ລູກາ 7:1–10
ພຣະເຢຊູປິ່ນປົວຄົນຮັບໃຊ້ຂອງນາຍທະຫານ
ຜູ້ນຳຊາວໂຣມສະແດງສັດທາທີ່ຍິ່ງໃຫຍ່
ນາຍທະຫານຄົນໜຶ່ງໄດ້ອາໄສຢູ່ທີ່ເມືອງກາເປນາອູມ, ເປັນເມືອງທີ່ພຣະເຢຊູໄດ້ໄປສິດສອນເລື້ອຍໆ. ເພິ່ນເປັນຜູ້ນຳທະຫານກຸ່ມໃຫຍ່.
ລູກາ 7:1–2
ນາຍທະຫານຄົນນີ້ມີຄົນຮັບໃຊ້ທີ່ເປັນຄົນພິເສດຫລາຍສຳລັບເພິ່ນ. ຄົນຮັບໃຊ້ຄົນນັ້ນໄດ້ປ່ວຍໜັກ ແລະ ກຳລັງຈະຕາຍ.
ລູກາ 7:2
ເຖິງແມ່ນວ່າ ນາຍທະຫານຄົນນັ້ນບໍ່ໄດ້ເປັນຊາວຢິວກໍຕາມ, ເພິ່ນເຄີຍໄດ້ຍິນເລື່ອງຂອງພຣະເຢຊູ. ເພິ່ນກໍເຊື່ອວ່າ ພຣະເຢຊູມີອຳນາດທີ່ກະທຳການມະຫັດສະຈັນທີ່ຍິ່ງໃຫຍ່. ເພິ່ນໄດ້ສົ່ງຜູ້ນຳຂອງຊາວຢິວໄປເພື່ອຂໍຮ້ອງເຊີນພຣະເຢຊູໃຫ້ມາປິ່ນປົວຄົນຮັບໃຊ້ຂອງເພິ່ນ.
ລູກາ 7:3–4
ຜູ້ນຳໄດ້ບອກພຣະເຢຊູກ່ຽວກັບນາຍທະຫານ ແລະ ຄົນຮັບໃຊ້ຂອງເພິ່ນ. ເຂົາເຈົ້າໄດ້ເວົ້າວ່າ ນາຍທະຫານຄົນນີ້ໃຈດີກັບຊາວຢິວ. ພຣະເຢຊູໄດ້ເລີ່ມຍ່າງໄປຫາເຮືອນຂອງນາຍທະຫານ. ແຕ່ກ່ອນພຣະອົງຈະໄປຮອດທີ່ນັ້ນ, ໝູ່ເພື່ອນຂອງນາຍທະຫານບາງຄົນກໍໄດ້ຢຸດພຣະເຢຊູ. ພວກເພິ່ນໄດ້ບອກພຣະອົງວ່າບໍ່ໃຫ້ເຂົ້າໄປໃນເຮືອນ.
ລູກາ 7:4–6
ໝູ່ເພື່ອນໄດ້ເວົ້າວ່າ ນາຍທະຫານຮູ້ສຶກບໍ່ມີຄ່າຄວນທີ່ຈະໃຫ້ພຣະເຢຊູເຂົ້າໄປໃນເຮືອນຂອງເພິ່ນ. ເພິ່ນເຊື່ອວ່າ ພຣະເຢຊູສາມາດປິ່ນປົວຄົນຮັບໃຊ້ຂອງເພິ່ນໄດ້ແມ່ນແຕ່ຈາກທາງຫ່າງໄກ!
ລູກາ 7:6–8
ພຣະເຢຊູກໍປະຫລາດໃຈໂດຍສັດທາຂອງນາຍທະຫານຄົນນັ້ນ. ພຣະອົງໄດ້ກ່າວວ່າ ພຣະອົງບໍ່ເຄີຍເຫັນສັດທາທີ່ຍິ່ງໃຫຍ່ເຊັ່ນນີ້ມາກ່ອນ.
ລູກາ 7:9
ເມື່ອໝູ່ເພື່ອນຂອງນາຍທະຫານກັບໄປຮອດເຮືອນຂອງເພິ່ນ, ຄົນຮັບໃຊ້ກໍໄດ້ຫາຍດີຄົບຖ້ວນ. ພຣະເຢຊູໄດ້ປິ່ນປົວລາວ, ດັ່ງທີ່ນາຍທະຫານໄດ້ເຊື່ອວ່າພຣະອົງສາມາດກະທຳໄດ້.
ລູກາ 7:10