້ເພື່ອເງິນໜຶ່ງຫລຽນ. ພວກເຂົາໄດ້ເລີ່ມເຮັດວຽກ.
ມັດທາຍ 20:1–2
ສາມຊົ່ວໂມງຕໍ່ມາ, ຊາຍຄົນນັ້ນໄດ້ຈ້າງຄົນເຮັດວຽກມາເພີ່ມ. ລາວໄດ້ຂໍໃຫ້ພວກເຂົາເຮັດວຽກໃນສວນອະງຸ່ນໃນເວລາທີ່ເຫລືອຂອງມື້. ລາວໄດ້ສັນຍາວ່າຈະຈ່າຍຄ່າແຮງງານພວກເຂົາຢ່າງຍຸດຕິທຳ.
ມັດທາຍ 20:3–4
ສາມຊົ່ວໂມງຫລັງຈາກນັ້ນ, ຊາຍຄົນນັ້ນໄດ້ພົບຄົນເພີ່ມອີກທີ່ຕ້ອງການວຽກ. ລາວໄດ້ຂໍໃຫ້ພວກເຂົາມາເຮັດວຽກໃນສວນອະງຸ່ນຂອງລາວເຊັ່ນກັນ.
ມັດທາຍ 20:5
ໃນທີ່ສຸດ, ເມື່ອໃກ້ຈະໝົດມື້, ຊາຍຄົນນັ້ນໄດ້ເຫັນຄົນທີ່ບໍ່ມີຫຍັງເຮັດ. ພວກເຂົາໄດ້ເວົ້າວ່າ ບໍ່ມີໃຜເອົາວຽກໃຫ້ພວກເຂົາເຮັດເລີຍໝົດມື້. ຊາຍຄົນນັ້ນໄດ້ເວົ້າວ່າ ພວກເຂົາສາມາດເຮັດວຽກໃນຊົ່ວໂມງສຸດທ້າຍຂອງວັນໃນສວນອະງຸ່ນຂອງລາວໄດ້.
ມັດທາຍ 20:6–7
ໃນຕອນທ້າຍວັນ, ຊາຍຄົນນັ້ນໄດ້ຈ່າຍຄ່າແຮງງານໃຫ້ຄົນເຮັດວຽກ. ລາວໄດ້ເອົາເງິນໜຶ່ງຫລຽນໃຫ້ຄົນທີ່ໄດ້ເຮັດວຽກເປັນເວລາໜຶ່ງຊົ່ວໂມງ. ລາວໄດ້ເອົາໜຶ່ງຫລຽນໃຫ້ຄົນເຮັດວຽກຄົນອື່ນໆແຕ່ລະຄົນນຳອີກ. ຄົນຜູ້ທີ່ເຮັດວຽກໝົດມື້ກໍໃຈຮ້າຍ. ພວກເຂົາຄິດວ່າຕົນເອງຄວນໄດ້ເງິນຫລາຍກວ່າຄົນອື່ນໆທຸກຄົນ.
ມັດທາຍ 20:8–12
ຊາຍຄົນນັ້ນໄດ້ຢໍ້າເຕືອນຄົນເຮັດວຽກເຫລົ່ານັ້ນວ່າ ພວກເຂົາໄດ້ຕົກລົງທີ່ຈະເຮັດວຽກໝົດມື້ເພື່ອເງິນໜຶ່ງຫລຽນ. ລາວໄດ້ເວົ້າວ່າ ພວກເຂົາບໍ່ຄວນໃຈຮ້າຍ ຖ້າລາວເລືອກທີ່ຈະໃຈດີກັບຄົນອື່ນຜູ້ທີ່ໄດ້ເຮັດວຽກໃນສວນອະງຸ່ນຂອງລາວ.
ມັດທາຍ 20:13–16