ມັດທາຍ 25:14–30
ຄຳອຸປະມາເລື່ອງຕະລັນຕົນ
ການໃຊ້ປະໂຫຍດສູງສຸດຈາກສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ເຮົາ
ເພື່ອສິດສອນກ່ຽວກັບອານາຈັກຂອງພຣະເຈົ້າ, ພຣະເຢຊູໄດ້ເລົ່າຄຳອຸປະມາເລື່ອງໜຶ່ງ. ໃນຄຳອຸປະມາ, ຊາຍຄົນໜຶ່ງກຳລັງກະກຽມເດີນທາງໄປປະເທດທີ່ຫ່າງໄກ. ກ່ອນອອກເດີນທາງ ລາວໄດ້ພົບກັບຜູ້ຮັບໃຊ້ສາມຄົນຂອງລາວ ແລະ ຂໍໃຫ້ພວກເຂົາດູແລເງິນຂອງລາວໃນຂະນະທີ່ລາວບໍ່ຢູ່.
ມັດທາຍ 25:14
ຊາຍຄົນນັ້ນໄດ້ໃຫ້ເງິນຈຳນວນຫລວງຫລາຍແກ່ຜູ້ຮັບໃຊ້ແຕ່ລະຄົນຂອງລາວທີ່ເອີ້ນວ່າ ຕະລັນຕົນ. ລາວໄດ້ໃຫ້ເງິນຫ້າຕະລັນຕົນແກ່ຜູ້ຮັບໃຊ້ຄົນໜຶ່ງ. ລາວໄດ້ໃຫ້ເງິນສອງຕະລັນຕົນແກ່ຜູ້ຮັບໃຊ້ອີກຄົນໜຶ່ງ. ແລະ ລາວໄດ້ໃຫ້ເງິນໜຶ່ງຕະລັນຕົນແກ່ຜູ້ຮັບໃຊ້ຄົນສຸດທ້າຍ. ຈາກນັ້ນລາວກໍອອກເດີນທາງ.
ມັດທາຍ 25:15
ຜູ້ຮັບໃຊ້ທີ່ໄດ້ຮັບຫ້າຕະລັນຕົນໄດ້ເຮັດວຽກໜັກ. ລາວໄດ້ໃຊ້ຕະລັນຕົນເພື່ອຫາເພີ່ມອີກຫ້າຕະລັນຕົນ.
ມັດທາຍ 25:16
ຜູ້ຮັບໃຊ້ທີ່ໄດ້ຮັບສອງຕະລັນຕົນໄດ້ເຮັດວຽກໜັກ. ລາວໄດ້ໃຊ້ຕະລັນຕົນເພື່ອຫາເພີ່ມອີກສອງຕະລັນຕົນ.
ມັດທາຍ 25:17
ຜູ້ຮັບໃຊ້ທີ່ໄດ້ຮັບໜຶ່ງຕະລັນຕົນໄດ້ຂຸດຂຸມ ແລະ ຝັງຕະລັນຕົນນັ້ນໄວ້ໃນດິນ.
ມັດທາຍ 25:18
ຫລັງຈາກນັ້ນບໍ່ດົນ, ຊາຍຄົນນັ້ນກໍກັບມາຈາກການເດີນທາງຂອງລາວ. ລາວຢາກຮູ້ວ່າຜູ້ຮັບໃຊ້ໄດ້ເຮັດຫຍັງກັບເງິນທີ່ລາວໄດ້ໃຫ້ພວກເຂົາ.
ມັດທາຍ 25:19
ຜູ້ຮັບໃຊ້ທີ່ໄດ້ຮັບຫ້າຕະລັນຕົນ ແລະ ຜູ້ຮັບໃຊ້ທີ່ໄດ້ຮັບສອງຕະລັນຕົນໄດ້ບອກນາຍຂອງພວກເຂົາວ່າ ພວກເຂົາໄດ້ຮັບເງິນສອງເທົ່າໃນຂະນະທີ່ລາວບໍ່ຢູ່. ເຈົ້ານາຍດີໃຈ. ລາວເວົ້າວ່າຍ້ອນວ່າພວກເຂົາຊື່ສັດ, ລາວຈະໄວ້ວາງໃຈພວກເຂົາໃຫ້ເບິ່ງແຍງຫລາຍກວ່ານັ້ນ. ລາວບອກພວກເຂົາໃຫ້ມີຄວາມສຸກ.
ມັດທາຍ 25:20–23
ຜູ້ຮັບໃຊ້ທີ່ໄດ້ຮັບໜຶ່ງຕະລັນຕົນໄດ້ບອກນາຍຂອງລາວວ່າ ລາວຢ້ານ, ດັ່ງນັ້ນລາວຈຶ່ງໄດ້ເຊື່ອງຕະລັນຕົນໄວ້ໃນດິນ. ລາວໄດ້ມອບຕະລັນຕົນຄືນໃຫ້ນາຍ.
ມັດທາຍ 25:24–25
ເຈົ້ານາຍບໍ່ພໍໃຈກັບຜູ້ຮັບໃຊ້ຄົນນີ້. ລາວເວົ້າວ່າຜູ້ຮັບໃຊ້ຄວນໃຊ້ສິ່ງທີ່ລາວໄດ້ຮັບເພື່ອຫາເງິນເພີ່ມເຕີມ. ເຈົ້ານາຍໄດ້ມອບຕະລັນຕົນໃຫ້ຜູ້ຮັບໃຊ້ທີ່ມີສິບຕະລັນຕົນ. ເຈົ້ານາຍຕ້ອງການໃຫ້ຜູ້ຮັບໃຊ້ຂອງລາວໃຊ້ຕະລັນຕົນທີ່ລາວໃຫ້ພວກເຂົາເພື່ອຊ່ວຍສ້າງອານາຈັກຂອງລາວ.
ມັດທາຍ 25:26–29