ໂຢຮັນ 4
ພຣະເຢຊູ, ຜູ້ຍິງ, ແລະ ນ້ຳສ້າງ
ການສິດສອນກ່ຽວກັບນ້ຳທີ່ປະກອບດ້ວຍຊີວິດ
ພຣະເຢຊູ ແລະ ສານຸສິດຂອງພຣະອົງກຳລັງຍ່າງຜ່ານຊາມາເຣຍໄປສູ່ຄາລີເລ. ພວກເພິ່ນໄດ້ຢຸດເອົານ້ຳຢູ່ທີ່ນ້ຳສ້າງ. ຂະນະທີ່ພຣະເຢຊູໄດ້ພັກຜ່ອນຢູ່ທີ່ນັ້ນ, ສານຸສິດຂອງພຣະອົງໄດ້ໄປຊື້ອາຫານ.
ໂຢຮັນ 4:3–8
ຜູ້ຍິງຈາກຊາມາເຣຍໄດ້ມາທີ່ນ້ຳສ້າງເພື່ອຕັກນ້ຳໃສ່ໝໍ້ນ້ຳຂອງນາງ. ພຣະເຢຊູໄດ້ຂໍດື່ມນ້ຳຈາກນາງ. ຜູ້ຍິງຄົນນັ້ນກໍຕົກໃຈ. ພຣະເຢຊູເປັນຊາວຢິວ, ແລະ ຊາວຢິວສ່ວນໃຫຍ່ບໍ່ເວົ້າລົມກັບຊາວຊາມາເຣຍ.
ໂຢຮັນ 4:7–9
ພຣະເຢຊູໄດ້ບອກນາງວ່າຜູ້ຄົນທີ່ດື່ມນ້ຳຈາກນ້ຳສ້າງຈະຫິວນ້ຳອີກ. ແຕ່ພຣະອົງສາມາດເອົາ “ນ້ຳທີ່ປະກອບດ້ວຍຊີວິດ” ແຫ່ງຊີວິດນິລັນດອນໃຫ້ແກ່ນາງ, ແລະ ນາງຈະບໍ່ຫິວນໍ້າອີກເລີຍ. ຜູ້ຍິງໄດ້ເວົ້າວ່າ ນາງຢາກໄດ້ “ນ້ຳທີ່ປະກອບດ້ວຍຊີວິດ” ນີ້.
ໂຢຮັນ 4:10–14
ພຣະເຢຊູໄດ້ບອກໃຫ້ນາງໄປນຳເອົາຜົວຂອງນາງມາ. “ຂ້ານ້ອຍບໍ່ມີຜົວ,” ນາງໄດ້ເວົ້າ. ພຣະເຢຊູໄດ້ກ່າວວ່າ ນາງເຄີຍມີຜົວມາແລ້ວຫ້າຄົນ, ແລະ ວ່າຜູ້ຊາຍທີ່ນາງໄດ້ຢູ່ກິນມານຳກັນກໍບໍ່ແມ່ນຜົວຂອງນາງ.
ໂຢຮັນ 4:16–18
ຜູ້ຍິງຄົນນີ້ກໍຕົກໃຈ ທີ່ພຣະເຢຊູໄດ້ຮູ້ສິ່ງເຫລົ່ານີ້ກ່ຽວກັບນາງ. ນາງໄດ້ເວົ້າວ່ານາງກໍຮູ້ວ່າ ພຣະຜູ້ຊ່ວຍໃຫ້ລອດຈະສະເດັດມາໃນໄວໆນີ້. ພຣະເຢຊູໄດ້ບອກນາງວ່າ ພຣະອົງຄືພຣະຜູ້ຊ່ວຍໃຫ້ລອດ.
ໂຢຮັນ 4:19, 25–26
ຜູ້ຍິງໄດ້ປະໝໍ້ນ້ຳຂອງນາງຢູ່ທີ່ນ້ຳສ້າງ ແລະ ໄດ້ເຂົ້າໄປໃນເມືອງ. ນາງໄດ້ບອກຫລາຍຄົນວ່າ ນາງໄດ້ພົບພຣະຜູ້ຊ່ວຍໃຫ້ລອດແລ້ວ. ນາງໄດ້ເຊື້ອເຊີນເຂົາເຈົ້າໃຫ້ມາ ແລະ ຟັງພຣະອົງສິດສອນ. ເປັນເພາະຜູ້ຍິງຄົນນີ້, ຊາວຊາມາເຣຍຫລາຍຄົນໄດ້ເຊື່ອໃນພຣະເຢຊູຄຣິດ.
ໂຢຮັນ 4:28–29, 39–42